ລາວເຮັດວຽກຢູ່ໄທເສັຽຊ່ວຍ ໃຫ້ລາວ
2016.01.18

ຊາວເມືອງປາກລາຍ ແຂວງ ໄຊຍະບູຣີ ທີ່ ໄປເຮັດວຽກ ຢູ່ ປະເທສໄທ ແລ້ວບໍ່ເສັຽ ພາສີ ໃຫ້ແຂວງ ຖືກກັກຂັງ ຢູ່ ສູນດັດສ້າງ ເປັນເວລາ 3 ເດືອນ ຫຼາຍຄົນແລ້ວ. ສູນ ດັ່ງກ່າວ ຕັ້ງຢູ່ບ້ານດອນ, ເປີດມາ ຕັ້ງແຕ່ປີ 2013. ເມື່ອ ພວກຄົນງານ ດັ່ງກ່າວ ຖືກປ່ອຍ ອອກມາແລ້ວ ເຈົ້າໜ້າທີ່ ກໍຍັງຕິດຕາມ ເບິ່ງ ພຶດຕິກັມ ຢູ່. ດັ່ງ ເຈົ້າໜ້າທີ່ ເມືອງ ປາກລາຍ ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 14 ມົກກະຣາ 2016 ນີ້ວ່າ:
"ມີສູນນຶ່ງ ມັນເປັນ ແບບຂອງເມືອງ ຢູ່ບ້ານດອນ ຂະເຈົ້າຈ ໄປ ດັດສ້າງ 3 ເດືອນ ກະແກ້ໄຂ, ອອກມາ ມີການ ຕິດຕາມອີກ ມັນກະມີ ຣະບຽບ ຂອງ ເຈົ້າໜ້າທີ່ ມີແຕ່ ເຈົ້າໜ້າທີ່ ປະຕິບັດ ເລີຍ".
ທ່ານກ່າວ ຕື່ມວ່າ ຕາມ ຣະບຽບການ ຄົນງານລາວ ຢູ່ແຂວງ ໄຊຍະບູຣີ ທີ່ ໄປເຮັດວຽກ ຢູ່ໄທ ທີ່ຖືກຣະບຽບ ຕ້ອງ ໄດ້ເສັຽພາສີ ຜູ້ລະ 660,000 ກີບຕໍ່ປີ ຕາມການ ແຈ້ງການ ຂອງເຈົ້າແຂວງ ທີ່ອອກມາ ຕັ້ງແຕ່ປີ 2013. ສໍາລັບ ຄົນງານ ທີ່ບໍ່ໄດ້ ກັບມາບ້ານ ກໍຕ້ອງສົ່ງເງິນ ໃຫ້ຄອບຄົວ ເປັນຜູ້ ຈ່າຍພາສີ ນັ້ນໃຫ້.
ສ່ວນ ຄົນງານລາວ ທີ່ໄປເຮັດວຽກ ຢູ່ໄທ ແບບບໍ່ຖືກຕ້ອງ ຕາມກົດໝາຍ ຫາກຈັບໄດ້ ຕ້ອງເສັຽພາສີ ໃຫ້ແຂວງ ຜູ້ລະ 1,320,000 ກີບຕໍ່ປີ ຕາມຈໍານວນ ຂອງປີ ທີ່ໄປ ເຮັດວຽກ ພ້ອມທັງ ຖືກຂັງຢູ່ ສູນດັດສ້າງ 3 ເດືອນ ບໍ່ມີຍົກເວັ້ນ.
ເຈົ້າໜ້າທີ່ ແຮງງານ ເມືອງ ແກ່ນທ້າວ ແຂວງ ດຽວກັນນີ້ ບອກວ່າຢູ່ ເມືອງ ແກ່ນທ້າວ ກໍມີ ສູນດັດສ້າງ 1 ແຫ່ງ ທີ່ເປີດມາ ຕັ້ງແຕ່ປີ 2013 ເຊັ່ນກັນ, ເປັນສູນ ສຶກສາ ອົບຮົມ ແລະ ໃຫ້ຄວາມຮູ້ ທາງດ້ານ ກົດໝາຍ ແກ່ຄົນງານ ຜູ້ຖືກໄປ ດັດສ້າງ.
ກ່ຽວກັບ ເຣຶ່ອງພາສີ ທີ່ວ່ານັ້ນ ຄົນງານລາວ ທີ່ ໄປເຮັດວຽກ ຢູ່ໄທ ກໍຮຽກຮ້ອງ ໃຫ້ ທາງການລາວ ຫລຸດຜ່ອນ ພາສີ ນັ້ນລົງ ຫລື ຖ້າຍົກເລີກ ໄດ້ກໍດີ ເພາະວ່າ ຜູ້ໄປເຮັດ ວຽກ ຢູ່ໄທ ກໍທຸກຍາກ ຂາດເຂີນ, ຫາເຊົ້າກິນຄໍ່າ ຢູ່ແລ້ວ, ໄປເຮັດວຽກ ຫາເງິນ ກໍເພື່ອຄວາມ ຢູ່ລອດ ແລະ ຄອບຄົວ ທາງບ້ານ ນໍາດ້ວຍ.