ໄຊຍະບູຣີ ປິດໂຮງງານ ເຟີນິເຈີ
2019.09.10

ແຂວງໄຊຍະບູຣີ ສັ່ງປິດໂຮງງານປຸງແຕ່ງໄມ້ 85 ແຫ່ງ ທົ່ວແຂວງ ຍ້ອນບໍ່ໄດ້ມາດຕະຖານ ໂດຍທາງການ ສັ່ງໃຫ້ມ້າງ ໂຮງງານທັນທີ, ອິງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຜແນກກະສິກັມ ແລະ ປ່າໄມ້ ແຂວງໄຊຍະບູຣີ ຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ່ 10 ກັນຍາ ນີ້:
”ໂຮງງານທີ່ວ່າບໍ່ໄດ້ມາດຕະຖານ ຍຸບໝົດ ດັບສູນໂຮງງານ ມັນເວົ້າເຣື້ອງ ຂອງຄວາມສາມາດ ວັດຖຸດິບໂຮງງານ ໄມ້ທັມມະຊາດ ນີ້ ໂອ…ຢາກຍາກແລ້ວ ຂະຍັບນ້ອຍນື່ງ ກໍບໍ່ໄດ້ແລ້ວ.”
ທ່ານວ່າ ໂຮງງານປຸງແຕ່ງໄມ້ ທີ່ສັ່ງປິດ ສ່ວນຫລາຍ ຈະບໍ່ມີທະບຽນການຄ້າ ທີ່ອອກໂດຍ ຜແນກອຸດສາຫະກັມ ແລະການຄ້າ, ບາງໂຮງງານ ກໍລັກຕັດໄມ້ ໃນຂອບເຂດປ່າສະຫງວນ ມາເຮັດເຟີນິເຈີ ແລະ ໂຮງງານ ບາງແຫ່ງບໍ່ມີໄມ້ພຽງພໍ ໃນການປຸງແຕ່ງ ເນື່ອງຈາກ ທາງການຫ້າມຕັດໄມ້ ກໍຈໍາເປັນ ຕ້ອງປິດຕົວລົງ.
ຕາມຣາຍງານ ມາຮອດປັຈຈຸບັນ ແຂວງໄຊຍະບູຣີ ມີໂຮງງານປຸງແຕ່ງໄມ້ ເຫລືອຢູ່ປະມານ10 ແຫ່ງ ເທົ່ານັ້ນ ທີ່ໄດ້ຮັບອະນຸຍາດ ໃຫ້ດໍາເນີນກິຈການ ໄດ້ຢ່າງຖືກຕ້ອງຕາມກົດໝາຍ:
“ແຂວງໄຊຍະລວມກັນໝົດນີ້ ປະມານ 10 ປາຍ ນີ້ລະ ທົ່ວແຂວງ ເຮັດໄປຕາມນະໂຍບາຍ ຂອງຣັຖບານຫັ້ນ ເມື່ອທຽບໃສ່ເມື່ອກ່ອນໆນີ້ ໂອ …. ຖືວ່າຫລຸດຫລາຍແລ້ວ, ເວົ້າເຣື້ອງຟຶ້ນຟູປ່າທັມມະຊາດ ປູກລູກດຽວ.”
ນັບຕັ້ງແຕ່ ຄໍາສັ່ງເລກທີ່ 15/ນຍ ວ່າດ້ວຍການຫ້າມ ຂຸດຄົ້ນໄມ້ ເຄື່ອນຍ້າຍໄມ້ ແລະ ສົ່ງໄມ້ອອກ ຕ່າງປະເທດ ຖືກປະກາດໄຊ້ ເມື່ອປີ 2016 ເຮັດໃຫ້້ ໂຮງງານປຸງແຕ່ງໄມ້ ຂນາດໃຫຍ່ 140 ແຫ່ງ ແລະ ໂຮງງານປຸງແຕ່ງໄມ້ ຂນາດນ້ອຍ ແລະ ຮ້ານ ເຟີນິເຈີ ເກືອບ 1,000 ແຫ່ງ ໃນທົ່ວປະເທດ ຖືກສັ່ງປິດ ຢ່າງຖາວອນ.
ຢ່າງໃດກໍຕາມ ກົມການນໍາເຂົ້າ-ສົ່ງອອກ ກະຊວງອຸດສາຫະກັມ ແລະ ການຄ້າ ຣາຍງານວ່າ ປັຈຈຸບັນ ມີໂຮງງານ ປຸງແຕ່ງໄມ້ ໂຮງງານ ເຟີນິເຈີ ຂນາດໃຫຍ່ ຂນາດກາງ ແລະ ຂນາດນ້ອຍ ທີ່ໄດ້ຮັບອານຸຍາດ ແລະ ຜ່ານການກວດກາ ຈາກທາງການ ແລ້ວ ສາມາດຊື້ຂາຍໄດ້ ເຫລືອພຽງ 1,595 ແຫ່ງເທົ່ານັ້ນ ໃນທົ່ວປະເທດ.