ຊາວບ້ານຈາກຫົງສາ ລິກໄນ໋ ຫາກິນ ລໍາບາກ

ໄມຊູລີ
2018.07.02
f-hongsa ໂຮງງານໄຟຟ້າ ຈາກ ພລັງຄວາມຮ້ອນ ທີ່ ເມືອງຫົງສາ ແຂວງໄຊຍະບູຣີ
RFA/LX

ປະຊາຊົນ 3 ບ້ານ ຢູ່ເມືອງຫົງສາ ແຂວງໄຊຍະບູຣີ ຂັດແຍ້ງກັນເຣື້ອງ ບ່ອນທໍາຫາກິນ ກັບບໍຣິສັດ ຫົງສາລິກໄນ໋ ຍ້ອນທາງບໍຣິສັດ ຫ້າມປະຊາຊົນເຂົ້າໄປ ຫາຢູ່ຫາກິນ ໃນເຂດທີ່ທາງບໍຣິສັດ ສັມປະທານແລ້ວນັ້ນ. ດັ່ງເຈົ້າໜ້າທີ່ ທ້ອງຖິ່ນຜູ້ບໍ່ປະສົງອອກຊື່ ທ່ານນື່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ່ 2 ກໍຣະກະດາ ນີ້ວ່າ:

“ມັນກໍມີປະຊາຊົນຈໍານວນນຶ່ງ ເຂົ້າໄປ ກໍໄປຢູ່ ເຂົາເຈົ້າກໍຫ້າມແຫຼະ ແຕ່ປະຊາຊົນຈໍານວນນຶ່ງ ກໍຍັງໄປຫາຢູ່ ຊອກຢູ່ຫາກິນທັມມະດາ ນີ້ດອກ ຊອກປູຊອກປາບໍ່ຫລາຍ ເພາະວ່າມັນເປັນເຂດ ພື້ນທີ່ຫາກິນເຂົາເຈົ້າ ທາງອື່ນກໍບໍມີທາງໄປແລ້ວ ເພາະວ່າ ຈໍານວນປະຊາຊົນ ຢູ່ເຂດນັ້ນ ມັນກໍອາສັຍແຕ່ເຂດນັ້ນ ເພິ່ນກໍຫາກິນ ມາແຕ່ເດີມກ່ອນນະ.”

ທ່ານກ່າວຕໍ່ໄປວ່າປະຊາຊົນໃນ 3 ບ້ານທີ່ເຂົ້າໄປ ຫາເຄື່ອງປ່າຂອງດົງ ຢູ່ເຂດສັມປະທານ ຂອງໂຮງໄຟຟ້າຖ່ານຫີນລິກໄນ໋ ກໍຄືປະຊາຊົນ ບ້ານສີມົງຄົນ, ບ້ານສົບແຈງ, ແລະບ້ານຫານ ຊຶ່ງຊາວບ້ານກຸ່ມນີ້ ເຄີຍໄປຫາຢູ່ຫາກິນ ໃນພື້ນທີ່ດັ່ງກ່າວມາກ່ອນ ແລ້ວ ກ່ອນທີ່ຣັຖບານ ໃຫ້ສັມປະທານ ແກ່ນັກລົງທຶນ.

ຢ່າງໃດກໍຕາມ ກ່ຽວກັບບັນຫານີ້ ເຈົ້າໜ້າທີ່ ເມືອງຫົງສາທ່ານນຶ່ງ ອະທິບາຍວ່າແມ່ນແທ້ ທີ່ຜ່ານມາປະຊາຊົນ ສາມາດໄປຫາຢູ່ຫາກິນ ເຊັ່ນເກັບເຫັດ ເກັບໜໍ່ໄມ້ ຫຼືເຄື່ອງປ່າ ຂອງດົງເຫລັກໆນ້ອຍໆໄດ້ ແຕ່ປັຈຈຸບັນ ພື້ນທີ່ດັ່ງກ່າວ ເປັນພື້ນທີ່ສັມປະທານ ແລ້ວຈຶ່ງຕ້ອງຫ້າມ ຊາວບ້ານ ບໍ່ໃຫ້ເຂົ້າໄປ ຫາຢູ່ຫາກິນ ໃນເຂດນັ້ນອີກ:

“ດຽວນີ້ກໍໄດ້ໄປແນະນໍາແລ້ວ ແນະນໍາປະຊາຊົນແລ້ວ ຊ່ວງເດືອນແລ້ວນີ້ ເຈົ້າໜ້າທີ່ກໍມີການແຈ້ງ ເຕືອນຢູ່ເນາະ ກໍມີເຂດຫ້າມຢູ່ ຫ້າມບໍ່ໃຫ້ ໄປຊອກຢູ່ຫາກິນ ເຂດນັ້ນເພາະວ່າມັນເປັນເຂດ ສັມປະທານ ຂອງບໍຣິສັດ ແລ້ວເຂົາເຈົ້າຢ້່ານໄປເກະກະເຂົາເຈົ້າ ເຮັດວຽກເນາະ ແລະ ເຂົາເຈົ້າ ກໍຫ້າມເຕືອນຢູ່.”

ທ່ານກ່າວຕຶ່ມວ່າ ໃນຂັ້ນຕໍ່ໄປ ຖ້າທາງບໍຣິສັດ ຫຼືທາງການພົບວ່າ ຍັງມີປະຊາຊົນ ເຂົ້າໄປຫາຢູ່ຫາກິນ ໃນເຂດດັ່ງກ່າວ ທີ່ເປັນເຂດ ສັມປະທານໄປແລ້ວນັ້ນ ກໍຈະມີການຕັກເຕືອນກັນ ແຕ່ຖ້າຫາກຍັງລະເມິດ ເຈົ້າໜ້າທີ່ ຈໍາເປັນຕ້ອງ ໃຫ້ອໍານາດປົກຄອງ ຂັ້ນບ້ານ ເອີ້ນປະຊາຊົນ ຜູ້ຝ່າຝຶນນັ້ນ ໄປອົບຮົມ ຕາມຫລັກການ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.