ຂ.ໄຊຍະບູຣີຍົກເລີກ 13 ໂຄງການ ສຳຣວຈແຮ່ທາດ
2019.08.13
ແຂວງໄຊຍະບູຣີ ຍົກເລີກ 13 ໂຄງການ ທີ່ມາລົງທຶນຊອກຄົ້ນ ແລະ ສຳຣວຈແຮ່ທາດ ທັງໝົດ 8 ບໍຣິສັດ ພາຍຫຼັງທີ່ບັນດາ ບໍຣິສັດທັງ 8 ນັ້ນບໍ່ມີການເຄື່ອນໄຫວໃດໆ ທັງຍັງມີຄວາມຫຼ້າຊ້າ ແລະ ບໍ່ມີ ປະສິທທິຜົລ ຕາມຂໍ້ຕົກລົງ ທີີ່ທາງການໄດ້ກຳນົດໄວ້, ຕາມຄວາມເວົ້າຂອງ ເຈົ້າໜ້າທີ່ ກ່ຽວຂ້ອງ ແຂວງໄຊຍະບູຣີ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ສິງຫາ ນີ້ວ່າ:
“ມີຄຳສັ່ງຂອງທາງຂັ້ນແຂວງ ກະວ່າບັນດາໂຄງການສັມປະທານ ໃນບັນດາບໍ່ແຮ່ ໂຄງການໃດໂຕໃດ ບໍ່ມີປະສິທທິພາບ ບໍ່ມີປະສິທທິຜົລ, ກວດກາ ບໍ່ໄປຕາມນັ້ນ ເພິ່ນກະໃຫ້ຍົກເລີກ. ແມ່ນເຣື້ອງຫຼ້າຊ້າ ຜູ້ສັມປະທານຫັ້ນ. ຫຼັງຈາກສັມປະທານແລ້ວ ບໍ່ມີການເຄື່ອນໄຫວ ເພິ່ນກະ ໃຫ້ຍົກເລີກ.”
ທ່ານກ່າວຕື່ມວ່າ ການຍົກເລີກ 13 ໂຄງການດັ່ງກ່າວ ເພື່ອໃຫ້ບໍຣິສັດອື່ນ ທີ່ມີຄວາມສາມາດ ແລະ ປະຕິບັດຕາມຂໍ້ຕົກລົງ ກັບທາງການ ກຳນົດໄວ້ ມາສັມປະທານຕໍ່, ດັ່ງທ່ານກ່າວວ່າ:
“ຄັນຈະໃຫ້ສັມປະທານເພີ້ມຕື່ມນີ້ ຈະແມ່ນເຂື່ອນໄຟຟ້າ ຈະແມ່ນບໍ່ແຮ່ ຈະແມ່ນເຣື້ອງບັນຫາ ທີ່ມັນຖືກກັບນະໂຍບາຍ ຂອງຣັຖບານມີ ປະສິທທິຜົລນີ້ແຫຼະ.”
ໃນນັ້ນ, ມີ 11 ໂຄງການ ທີ່ທາງການຂັ້ນສູງໄດ້ເຊັນອະນຸມັດ, ໂດຍທາງການບໍ່ໄດ້ໃຫ້ສັມປະທານຕໍ່ ເຖິງແມ່ນວ່າບາງໂຄງການ ຍັງຢາກ ຕໍ່ສັນຍາກໍຕາມ ຍ້ອນທີ່ຜ່ານມາ ບໍ່ມີການເຄື່ອນໄຫວ ຢູ່ພາກສນາມ ເປັນຕົ້ນບໍຣິສັດ ໂດມິນຽມຊອກຄົ້ນ ທີ່ຊອກສຳຣວຈ ແຮ່ທາດທອງແດງ ເຂດບ້ານສົມສວັນ, ບ້ານໂພນສະອາດ ຢູ່ເມືອງພຽງ ແລະ ເມືອງປາກລາຍ ທີ່ມີເນື້ອທີ່ສຳຣວຈ 488 ກິໂລຕາແມັຕ.
ສ່ວນອີກ 2 ໂຄງການນັ້ນ ທາງການແຂວງໄຊຍະບູຣີ ໄດ້ເຊັນອະນຸມັດ ເປັນຕົ້ນບໍຣິສັດ ອໍລະວັນແຮ່ບາລິດ ຈຳກັດ ເນື້ອທີ່ສຳຣວຈ 5 ເຮັກຕ້າ ໄດ້ສຳຣວຈ 3 ເດືອນໃນປີ 2018, ພຽງແຕ່ 2 ຄັ້ງເທົ່ານັ້ນ ແລະ ບໍຣິສັດແສງສຸວັນການຄ້າ ຊອກຄົ້ນສຳຣວຈແຮ່ຟລູອໍຣາຍ ຢູ່ ເຂດບ້ານດອນຕັນ, ເມືອງຄອບ ແຂວງໄຊຍະບູຣີ ໄດ້ຮັບໃບອະນຸຍາດສຳຣວຈ ໃນເນື້ອທີ່ 4 ເຮັກຕ້າ ໄດ້ມີການເຄື່ອນໄຫວ ລົງສຳຣວຈ ພາກສນາມ ພຽງແຕ່ 3 ຄັ້ງ. ທັງ 2 ບໍຣິສັດ ບໍ່ມີຄວາມຄືບໜ້າໃດໆ ໃນການສຳຣວຈ ແລະ ຢຸດສະງັກ ຈຶ່ງຍົກເລີກ ສັນຍາ.
ຢ່າງໃດກໍຕາມ, ແຂວງໄຊຍະບູຣີ ຍັງມີໂຄງການອີກເກືອບ 40 ໂຄງການ ທີ່ທາງຣັຖ ເຂົ້າມາລົງທຶນ, ໂດຍມີການປະຕິບັດງານຫຼ້າຊ້າ ບໍ່ໄດ້ມາຕຖານ ຍ້ອນວ່າງົບປະມານບໍ່ພຽງພໍ, ເຊິ່ງມີມູລຄ່າປະມານ 1 ພັນ 4 ຮ້ອຍຕື້ກີບ. ເປັນຕົ້ນແມ່ນໂຄງການພັທນາຊົນນະບົດ, ໂຄງການຈັດສັນທີ່ຢູອາໃສ ໃຫ້ແກ່ຜູ້ໄດ້ຮັບຜົລກະທົບ ຈາກພັຍພິບັດ, ໂຄງການພັທນາເມືອງໃໝ່, ການຊຳຣະໜີ້ສິນສາທາຣະນະ ແລະໂຄງການ ອື່ນໆ.