ຄົນລາວບໍ່ສົນໃຈເຮັດວຽກ ຢູ່ເຂດ ເສຖກິດພິເສດ
2020.01.17
ກະຊວງແຜນການ ແລະ ການລົງທຶນ ສປປລາວ ຣາຍງານວ່າ ປັດຈຸບັນມີຫລາຍກວ່າ 800 ບໍຣິສັດຂອງລາວ ແລະຕ່າງປະເທດ ທີ່ໄດ້ເຂົ້າ ໄປລົງທຶນຢູ່ໃນເຂດເສຖກິດພິເສດ 12 ແຫ່ງໃນທົ່ວປະເທດ ແຕ່ມີຄົນລາວ ເຂົ້າໄປເຮັດວຽກພຽງແຕ່ 2,607 ຄົນ ເທົ່າກັບ 9.74% ຂອງ ຈໍານວນຄົນງານທັງໝົດ. ສ່ວນທີ່ເຫລືອນັ້ນເປັນຄົນຕ່າງປະເທດ.
ການທີ່ບໍ່ມີຄົນງານລາວ ເຮັດວຽກຢູ່ເຂດເສຖກິດພິເສດຫລາຍນັ້ນ ເຈົ້າໜ້າທີ່ຄະນະຮັບຜິດຊອບເຂດ ແລະຄຸ້ມຄອງເຂດເສຖກິດພິເສດ ກະຊວງແຜນການ ແລະການລົງທຶນ ຂອງລາວ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 17 ມົກກະຣາ ນີ້ວ່າ:
"ຄົນລາວເຮົານີ້ອາຊີບຂະເຈົ້າແມ່ນ ເປັນອາຊີບຊາວໄຮ່ຊາວນາ ຊາວສວນ ຖ້າວ່າຄ່າຈ້າງແຮງງານຂະເຈົ້າ ມັນບໍ່ກຸ້ມຄ່າກັບການເຮັດກະເສດ ຢູ່ເສຖກິດຄອບຄົວຂະເຈົ້າ ຂະເຈົ້າກໍບໍ່ຢາກເຮັດຫັ້ນແລ້ວ ບັນຫາຕົວນັ້ນ ທີ່ວ່າມັນບໍ່ສາມາດດຶງເອົາຂະເຈົ້າມາ ຢູ່ໃນໂຮງງານອຸດສາຫະກັມ ໄດ້."
ເຖິງຢ່າງໃດກໍຕາມ ທ່ານກໍເວົ້າວ່າ ຣັຖບານເອງກໍພຍາຍາມສົ່ງເສີມ ແລະຊຸກຍູ້ໃຫ້ຄົນລາວ ເຂົ້າໄປເຮັດວຽກຢູ່ໃນໂຮງງານອຸດສາຫະກັມ ໃນເຂດເສຖກິດພິເສດມາຫລາຍປີ: ໃຫ້ສວັດດິການ ປະກັນສັງຄົມ, ປະກັນສຸຂພາບ, ໃຫ້ບ່ອນພັກຟຣີ ແລະເບັ້ຍລ້ຽງຕ່າງໆ ແຕ່ກໍຍັງມີ ຄົນລາວມາສມັກເຮັດວຽກໜ້ອຍຢູ່.
ປັດຈຸບັນ ບໍຣິສັດ ແລະໂຮງງານອຸດສາຫະກັມ ຂອງຕ່າງປະເທດຢູ່ລາວ ສ່ວນຫລາຍຍັງນໍາຄົນງານຕ່າງປະເທດ ທັງໝົດປະມານ 27 ພັນ ຄົນເຂົ້າມາເຮັດ ນໍາຕົນເອງ ຊຶ່ງໃນນັ້ນຫລາຍທີ່ສຸດ ເປັນຄົນງານຈາກປະເທດຈີນ ຄືປະມານ 20 ພັນຄົນ. ຮອງລົງມາ ກໍແມ່ນວຽດນາມ ປະມານ 3,500 ຄົນ, ໄທ ປະມານ 2 ພັນຄົນ ແລະ ປະເທດອື່ນໆປະມານ 1,500 ຄົນ.
ເວົ້າເຖິງຈໍານວນຄົນງານຕ່າງປະເທດ ທີ່ບໍຣິສັດຕ່າງປະເທດ ສາມາດນໍາເຂົ້າມາເຮັດວຽກນໍາຕົນ ເຈົ້າໜ້າທີ່ກົມຈັດຫາງານກະຊວງແຮງງານ ແລະ ສວັດດິການສັງຄົມ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນັ້ນວ່າ:
"ຖ້າວ່າ(ບໍຣິສັດ)ນໍາເຂົ້າແຮງງານ ຕ່າງປະເທດມາເຮັດວຽກ ກໍມີອັດຕຣາສ່ວນນໍ ຖ້າວ່າມາອອກແຮງງານດ້ວຍເຮື່ອແຮງຈະເປັນ 15% ຂອງ ແຮງງານລາວ ສາມາດນໍາເຂົ້າ ແລ້ວກໍດ້ວຍມັນສມອງ 25%."
ແລະປະຊາຊົນລາວຜູ້ນຶ່ງ ຢູ່ເມືອງທ່າແຂກ ແຂວງຄໍາມ່ວນ ທີ່ຢູ່ບ້ານໃກ້ກັບເຂດເສຖກິດພິເສດທ່າແຂກ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວ ກັນນັ້ນວ່າ ຕົນຍັງຢາກເຮັດໄຮ່ເຮັດສວນ ຢູ່ຄືເກົ່າ,ບໍ່ຢາກເຮັດວຽກ ເປັນກໍາມະກອນຊ່ອມແປງກົງຈັກ:
"ຄັນຍາມບໍ່ເຮັດນາ ເຮັດໄຮ່ ສະ ຄັນເຂົາຈ້າງ ຜ່ານມາມີແທ້ຄົນຈ້າງ ຈ້າງເປັນກັມມະກອນ ກໍບໍ່ມີຜູ້ທີ່ວ່າມີຄວາມຮູ້ ສູ້ຜູ້ໃດໄດ້ນໍ ສົມມຸດວ່າ ກົງຈັກ ກໍບໍ່ຢາກມີຜູ້ໃດສ້ອມແປງ."
ແຕ່ຊາວໜຸ່ມໄວລຸ້ນລາວຫລາຍແສນຄົນ ກໍມັກໄປເຮັດວຽກຢູ່ໄທ ຊຶ່ງໃນນັ້ນ ຈໍານວນຫລາຍສົມຄວນ ເຮັດວຽກເປັນກໍາມະກອນໃນໂຮງຈັກ ໂຮງງານ. ຄົນງານລາວເຫລົ່ານີີ້ ເວົ້າວ່າ ພວກເຂົາເຈົ້າໄປເຮັດວຽກຢູ່ໄທ ກໍຍ້ອນວ່າໄດ້ເງິນ ເດືອນຫລາຍກວ່າ ຢູ່ລາວ.
ທ່່ານ ສອນໄຊ ສີພັນດອນ ຣັຖມົນຕຣີກະຊວງແຜນການແລະການລົງທຶນ ກ່າວ ຣາຍງານຕໍ່ກອງປະຊຸມສລຸບວຽກງານພັທນາ ແລະຄຸ້ມຄອງ ເຂດເສຖກິດພິເສດ ໃນມື້ວັນທີ 14 ມົກກະຣາ ນີ້ວ່າ ສິ່ງສໍາຄັນທີ່ສຸດ ແມ່ນຢາກໃຫ້ ຄະນະຮັບຜິດຊອບ ແລະຄຸ້ມຄອງ ເຂດເສຖກິດພິເສດ ສົ່ງເສີມແຮງງານລາວ ໃຫ້ໄດ້ເຂົ້າໄປເຮັດວຽກ ໃນເຂດເສຖກິດພິເສດ ຫລາຍຂຶ້ນ.