ທາງການແນະນໍາຄວນໃຊ້ ເງິນກີບ

ມະນີຈັນ
2014.03.14
F-kip ທະນາບັດນື່ງແສນກີບທີ່ພີມອອກໃນວາຣະການສລອງ450ປີຂອງ ນະຄອນຫລວງວຽງຈັນ
LPDR national bank

 

ນະໂຍບາຍ ຂອງ ຣັຖບານ ລາວ ທີ່ສົ່ງເສີມ ໃຫ້ ປະຊາຊົນ ໃຊ້ ຈ່າຍ ເງິນກີບ ຫລາຍຂຶ້ນນັ້ນ ແມ່ນໄດ້ຮັບ ຜົລດີ ເຖິງແມ່ນ ວ່າ ຜູ້ຄົນຍັງ ບໍ່ນິຍົມ ເທົ່າກັບ ໃຊ້ຈ່າຍ ໂດລາ ແລະ ເງິນບາດ ຢູ່ ກໍຕາມ. ຕາມຄໍາເວົ້າ ຂອງ ຊາວວຽງຈັນ ໃນວັນທີ 13 ມີນາ 2014:

"ເງິນກີບ ກໍໃຊ້ ຫລາຍຂຶ້ນ ເພາະທຸກຄົນ ກະໄດ້ຍິນ ໂຄສະນາ ຕລອດ ລະມັນກະ ເຂົ້າໃນຫົວ ຕລອດ ລະກະ ທຸກຄົນ ກະພູມໃຈ ໃຊ້ເງິນກີບ ແຕ່ວ່າ ກະຍັງມີ ການໃຊ້ເງິນ ໂດລາ ເງິນບາດ ຢູ່ ຫັ້ນລະ ປົນກັນໄປ".

ການໃຊ້ ເງິນຕຣາ ຕ່າງປະເທດ ນັ້ນ ຊາວລາວ ມັກໃຊ້ກັນ ຕອນຊື້ເຄື່ອງ ຂອງ ຣາຄາ ແພງໆ ເຊັ່ນວ່າ, ຊື້ເຄື່ອງເອ້ ຊື້ຣົດ ຊື້ເຮືອນ ແລະ ທີ່ດິນ ເປັນຕົ້ນ ຖ້າຈະຈ່າຍ ເປັນເງິນກີບ ກໍບໍ່ຄ່ອຍ ສະດວກ. ຫາກຈ່າຍ ເງິນບາດ ເງິນໂດລາ ໃນຫ້າງຮ້ານ ໃນຮ້ານ ອາຫານ ຫລື ໂຮງແຮມ ກໍຈະມີ ການຄິດ ໃນອັດຕຣາ ແລກປ່ຽນ ທີ່ຕໍ່າກວ່າ ໄປແລກຢູ່ ທະນາຄານ:

"ບ້ານເຮົາ ຄືມັນ ເສັຽປຽບ ຢູ່ແລ້ວ ຖ້າຮ້ານໃດ ຕັ້ງຣາຄາ ເງິນກີບ ຄັນເຈົ້າໄປ ຈ່າຍ ເງິນບາດ ເງິນໂດລາ ຖືວ່າລຸບ ເຣຕເງິນ ໄປທາງອ້ອມ ສົມມຸດ ເຣຕເງິນ ປັຈຈຸບັນ ເງິນບາດ ເປັນເຣຕ ເງິນ 2.50 ເຂົາອາດ ຈະໄລ່ເປັນ 2.45 ຫລຸດໄປ 0.5 ສ່ວນໜ້ອຍດອກ ທີ່ເອົາ 2.40.

ທ່ານກ່າວ ຕື່ມອີກວ່າ ຄວາມຈິງແລ້ວ ຄັນເຂົ້າມາລາວ ກໍຄວນໃຊ້ ເງິນກີບ ຈະງ່າຍ ແລະດີກວ່າ ເພາະ ສະຖານທີ່ ແລກປ່ຽນເງິນ ແມ່ນມີຢູ່ ຫລາຍບ່ອນ ເປັນຂອງ ທະນາຄານ ແຫ່ງຊາດ ລາວ ທະນາຄານ ການຄ້າ ຕ່າງປະເທດ ກໍມີຕູ້ ແລກປ່ຽນ ຢູ່ຕາມທາງ ແຄມຂອງ ຢູ່ ສນາມບິນ ວັດໄຕ ກໍມີຄືກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.