ຊາວລາວເຊົາປູກຝັງ ປ່ຽນໄປ ຄ້າຂາຍ

ມະນີຈັນ
2019.06.07
F-Merchant ແມ່ຄ້າຊາວຂາຍ ຕາມຕລາດສົດຕ່າງໆ ໃນ ສປປລາວ
ຮູບພາບຈາກ : ນັກຂ່າວພົລເມືອງ/MP

ປັດຈຸບັນ ຊາວນະຄອນຫຼວງວຽງຈັນ ຈໍານວນນຶ່ງ ບໍ່ຢາກເຮັດການກະສິກັມ ຄືແຕ່ກ່ອນ ບາງຄົນກໍຂາຍດິນ ແລ້ວຫັນໄປຄ້າຂາຍ, ບາງຄົນ ອອກໄປເປັນກັມມະກອນ ຢູ່ຕາມໂຮງຈັກໂຮງງານ, ຕາມຄໍາເວົ້າ ຂອງທ່ານ ບຸນທອງ ພົມມະຈັນ ສະມາຊິກ ສະພາ ແຫ່ງຊາດ ເຂດ 1 ນະຄອນຫຼວງວຽງຈັນ ຣາຍງານສະພາບບັນຫາວຽກງານ ດ້ານກະສິກັມ ໃນນະຄອນຫຼວງ ຕໍ່ກອງປະຊຸມສະພາ ແຫ່ງຊາດ ໃນມື້ວັນທີ 6 ມິຖຸນາ ນີ້. ທ່ານກ່າວຕອນນຶ່ງວ່າ:

"ປະຊາຊົນດຽວນີ້ລະແມ່ນ ທຽບໃສ່ບັນດາປະເທດອ້ອມຂ້າງນີ້ ຊາວໄຮ່ຊາວນາເຮົານີ໋ ຖືວ່າຣະດັບເຮົາ ລະທຽບເຂົາບໍ່ໄດ້ແຫຼະ ການປູກ ການລ້ຽງຫຍັງຕ່າງໆ ປະຊາຊົນກໍປະແລ້ວ ທຸກມື້ນີ້ ຜູ້ໃດກໍຢາກແລ່ນໄປຫາຄ້າຫາຂາຍ ດິນດອນຕອນຫຍ້າ ທົ່ງໄຮ່ທົ່ງນາ ເຂົາຂາຍອອກ ໜີໝົດ ມັນກໍຫຼາຍປັດຈັຍ.”

ທ່ານເວົ້າວ່າດຽວນີ້ປະຊາຊົນ ປະຖິ້ມອາຊີບ ລ້ຽງສັດເຮັດໄຮ່ເຮັດນາ ຍ້ອນບຸຄລາກອນ ດ້ານກະສິກັມຂອງພາກຣັຖ ກໍຍັງບໍ່ມີສມັດຕະພາບ ບໍ່ມີຄວາມຮູ້ຄວາມສາມາດ ເທົ່າທີ່ຄວນເພື່ອພັທນາວຽກງານ ດ້ານກະສິກັມ ໃຫ້ມີປະສິດທິພາບ. ປະຊາຊົນຜູ້ນຶ່ງ ທີ່ເຄີຍເຮັດກະສິກັມມາກ່ອນ ປັດຈຸບັນ ຫັນມາເປີດຮ້ານແປງຣົດ ຢູ່ນະຄອນຫຼວງ ເວົ້າຕໍ່ RFA ໃນວັນທີ 7 ມິຖຸນາ ນີ້ວ່າ ບໍ່ຢາກເຮັດກະສິກັມ ຍ້ອນວ່າ ເມື່ອປູກພືດຜັກ ປູກໝາກໄມ້ ເກັບກ່ຽວໄດ້ແລ້ວ ກໍບໍ່ມີບໍຣິສັດຮັບຊື້, ໂຮງຈັກໂຮງງານ ກໍມີໜ້ອຍ:

“ກະສິກັມເຈົ້າສິເຮັດຫຍັງ ຄືບ້ານຢ້າວບ້ານເຢິ້ນ ປູກແລ້ວກໍໄປເລາະຂາຍ ເລາະເຂົາຂາຍບໍ່ໄດ້ກໍເຕະຖິ້ມ ມັນບໍ່ມີໂຮງຈັກໂຮງງານຄືບ້ານເຂົາ ຄືເມືອງໄທ ປູກໝາກນັດ ໂຮງງານເຂົາກໍຮັບຊື້ ປູກກ້ວຍເຂົາກໍຮັບຊື້ ອັນນີ້ເຈົ້າສິລົງທຶນໄປໃຫ້ໃຜ ໄປຂາຍ ໃຫ້ຜີເບາະ.”

ທີ່ດິນກະສິກັມ ຢູ່ເຂດນະຄອນຫຼວງວຽງຈັນ ປັດຈຸບັນ ຫຼຸດລົງມາມີ 73 ພັນປາຍເຮັກຕາ ຈາກ 97 ພັນປາຍເຮັກຕາ ໃນປີ 2017 ຊຶ່ງກໍ ຍ້ອນການຂຍາຍຕົວ ທາງດ້ານເສຖກິຈ ແລະສັງຄົມ ເຮັດໃຫ້ທີ່ດິນຖືກສັມປະທານ ເປັນເຂດເສຖກິຈພິເສດ ສ້າງໂຮງຈັກ ໂຮງງານ ຮວມເຖິງໂຄງການສ້າງທາງດ່ວນ ແລະໂຄງການທາງຣົດໄຟ ລາວ-ຈີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.