ຄົນງານລາວລັງເລໃຈ ຈະກັບໄປ ໄທຍ
2020.10.29

ຄົນງານລາວຈໍານວນນຶ່ງ ທີ່ເດີນທາງກັບມາຈາກຕ່າງປະເທດ ໃນໄລຍະໂຄວິດ-19 ຣະບາດນີ້ເວົ້າວ່າຖ້າດ່ານຊາຍແດນເປີດ ກໍຍັງບໍ່ແນ່ໃຈ ວ່າຈະກັບຄຶນໄປ ເຮັດວຽກຢູ່ຕ່າງປະເທດ ເປັນຕົ້ນຢູ່ໄທຍ ທີ່ພວກຕົນ ມານັ້ນ ຄືເກົ່າຢູ່ບໍຫລືບໍ່ ຍ້ອນຄ່າໃຊ້ຈ່າຍສູງ ແລະ ບໍ່ແນ່ໃຈວ່າຈະ ສາມາດຫາວຽກເຮັດໄດ້ຄືເກົ່າ, ດັ່ງ ຄົນງານລາວ ທີ່ໄດ້ເຮັດວຽກຢູ່ໄທຍ ທ່ານນຶ່ງ ຜູ້ຂໍບໍ່ອອກຊື່ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 29 ຕຸລານີ້ວ່າ:
“ກໍສິກັບໄປລາວ ກໍເພາະວ່າໂຮງງານ ທີ່ເຄີຍເຮັດເຂົາຢຸດ ບໍ່ມີງານເຮັດເລີຍກັບມາຫາງານຢູ່ລາວ ຖ້າຢູ່ໄທຍຕໍ່ ກໍບໍ່ຮູ້ຈະມີງານໃໝ່ເມື່ອໃດ. ຖ້າດ່ານເປີດ ກໍຍັງບໍ່ແນ່ໃຈວ່າຈະກັບໄປດີບໍ່ ເພາະວ່າຄ່າໃຊ້ຈ່າຍ ມັນກໍສູງ ແລະກໍບໍ່ແນ່ໃຈວ່າຈະມີງານທໍາບໍ່ ແຕ່ກໍອາຈກັບໄປກໍໄດ້ ຄ່າແຮງງານຢູ່ໄທຍມັນສູງກວ່າ.”
ແລະ ຄົນງານລາວອີກຜູ້ນຶ່ງ ທີ່ຍັງເຮັດວຽກຢູ່ບາງກອກ ປະເທດໄທຍ ຜູ້ຂໍສງວນຊື່ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຕົນບໍ່ໄດ້ກັບ ໄປລາວ ຍ້ອນຍັງມີວຽກ ໃຫ້ເຮັດຢູ່, ແຕ່ກໍເຫັນຄົນລາວ ຈໍານວນນຶ່ງ ກັບຄືນປະເທດ ຍ້ອນໂຮງງານ ປິດກິຈການ:
“ທີ່ຍັງຢູ່ໄທຍ ເພາະຍັງມີງານທໍາ ແລ້ວກໍຄ່າແຮງດີກວ່າຢູ່ທີ່ລາວ. ຖ້າກັບລາວຕອນນີ້ ກໍຍັງບໍ່ຮູ້ວ່າຈະມີງານທໍາບໍ່ ຄົນທີ່ກັບບ້ານທີ່ລາວ ກໍເພາະວ່າໂຮງງານຢູ່ໄທຍປິດ ບໍ່ມີງານທໍາ ຖ້າຍັງຢູ່ໄທຍ ກໍມີແຕ່ເສັຽເງິນ ກັບບ້ານໄປກໍອາດມີງານເຮັດແດ່.”
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ອົງການຄົນໂຍກຍ້າຍ ຖິ່ນຖານສາກົລ ຫລື IOM ຜູ້ບໍ່ປະສົງອອກຊື່ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 29 ຕຸລາ ນີ້ວ່າທາງອົງການຂອງພວກທ່ານ ໄດ້ໄປສໍາຣວດຄົນງານລາວ ຈໍານວນ 300 ຄົນ ທີ່ເດີນທາງກັບຈາກຕ່າງປະເທດ ຊຶ່ງສ່ວນຫຼາຍ ກັບມາຈາກໄທຍ ຂນະທີ່ຖືກກັກຕົວຢູ່ສູນ ກັກກັນຊົ່ວຄາວ ໃນໄລຍະເຊື້ອພຍາດໂຄວິດ-19 ຣະບາດ ຊຶ່ງຜົລສໍາຣວດອອກມາວ່າ ປະມານ 50% ຂອງຄົນງານລາວ ຍັງບໍ່ແນ່ໃຈ ວ່າຈະກັບໄປເຮັດວຽກ ຢູ່ຕ່າງປະເທດ ອີກຫລືບໍ່ ຫລັງຈາກ ໂຄວິດ-19 ສິ້ນສຸດລົງ ແລະ ມີການເປີດ ດ່ານຊາຍແດນ ຍ້ອນຢ້ານນາຍຈ້າງ ບໍ່ຮັບເອົາເຂົ້າ ເຮັດວຽກ ຄືນ, ດັ່ງທີ່ທ່ານກ່າວຕອນນຶ່ງວ່າ:
“ເຮົາສໍາຣວດຢູ່ 300 ກວ່າຄົນຢູ່ໃນສູນກັກກັນ ກໍຍ້ອນວ່າຂະເຈົ້າ ຍັງບໍ່ແນ່ໃຈວ່າ ຈະກັບໄປໂດຍສະເພາະ ແມ່ນເມືອງໄທຍ ທີ່ວ່າຢ້ານ ໂຄວິດ ແລ້ວກໍວ່າຢ້ານນາຍຈ້າງຢູ່ໄທຍ ບໍ່ຮ້າງແນ່ ແລ້ວກໍຢ້ານດ່ານບໍ່ ເປີດແນ່. ສປປລາວສົ່ງອອກແຮງງານລາວ ອັນດັບນຶ່ງ ຄືໄທຍ ມີ MOU ຣະຫວ່າງຣັຖບານ ລາວ-ໄທຍ.”
ທ່ານກ່າວຕື່ມວ່າ ຜົລການສໍາຣວດ ຊີ້ໃຫ້ເຫັນວ່າ ຄົນງານລາວຈໍານວນ 36% ມີຄວາມຕ້ອງການຢາກຍົກຣະດັບສີມື ຂອງພວກຕົນເພື່ອໃຫ້ ມີຄວາມຮູ້ ຄວາມສາມາດ ເຊັ່ນການສ້ອມແປງຣົດໃຫຍ່, ການປຸງແຕ່ງອາຫານ, ການກະເສດ ແລະວຽກງານບໍຣິການ ເພື່ອຈະໄດ້ມີວຽກເຮັດ ງານທໍາທີ່ດີ, ມີຣາຍໄດ້ຫລາຍຂຶ້ນບໍ່ວ່າຈະຢູ່ໄທຍ ຫລື ຢູ່ລາວ.
ເວົ້າເຖິງການກັບຄືນປະເທດ ຂອງຄົນງານລາວ ພາຍຫລັງທີ່ບໍ່ມີວຽກເຮັດຢູ່ໄທຍ ເຈົ້າໜ້າທີ່ຜແນກແຮງງານ ແລະສວັດດິການສັງຄົມ ແຂວງວຽງຈັນ ທີ່ບໍ່ປະສົງອອກຊື່ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ ວ່າ ແຕ່ເດືອນມິນາ ຕົ້ນປີມາ ຮອດມື້ນີ້ ມີຄົນງານລາວ ທີ່ ເຮັດວຽກຢູ່ຕ່າງປະເທດ ໂດຍສະເພາະປະເທດໄທຍ ກັບຄືນມາລາວຫລາຍ ຊຶ່ງເບື້ອງຕົ້ນກໍມາໜ້ອຍດຽວ:
“ສ່ວນຫລັກໆທີ່ມານີ໋ ສ່ວນຫລາຍມາຈາກໄທຍ ອັນດັບນຶ່ງ ນີ໋ມາໜ້ອຍນຶ່ງ 2-3 ຄົນຊ່ວງແລກໆ ເດືອນ 3 ກໍຫລາຍຢູ່ ຊ່ວງນີ້ບໍ່ຫລາຍແລ້ວ ຄ້າວໆຢູ່ປະມານນຶ່ງວ່າ ຢູ່ຝັ່ງນັ້ນເຂົາກໍປິດໂຮງຈັກໂຮງງານ ຫລາຍ ເຂົາຢຸດກິຈການຢູ່ໃນເມືອງໄທຍ ເຂົາກໍບໍ່ມີວຽກເຮັດ ແລ້ວເຂົາກໍກັບຄືນ ມາບ້ານ ພຍາດເຂົາກໍຢ້ານ.”
ອີງຕາມຣາຍງານຂ່າວຂອງທາງການລາວໃນມື້ວັນທີ 27 ຕຸລານີ້, ຜົລການ ສຶກສາສໍາຣວດຄົນງານລາວ ທີ່ກັບຄືນມາປະເທດ ຂອງອົງການ IOM ຣະຫວ່າງເດືອນ ມິຖຸນາ ຫາເດືອນກັນຍາ ນີ້ ບົ່ງບອກວ່າ ຄົນງານລາວ ຈໍານວນ 50% ທີ່ກັບຄືນມາລາວ ແມ່ນບໍ່ມີແຜນ ທີ່ຈະກັບ ໄປເຮັດວຽກຢູ່ຕ່າງປະເທດອີກ ຫລືຍັງບໍ່ແນ່ໃຈວ່າ ໃນອະນາຄົດ ພວກເຂົາເຈົ້າຈະໄປ ຫລືບໍ່. ແລະວ່າ ມີປະມານ 36% ຂອງຈໍານວນ ຄົນງານ ທີ່ກັບຄືນລາວ ມີຄວາມຕ້ອງການ ຢາກຍົກຣະດັບ ສີມືແຮງງານຂອງພວກຕົນຂຶ້ນ ເພື່ອສ້າງໂອກາດໃຫ້ມີເຮັດວຽກທໍາ ດີກວ່າເກົ່າ.