ແຜນບັນລຸຜລິຕພັນພາຍໃນ ປີ 2015


2014.01.14
f-land ທີ່ດິິນ ຕົກແຕ່ງເປັນ ສນາມກອຝ
Mek/fb

 

ການພັທນາ ເສຖກິດ ຢູ່ ສປປລາວ ເຮັດໃຫ້ ລວມຍອດ ມູນຄ່າ ຜລິຕພັນພາຽໃນ ຫລື GDP ໃນສົກ ງົບປະມານ 2009-2010 ຄືສົກ ງົບປະມານ ປີສຸດທ້າຍ ຂອງແຜນ ພັທນາ ເສຖກິດ-ສັງຄົມ 5 ປີ ຄັ້ງທີ 6 ສະເລັ່ຽ ຕໍ່ພົລເມືອງ ບັນລຸ 8.7 ລ້ານກີບ ຕໍ່ຄົນຫລື 1,069 ໂດລາ ສະຫະຣັຖ ທີ່ວ່າໄດ້ ເກີນຄາດໝາຍ ທີ່ວາງໄວ້ ແລະວ່າ ຈະປະຕິບັດ ຄາດໝາຍ ໃຫຍ່ ຈໍານວນນຶ່ງ ໃຫ້ເປັນຈິງ ໃນປີ 2015 ຊຶ່ງໃນນັ້ນ ຮວມທັງ ຈະເຮັດໃຫ້ ເສຖກິດ ແຫ່ງຊາດ ຂຍາຍຕົວ ຢ່າງຕໍ່ເນື່ອງ ແລະ ໝັ້ນຄົງ, ລວມຍອດ ມູນຄ່າ ຜລິຕພັນພາຍໃນ ເພີ່ມຂຶ້ນ 8% ຂຶ້ນໄປ ໃນ ແຕ່ລະປີ ແລະ ເມື່ອຮອດ ປີ 2015 ຈະມີມູນຄ່າ ສະເລັ່ຍ ຕໍ່ຫົວຄົນ ບັນລຸ 1,700 ໂດລາ ສະຫະຣັຖ.

ຕາມການຣາຍງານ ຂອງ ທ່ານ ຈູມມະລີ ໄຊຍະສອນ ເລຂາທິການ ໃຫຍ່ ຄນະ ບໍຣິຫານງານ ສູນກາງພັກ ປະຊາຊົນ ປະຕິວັດລາວ ຢູ່ໃນ ກອງປະຊຸມ ໃຫຍ່ ຄັ້ງທີ 9 ພັກ. ເພື່ອເຮັດ ໃຫ້ບັນລຸ ໄດ້ຕາມ ເປົ້າໝາຍ ທີ່ວ່ານັ້ນ ມີການ ວິພາກ ວິຈານ ກັນວ່າ ທາງການລາວ ສ້າງ ທຸກເງື່ອນໄຂ ຮວມທັງ ການທຸ້ມເທ ຊັພຍາກອນ ທັມຊາດ ອັນມີຄຸນຄ່າຄື: ຄໍາ, ເງິນ, ທອງ, ເປັນຈໍານວນ ຫຼວງຫຼາຍ ຂາຍອອກນອກ ປະເທສ ເຖິງຈະບໍ່ ກຸ້ມຄ່າ ກໍຂາຍ ຂໍພຽງ ແຕ່ວ່າໄດ້ ບໍຣິສັດ ຕ່າງ ປະເທສ ຂຸດຄົ້ນ ອອກໄປຂາຍ.

ຊັພຍາກອນ ທັມຊາດ ທີ່ວ່ານັ້ນ ເປັນ ຊັພຍາກອນ ອັນລໍ້າຄ່າ ທີ່ ບັນພະບູຣຸດ ລາວ ໄດ້ເສັຍສຣະ ຕໍ່ສູ້ ເພື່ອ ປົກປັກ ຮັກສາ ຖນຸຖນອມ ຍອມເສັຽສລະ ຊີວິດ ເລືອດເນື້ອ ບໍ່ຈັກວ່າ ເທົ່າໃດ ແຕ່ ດຶກດໍາບັນ ນັ້ນ ໄດ້ຖືກ ຂຸດຄົ້ນ ນໍາໄປຂາຍ ໃຫ້ ຕ່າງປະເທສ ໂດຍ ບໍ່ຄໍານຶງ ເຖິງມູນຄ່າ ຕົວຈິງ ວ່າຈະໄດ້ ເທົ່າໃດ ແລະ ທັງສ້າງຄວາມ ເສັຍຫາຍ ໃຫ້ ປະເທດຊາດ, ໃຫ້ ປະຊາຊົນ ລາວ, ສົ່ງຜົລກະທົບ ອັນບໍ່ດີ ຕໍ່ ສິ່ງແວດລ້ອມ ຢ່າງ ມະຫາສານ ຊຶ່ງບໍ່ອາຈ ສາມາດ ປົວແປງ ໃຫ້ຄືເກົ່າ ໄດ້.

ບໍ່ພຽງເທົ່ານັ້ນ ທາງການລາວ ຍັງໄດ້ ໃຫ້ ບໍຣິສັດ ຕ່າງປະເທສ ເຂົ້າມາ ລົງທຶນ ໃນ ຂແນງການ ອື່ນໆ ດ້ວຍຈໍານວນເງິນ ຫລາຍພັນລ້ານ ໂດລາ ສະຫະຣັຖ ຮວມທັງ ສ້າງເຂດ ເສຖກິດ ພິເສດ, ເຂດ ເສຖກິດ ສະເພາະ, ສ້າງບ່ອນ ຫລິ້ນ ການພະນັນ ຊຶ່ງ ເປັນບໍ່ເກີດ ຂອງ ບັນຫາ ອັນບໍ່ດີ ທາງສັງຄົມ ອັນນຶ່ງ ທີ່ສໍາຄັນ.

ເວົ້າສະເພາະ ໂຄງການສ້າງ ເຂື່ອນໄຟຟ້າ ອັນເປັນ ບໍ່ເກີດ ສໍາຄັນ ຂອງ ການຕັດໄມ້ ທໍາລາຍປ່າ ເປັນຈໍານວນ ຫລວງຫລາຍ ຊຶ່ງຂນະນີ້ ເວົ້າສະເພາະ ຢູ່ພາກໃຕ້ 5 ບໍຣິສັດ ກໍາລັງ ຂຸ້ນຂ້ຽວ ຕັດໄມ້ອອກ ຈາກໜ້າເຂື່ອນ ເຊຂະໝານ 14,000 ເຮັກຕາ, ດັ່ງ ຊາວລາວ ຜູ້ນຶ່ງ ທີ່ ຂໍສງວນຊື່ ເວົ້າວ່າ:

"ໄມ້ໜ້າເຂື່ອນ ເຊກະໝານ 14 ພັນ ເຮັກຕາ 4-5 ບໍຣິສັດ ເຂົ້າໄປ ເຮັດຢູ່ຫັ້ນ ແລ້ວ ກະປັນກັນ".

ບໍ່ເທົ່ານັ້ນ ຍັງມີ ການປູກ ຢາງພາລາ ແລະ ພືດ ອຸດສາຫະກັມ ອື່ນໆ ທີ່ ທາງການລາວ ອະນຸມັດ ໃຫ້ ໂດຍສ້າງ ທຸກເງື່ອນໄຂ ທີ່ ອໍານວຍ ຄວາມສະດວກ ໃຫ້ ນັກລົງທຶນ ຮວມທັງການ ຍຶດເອົາດິນ ຂອງ ປະຊາຊົນ ແລ້ວ ບັງຄັບ ປະຊາຊົນ ໃຫ້ໂຍກຍ້າຍ ອອກຈາກ ທີ່ຢູ່ອາສັຍ ບ່ອນຝັງ ສາຍແຮ່ ແພ່ສາຍບື ຂອງ ພວກເຂົາເຈົ້າ ໄປຢູ່ບ່ອນ ໃໝ່ ທີ່ ຫຍຸ້ງຍາກ ກວ່າເດີມ ໃນການ ທໍາມາ ຫາລ້ຽງຊີບ ແລະ ຄ່າ ຊົດເຊີຍ ຄວາມເສັຍຫາຍ ກໍໃຫ້ ບໍ່ພໍເທົ່າໃດ ໃຫ້ແບບ ບໍ່ມີຄວາມ ຍຸຕິທັມ ຈົນມີການ ຮ້ອງຂໍຕໍ່ວ່າ ຂຶ້ນເຖິງ ສະພາ ແຫ່ງຊາດ ເພື່ອ ຂໍໃຫ້ແກ້ໄຂ ແຕ່ກໍຍັງ ແກ້ໄຂໄດ້ ບໍ່ພໍເທົ່າໃດ ສ່ວນຫລາຍ ຍັງຄ້າງຄາ ຈົນມາຮອດ ເທົ່າ ທຸກວັນນີ້.

ມີການວິພາກວິຈານ ກັນວ່າ ທາງການລາວ ບໍ່ກັງວົນ ນໍາ ຜົລກະທົບ ແລະ ຄວາມເສັຍຫາຍ ຂອງ ປະຊາຊົນ ເປັນຕົ້ນ ຊາວ ກະສິກອນ ທີ່ທຸກຍາກ ຂາດເຂີນ ເຂົ້າຂາດແລງ ແກງຂາດໝໍ້ ບໍ່ມີທີ່ເພິ່ງ ບ່ອນອີງ ຢູ່ຕາມ ຊົນນະບົດ, ບໍ່ກັງວົນນໍາ ສິ່ງແວດລ້ອມ ແລະ ທັມຊາດ ພໍເທົ່າໃດ ຈົນຮອດວ່າ ຕ່າງປະເທສ ຕັກເຕືອນໃຫ້ ຣະມັດຣະວັງ ຜົລສະທ້ອນ ອັນບໍ່ດີ ທີ່ເກີດຂຶ້ນ ແລະ ຜົລຮ້າຍ ຈະຕາມມາ.

ຄໍາວິພາກ ວິຈານ ທັງພາຍໃນລາວ ແລະ ຢູ່ຕ່າງປະເທສ ເວົ້າວ່າ ສິ່ງດັ່ງກ່າວ ສ້າງຮັ່ງຄູນມີ ໃຫ້ພວກ ຜູ້ນໍາລາວ ປັດຈຸບັນ ທີ່ໃຊ້ ສິດອໍານາດ ສວຍໂອກາດ ສໍ້ຣາດ ບັງຫລວງ ຢ່າງ ເປັນຂະບວນ ຊຶ່ງໃນນັ້ນ ທ່ານ ຈູມມະລີ ໄຊຍະສອນ ໄດ້ ຢືນຢັນ ຢູ່ໃນ ກອງປະຊຸມ ໃຫຍ່ ຄັ້ງທີ 9 ຂອງພັກວ່າ ມີ ສະມາຊິກພັກ ຈໍານວນ ບໍ່ໜ້ອຍ ສວຍໂອກາດ ສໍ້ຣາດ ບັງຫລວງ. ຢູ່ ສປປລາວ ຍິ່ງມີການ ລົງທຶນ ຫລາຍທົ່າໃດ ກໍຍິ່ງ ມີການ ສໍ້ຣາດບັງຫລວງ ຫລາຍເທົ່ານັ້ນ ຍິ່ງມີການ ໃຫ້ ສໍາປະທານ ຫຼາຍປານໃດ ກໍຍິ່ງ ມີການທຸຈຣິດ ຫຼາຍເທົ່ານັ້ນ ທັງຂັ້ນເທິງ ແລະ ຂັ້ນລຸ່ມ.

ເວົ້າເຖິງການ ໃຫ້ ສໍາປະທານ ແລະ ການລົງທຶນ ຕ່າງໆ ຕໍ່ກອງປະຊຸມ ສມັຍສາມັນ ເທື່ອ ທີ 6 ຂອງ ສະພາ ແຫ່ງຊາດ ຊຸດທີ 7 ທີ່ຫາກໍ ສິ້ນສຸດລົງ ທ່ານ ສົມດີ ດວງດີ ຣັຖມົນຕຣີ ກະຊວງ ແຜນການ ແລະ ການລົງທຶນ ໄດ້ ຣາຽງານ ວ່າໄດ້ ອະນຸມັດ ໂຄງການ ສໍາປະທານ ໄປແລ້ວ ຄືໂຄງການ ລົງທຶນດ້ານ ແຮ່ທາດ 470 ໂຄງການ ໃນ ເນື້ອທີ່ 36,300 ກວ່າ ກິໂລແມັດ ມົນທົນ ຫຼື ເທົ່າກັບ 3,630 ເຮັກຕາ, ມູນຄ່າ ປະມານ 5.9 ຕື້ໂດລາ ສະຫະຣັຖ ໂຄງການ ປູກຢາງ ພະລາ ແລະໄມ້ວິກ 212 ໂຄງການ ໃນເນື້ອທີ່ 574,500 ກວ່າ ເຮັກຕາ, ມູນຄ່າ 1.65 ຕື້ໂດລາ ສະຫະຣັຖ.

ຄຽງຄູ່ກັນ ໄປນັ້ນ ກໍມີ ໂຄງການ ລົງທຶນ ຂອງ ຣັຖຈໍານວນ ບໍ່ໜ້ອຍ ຊຶ່ງສ່ວນນຶ່ງ ກໍລົງທຶນ ບໍ່ຖືກຈຸດ ແລະ ບໍ່ມີ ປະສິດທິຜົລ ດັ່ງ ທ່ານ ຈູມມະລີ ເວົ້າຢູ່ໃນ ກອງປະຊຸມ ໃຫຍ່ ຄັ້ງທີ 9 ຂອງພັກວ່າ:

"ການລົງທຶນ ຂອງຣັຖ ເຂົ້າໃນ ໂຄງການ ຈໍານວນນຶ່ງ ບໍ່ຖືກ ກັບທິດຈຸດສຸມ ແລະ ຂາດ ປະສິດທິຜົລ ສມັຕພາບ ຂອງ ການຜລິດ ກະສິກັມ ຕໍ່າ ການຂຍາຽ ອຸດສາຫະກັມ ປຸງແຕ່ງ ແລະ ອຸດສາຫະກັມ ເບົາເຮັດ ໄດ້ໜ້ອຍ, ການ ຄຸ້ມຄອງ ເສຖກິດ ມະຫາພາກ ມີບາງດ້ານ ບໍ່ທັນ ເຂັ້ມແຂງ ການຣະເມີດ ວິໄນ ແຜນການ ແລະ ວິນັຍ ການເງິນ ຍັງແຜ່ຫຼາຽ".

ແລະ ຜູ້ແທນທ່ານ ກໍໄດ້ກ່າວ ຢູ່ໃນ ກອງປະຊຸມ ສມັຍສາມັນ ເທື່ອ ທີ 6 ຂອງ ສະພາແຫ່ງຊາດ ຊຸດທີ 7 ທີ່ ຫາກໍຜ່ານມາ ນີ້ວ່າ:

"ໂຄງການ ລົງທຶນ ຂອງ ຣັຖຫລາຍ ໂຄງການ ມູນຄ່າສູງ ລົງທຶນ ຫລາຍ ແຕ່ ປະສິດທິຜົລ ບໍ່ຫລາຍ ແຕ່ ວ່າບໍ່ສູງ".

ເຖິງມີ ການລົງທຶນ ຫລາຍ ແຕ່ ຜົລຜລິດ ຕົວຈິງ ຮວມທັງ ຜົລຜລິດ ເປັນສິນຄ້າ ກໍຍັງ ບໍ່ເຫັນວ່າ ຈະດີຂຶ້ນ ພໍເທົ່າໃດ ນອກຈາກ ການຂຸດຄົ້ນ ເອົາ ຊັພຍາກອນ ທັມຊາດ ຮວມທັງ ຄໍາ, ເງິນ, ທອງ ແລະ ໄມ້ເປັນ ຈໍານວນ ຫຼວງຫຼາຍ ອອກ ໄປຂາຍ ຂນະທີ່ມີ ການວິພາກ ວິຈານ ກັນວ່າ ຄົງເປັນໄປ ໄດ້ຍາກ ຫລື ອາດເປັນໄປ ບໍ່ໄດ້ ທີ່ວ່າ ເມື່ອ ຮອດປີ 2015 ຈະບັນລຸ ໄດ້ມູນຄ່າ ສະເລັ່ຽ 1,700 ໂດລາ ຕໍ່ຫົວຄົນ ຕາມແຜນການ ທີ່ ໄດ້ວາງໄວ້ ຖ້າຫາກ ບໍ່ຂຽນເລກ ຂຶ້ນຕື່ມໃສ່ ເອງ.

ຍ້ອນການທີ່ວ່າ ຈະເຮັດໃຫ້ ເສຖກິດ ແຫ່ງຊາດ ຂຍາຍ ຕົວຢ່າງ ຕໍ່ເນື່ອງ ແລະໝັ້ນທ່ຽງ ລວມຍອດ ມູນຄ່າ ຜລິຕພັນພາຍໃນ ເພີ່ມຂຶ້ນ 8% ຂຶ້ນໄປ ໃນ ແຕ່ລະປີ ນັ້ນ ກໍບືນເອົາ ໃຫ້ເຖິງ 8% ກໍຍັງຍາກ ຢູ່ແລ້ວ ຊຶ່ງ ຕາມການ ຄາດຄະເນ ຂອງ ທະນາຄານ ໂລກວ່າ ໃນປີ 2013 ຜ່ານມານີ້ ລວມຍອດ ມູນຄ່າ ຜລິຕພັນ ພາຍໃນ ຂອງລາວ ໄດ້ເຖິງພຽງ 8%.

ກ່ຽວກັບ ບັນຫານີ້ ເອເຊັຍເສຣີ ໄດ້ຖາມໄປຍັງ ກົມຕ່າງໆ ຂອງ ກະຊວງແຜນການ ແລະ ການລົງທຶນ ຂອງລາວ ເພື່ອຂໍຮູ້ວ່າ ເມື່ອຮອດປີ 2015 ຈະບັນລຸໄດ້ ມູນຄ່າສະເລັ່ຍ 1,700 ໂດລາ ສະຫະຣັຖ ຕໍ່ຄົນ ຕາມແຜນການ ທີ່ ທາງການ ລາວ ວາງໄວ້ນັ້ນບໍ ຫຼືບໍ່. ແຕ່ບໍ່ໄດ້ ຮັບຄໍາຕອບ ຂນະທີ່ ເຈົ້າໜ້າທີ່ ທາງການລາວ ທ່ານນຶ່ງ ໃຫ້ ຄວາມເຫັນວ່າ ຈະ ເປັນໄປໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.