ຂ.ຈໍາປາສັກສໍາປະທານ ປູກອ້ອຍ
2014.02.11

ທາງການລາວ ແລະ ບໍຣິສັດ ສີພັນດອນ ບໍລະເວນ ພັທນາ ຈໍາກັດ ໄດ້ລົງນາມ ໃນສັນຍາ ໃຫ້ສັມປະທານ ປູກອ້ອຍ 6354 ເຮັກຕາ ໃນເຂດເມືອງ ມູລປາໂມກ ແຂວງ ຈໍາປາສັກ ເມື່ອ ວັນທີ 6 ກຸມພາ 2014 ແລະຫລັງຈາກນັ້ນຈະໄດ້ມີການ ກໍ່ສ້າງໂຮງງານ ອີກດ້ວຍ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ລາວ ໃນວັນທີ 10 ກຸມພາ ນີ້:
"ບໍຣິສັດ ສີພັນດອນ ເພິ່ນໄປເຮັດຢູ່ ທໍາອິດນະແມ່ນ ເພິ່ນສໍາຣວດ ຢູ່ໂພນດູ່ ບາດນີ້ຕົວທີ 2 ນີ່ມາເຮັດຢູ່ ບ້ານໜອງຫອຍ ສະພັງ ຫ້ວຍຍາງ ມີຕົວເຮັດໄປ ແລ້ວ ຈຸດ 2 ຈຸດ ມີຕົວເຮັດ ຂະເຈົ້າບຸກເບີກ ໄປນໍາແລ້ວ".
ເມື່ອປີ 2012 ທາງ ບໍຣິສັດ ໄດ້ເຂົ້າມາ ທົດລອງປູກອ້ອຍ ໃນເນື້ອທີ່ປະມານ 100 ເຮັກຕາ ເຫັນວ່າໄດ້ຜົລດີ ຈຶ່ງມີແຜນ ທີ່ຈະຂຍາຍ ພື້ນທີ່ປູກ ສ້າງໂຮງງານ ນໍ້າຕານ ໂຮງງານ ໄຟຟ້າ ຈາກ ສິ່ງເສດເຫລືອ ຂອງອ້ອຍ ໂຮງງານປຸ໊ຍ ຊີວະພາຄ ແລະ ໂຮງງານຜລິດ ເອຕານອນ ຈົນໃນທີ່ສຸດ ໄດ້ເຊັນສັນຍາ ກັບ ທາງການລາວ ໃນລະຍະ 50 ປີ ແລະ ຈະສາມາດ ຕໍ່ອາຍຸ ສັມປະທານ ໄດ້ຕື່ມອີກ.
ໂຄງການນີ້ ມີມູລຄ່າການລົງທຶນ 165 ລ້ານໂດລາ ໂດຍບໍຣິສັດ ຈະຮ່ວມມືກັບປະຊາຊົນ ໃນພື້ນທີ່ ທີ່ເຮັດ ກະສິກັມ ແບບ 2ບວກ3 ຊຶ່ງ ໝາຍຄວາມວ່າ ຊາວບ້ານ ມີສ່ວນຮ່ວມ 2 ສ່ວນ ຄືດິນ ແລະແຮງງານ ຂະນະທີ່ ບໍຣິສັດ ອອກ 3 ສ່ວນ ຄື: ເທັກນິກ ທຶນ ແລະ ແນວພັນ ສັນຍາ ວ່າຈະແບ່ງກໍາໄຣ ຕາມການຕົກລົງ.
ທ່ານເວົ້າຕື່ມວ່າ ໂຄງການນີ້ ຈະຊ່ວຍສ້າງອາຊີບ ໃຫ້ຊາວ ກະສິກອນ ເມືອງ ມູລປະໂມກ ໃຫ້ມີວຽກເຮັດ ເປັນຈໍານວນ ຫລາຍ ແລະ ສາມາດ ສ້າງລາຍໄດ້ ໃຫ້ພວກ ເຂົາເຈົ້າ ເພາະ ໂຮງງານ ຈະເກັບຮັບຊື້ ຜົລຜລິດ ທັງໝົດ.
ຢ່າງໃດກໍຕາມ ເວົ້າເຖິງ ໂຮງງານໄຟຟ້າ ຈາກເສດເຫລືອ ຂອງອ້ອຍ ປາກົດວ່າ ນັກສິ່ງແວດລ້ອມ ໃນໄທ ກໍາລັງ ໂຄສະນາ ຊຸກຍູ້ ບໍ່ ໃຫ້ມີການສ້າງ ເພາະໂຮງໄຟຟ້າຈາກເສດເຫລືອ ຂອງອ້ອຍ ຈະສົ່ງຜົລກະທົບ ຕໍ່ຊຸມຊົນ ໃກ້ຄຽງ ຈະສົ່ງກິ່ນເໝັ່ນ ຢ່າງຫລວງຫລາຍ.