ທ.ບຸນທອງ ຈິດມະນີ ຣາຍງານ ຕໍ່ ສະພາ

ຈໍາປາທອງ
2017.10.22
F-NAS ສະຖາບັນສູງສຸດ ສະພາ ແຫ່ງຊາຕ ສປປລາວ ທີ່ ນະຄອນຫຼວງວຽງຈັນ
Public Domain

ຕໍ່ກອງປະຊຸມສມັຍສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ 8 ຂອງ ສປປ ລາວ ທີ່ໄດ້ປີດຂຶ້ນໃນວັນທີ 16 ຕຸລາ ແລະຈະດໍາເນີນ ໄປ ເຖິງວັນທີ 17 ພຶສຈິກາ 2017 ນີ້ ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງ ສູນກາງພັກປະຊາຊົນ ປະຕິວັດລາວ, ຮອງ ນາຍົກຣັຖມົນຕຣີ ຣາຍງານກ່ຽວກັບ ຜົລຂອງການກວດສອບ ງົບປະມານ ແລະຊັບສິນ ຂອງຣັຖສົກປີ 2013-2014 ແລະ 2014-2015 ທີ່ໄດ້ເວົ້າເຖິງ ຫຼາຍບັນຫາ ທີ່ມີການລະເມີດ ວິໃນແຜນການ, ການເງິນແລະກົດໝາຍ ແລະທັງວ່າຍັງບໍ່ທັນໄດ້ ມີການໃຊ້ ”ມາດຕະການ ເຂັ້ມງວດ ຕໍ່ຜູ້ທີ່ລະເມີດ”. ດັ່ງນັ້ນ ຈຶ່ງເຮັດໃຫ້ມີຫາງສຽງ ເກີດຂຶ້ນຢ່າງກ້ວາງຂວາງ ໃນສັງຄົມທົ່ວໄປວ່າ ມີການສໍ້ຣາດບັງຫຼວງ ຫຼາຍ.

ຄຽງຄູ່ໄປກັບການຣາຍງານດ້ານດີ ໃນການປະຕິບັດ ໂຄງການຕ່າງໆຂອງຣັຖນັ້ນ ທ່ານ ບຸນທອງ ກໍໄດ້ເວົ້າເຖິງດ້ານອ່ອນ ແລະຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ຮັບການ ແກ້ໄຂ ບາງຕອນວ່າ:

ເວົ້າເຖິງການຣາຍງານ ຂອງຜູ້ນໍາ ສປປລາວ ເກືອບວ່າທັງໝົດ ແມ່ນຣາຍງານແບບລວມໆ ບໍ່ເວົ້າສະເພາະເຈາະຈົງ ເຮຶ່ອງໃດເຣຶ່ອງນຶ່ງ ໃຫ້ສາທາຣະນະຊົນຮູ້ ດັ່ງປະຊາຊົນລາວ ທ່ານນຶ່ງຢູ່ພາຍໃນປະເທສລາວ ທີ່ສົນໃຈເຣຶ່ອງການ ພັທນາໂຄງການ ຕ່າງໆໃນລາວກ່າວວ່າ:

ແຕ່ເຖິງຢ່າງໃດກໍຕາມ ເວົ້າເຖິງເຣຶ່ອງການເກັບພາສີອາກອນ ແລະການຈັດຕັ້ງປະຕິບັດນິຕິກັມຕ່າງໆ ທ່ານ ບຸນທອງ ກໍກ່າວວ່າການປະຕິ ບັດກົດໝາຍ ວ່າດ້ວຍການລົງທຶນ ມາດຕຣາ 52 ທີ່ລະບຸໄວ້ວ່າ ການນໍາເຂົ້ານໍ້າມັນເຊື້ອໄຟ ທຸກປະເພດ ບໍ່ອະນຸຍາດ ໃຫ້ຍົກເວັ້ນພາສີ ອາກອນ ແຕ່ຕົວຈິງຜ່ານມາ ໄດ້ອະນຸຍາດ ນໍາເຂົ້າຍົກເວັ້ນ ພາສີອາກອນ ມາຮັບໃຊ້ໃນໂຄງການ ເປັນຈໍານວນຫລວງຫລາຍ, ນິຕິກັມ ທີ່ ເປັນບ່ອນອີງ ໃນການເກັບພາສີອາກອນ ບໍ່ທັນລວມສູນ ຍັງນໍາໃຊ້ ຫຼາຍນິຕິກັມ, ມີບາງນິຕິກັມ ແມ່ນສະພາຣັຖມົນຕຣີ ກໍານົດອອກແຕ່ຊຸມ ປີ 1980, ການກໍານົດຣາຄາຫົວໜ່ວຍ ການກໍ່ສ້າງ ຊ່ອມແປງ ມີອັນກໍບໍ່ເປັນ ເອກກະພາບກັນ ເຮັດໃຫ້ການຈັດຕັ້ງ ປະຕິບັດ ພົບຄວາມ ຫຍຸ້ງຍາກ. ເວົ້າເຖິງເຣຶ່ອງເງິນ ຂອງຣັຖ ທີ່ປ່ອຍໃຫ້ຄົນກູ້ຢືມ ທ່ານກໍເວົ້າວ່າ:

ທ່ານກ່າວຕື່ມວ່າ ຜ່ານການກວດກາ ພົບເຫັນຫຼາຍກໍຣະນີ ຄືໂຄງການຈໍານວນຫລາຍ ມີມູນຄ່າສູງເມື່ອທຽບໃສ່ ຣາຄາຫົວໜ່ວຍ ທີ່ກະຊວງ ກ່ຽວຂ້ອງ ກໍານົດອອກ, ໂຄງການບໍ່ເຮັດໄປຕາມ ການອອກແບບ ມີການດັດແກ້ແບບ, ບໍຣິມາດ ແລະໜ້າວຽກ, ມີການປ່ຽນແປງຫລຸດລົງ ແຕ່ມູນຄ່າໃນສັນຍາ ຍັງຮັກສາຄືເກົ່າ, ໂຄງການທີ່ປະຕິບັດ ບໍ່ສໍາເຣັດຮ້ອຍ ແຕ່ຢັ້ງຢືນວ່າເປັນໂຄງການ ສໍາເຣັດຮ້ອຍ ມີ 6 ໂຄງການ, ມີ 38 ໂຄງການ ທີ່ໄດ້ຮັບການສໍາລະແລ້ວ ມູນຄ່າ 170 ຕື້ 900 ລ້ານກີບ ແຕ່ເຈົ້າຂອງ ໂຄງການ ຍັງບໍ່ທັນລົບອອກ ຈາກສາລະບານ ງົບປະມານ ຊຶ່ງເປັນຊ່ອງຫວ່າງ ທີ່ຈະສເນີແຜນຊໍາລະຊໍ້າຂ້ອນ. ນອກນັ້ນກໍມີໂຄງການ ທີ່ບໍ່ໄດ້ປະມູນ ແລະໂຄງການ ທີ່ມີການປະມູນ ແຕ່ບໍ່ຖືກຕ້ອງ ຕາມຂັ້ນຕອນ ແລະຣະບຽບການ ມີ 106 ໂຄງການ ມູນຄ່າ 5 ພັນຕື້ປາຍກີບ. ທ່ານໄດ້ຍົກຕົວຢ່າງໂຄງການສ້າງເສັ້ນທາງ ຈາກເດີ່ນບິນໜອງຄ້າງວ່າ:

ກ່ຽວກັບບັນຫານີ້ ທ່ານ ສົມຈິດ ສຸວັນນະຄີລີ ທີ່ເມືອງ ອາມາຣິໂລ ຣັຖເທັກຊັດ ສະຫະຣັຖ ອະເມຣິກາ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 17 ຕຸລາວ່າ:

ແລະປະຊາຊົນລາວທ່ານນຶ່ງ ຢູ່ພາຍໃນປະເທສລາວ ທີ່ວ່ານັ້ນ ກໍກ່າວວ່າ:

ສໍາລັບປີ 2014-2015 ຈາກຜົນຂອງການກວດກາ ໂຄງການຕ່າງໆ ທ່ານ   ບຸນທອງ ກ່າວວ່າ:

ສິ່ງທີ່ ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງ ສູນກາງພັກປະຊາຊົນປະຕິວັດລາວ, ຮອງນາຍົກຣັຖມົນຕຣີ ເວົ້າມານັ້ນ ເປັນ ສ່ວນໜ້ອຍ ນຶ່ງໃນບົດຣາຍງານ ຂອງທ່ານ ຕໍ່ກອງປະຊຸມ ສມັຍສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ 8 ທີ່ກໍາລັງດໍາເນີນໄປຢູ່ ໃນຂະນະນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.