ຣະບົບແຈ້ງພາສີແບບທັນສມັຍ
2014.04.08

ສປປລາວ ຈະຫັນໃຊ້ ການ ເກັບພາສີ ທີີ່ ທັນສມັຍ ເພື່ອ ຮັບປະກັນ ບໍ່ໃຫ້ມີ ຊ່ອງຫວ່າງ. ອີງຕາມ ຣາຍງານ ຂອງ ໜັງສືພິມ ເສຖກິດ ສັງຄົມ ວັນທີ 7 ເມສາ 2014.
ທີ່ຜ່ານມາ ສຳລັບ ການພັທນາ ຣະບົບ ແຈ້ງເຕືອນ ອັດຕະໂນມັດ (ASYCUDA) ເປັນການ ປະຕິບັດ ນະໂຍບາຍ ເຊື່ອມໂຍງ ເສຖກິດ ໃນພາກພື້ນ ແລະ ສາກົນ ຂອງ ຣັຖບານ ຊຶ່ງໄດ້ ຕົກລົງ ຮັບຮອງ ເອົາການ ນຳໃຊ້ ຣະບົບ ແຈ້ງພາສີ ອັດຕະໂນມັດ ຊຶ່ງເປັນ ຣະບົບ ທີ່ ຮັບຮອງ ຈາກ ອົງການ ຈັດຕັ້ງ ສາກົນ ເປັນຕົ້ນ ອົງການ ສະຫະ ປະຊາຊາດ ແລະ ອົງການ ພາສີ ໂລກ ປະຈຸບັນ ມີຫຼາຍກວ່າ 90 ປະເທດ ທົ່ວໂລກ ນຳໃຊ້ ຣະບົບ ດັ່ງກ່າວ ເຂົ້າໃນ ການຄຸ້ມຄອງ ການແຈ້ງ ພາສີ ຊຶ່ງຖືວ່າ ເປັນ ຣະບົບ ທີ່ມີ ປະສິດທິຜົນ ສູງ.
ໂດຍສັງລວມ ແລ້ວ ຣະບົບ ແຈ້ງ ພາສີ ອັດຕະໂນມັດ ແມ່ນເປັນ ຣະບົບ ຄຸ້ມຄອງ ແລະ ບໍຣິການ ແຈ້ງພາສີ ດ້ວຍຣະບົບ ເອເລັກໂຕຣນິກ ຊຶ່ງ ຜູ້ແຈ້ງ ພາສີ ເປັນຜູ້ ປ້ອນ ຂໍ້ມູນ ການແຈ້ງ ພາສີເຂົ້າ ໃນແບບຟອມ ເອເລັກໂຕຣນິກ ດ້ວຍຕົນເອງ ຜູ້ແຈ້ງ ພາສີ ຕ້ອງ ປະຕິບັດ ຕາມຂັ້ນຕອນ ການແຈ້ງ ພາສີ ເປັນ ຣາຍຣະອຽດ ຕາມ ມາດຕຣາ 22 ຂອງ ກົດໝາຍ ວ່າດ້ວຍ ພາສີ ສະບັບ ເລກ ທີ 04/ສພຊ ລົງວັນທີ 20 ທັນວາ 2011 ພາຍຫຼັງ ການແຈ້ງ ຂໍ້ມູນ ແຈ້ງພາສີ ໄດ້ຖືກສົ່ງ ເຂົ້າຫາ ຣະບົບ ເຈົ້າໜ້າທີ່ ພາສີ ກໍສາມາດ ດຳເນີນ ຂັ້ນຕອນ ການກວດກາ ຂໍ້ມູນ ແລະ ເອກສານ ປະກອບການ ແຈ້ງພາສີ ໃນຣະບົບ ໂດຍກົງ.
ຢ່າງໃດກໍ່ຕາມ ຣະບົບ ການແຈ້ງພາສີ ອັດຕະໂນມັດ ຍັງໄດ້ ນຳໃຊ້ ຣະບົບບໍຣິຫານ ຄວາມສ່ຽງ ເຂົ້າໃນ ການຄວບຄຸມ ແລະ ກວດກາ ສິນຄ້າ ຊຶ່ງ ແບ່ງເປັນ 3 ປະເພດ ຄວາມສ່ຽງ: ຄວາມສ່ຽງສູງ, ຄວາມສ່ຽງ ປານກາງ ແລະ ຄວາມສ່ຽງຕ່ຳ ມີພຽງສິນຄ້າ ທີ່ມີ ຄວາມສ່ຽງສູງ ເທົ່ານັ້ນ ຈິ່ງຈະຖືກ ກວດກາ ຕົວຈິງ. ສ່ວນວ່າ ສິນຄ້າ ທີ່ມີ ຄວາມສ່ຽງ ປານກາງ ຈະຖືກ ກວດກາ ທາງດ້ານ ເອກສານ ສຳລັັບ ສິນຄ້າ ທີ່ມີ ຄວາມສ່ຽງຕ່ຳ ແມ່ນຈະໄດ້ ຮັບການ ກວດປ່ອຍ ທັນທີ ການນຳໃຊ້ ກົນໄກ ນີ້ ເຮັດໃຫ້ ການແຈ້ງ ພາສີ ສະດວກ ວ່ອງໄວ ສອດຄ່ອງ ກັບການ ປະຕິບັດ ຂອງ ສາກົນ.
ມີຂໍ້ມູນ ເສີມຕື່ມ ອີກວ່າ: ກົມພາສີ ກະຊວງ ການເງິນ ຂອງລາວ ໄດ້ສຳເຣັດ ການຕິດຕັ້ງ ແລະ ນຳໃຊ້ ຮະບົບ ແຈ້ງພາສີ ອັດຕະໂນມັດ ນັບແຕ່ ປີ 2012 ເປັນຕົ້ນມາ ຮອດ ປະຈຸບັນ ມີ 11 ດ່ານພາສີ ສາກົນ ທີ່ນຳໃຊ້ ຣະບົບ ດັ່ງກ່າວ ຄື: ດ່ານພາສີ ສາກົນ ຂົວມິຕພາບ 1, ດ່ານພາສີ ສາກົນ ແດນສວັນ, ດ່ານພາສີ ສາກົນ ນ້ຳພາວ, ດ່ານພາສີ ສາກົນ ບໍ່ເຕັນ, ດ່ານພາສີ ສາກົນ ຫ້ວຍຊາຍ, ດ່ານພາສີ ສາກົນ ນ້ຳໂສຍ, ດ່ານພາສີ ສາກົນ ນ້ຳເຫືອງ, ດ່ານພາສີ ສາກົນ ວັງເຕົາ, ດ່ານພາສີ ສາກົນ ຂົວ ມິຕພາບ 2, ດ່ານພາສີ ສາກົນ ຂົວ ມິຕະພາບ 3, ດ່ານພາສີ ສາກົນ ສະໜາມບິນ ວັດໄຕ ຂະນະທີ່ ກົມພາສີ ຍັງຈະໄດ້ ສືບຕໍ່ ຈັດຕັ້ງ ນຳໃຊ້ ຮະບົບ ດັ່ງກ່າວ ລົງເຖິງ ຂັ້ນ ດ່ານພາສີ ຊາຍແດນ ໃນຂອບເຂດ ທົ່ວ ປະເທດ.