ທາງການຈະໃຊ້ລະບົບໃໝ່ ເກັບເງິນ ດ່ານ ເຂົ້າ-ອອກ
2018.02.28
ກະຊວງການເງິນຈະນໍາໃຊ້ລະບົບການເງິນແບບໃໝ່ ເອີ້ນວ່າລະບົບ FMIS ຢູ່ຕາມດ່ານສາກົນ ເພື່ອແກ້ໄຂບັນຫາ ຄວາມບໍ່ໂປ່ງໄສ ແລະ ບັນຫາການເກັບຣາຍຮັບ ຈາກພາສີອາກອນ ບໍ່ໄດ້ຕາມເປົ້າໝາຍ; ດັ່ງເຈົ້າໜ້າທີ່ ກະຊວງການເງິນ ກ່າວ ຕໍ່ວິທຍຸເອເຊັຽ ເສຣີ ໃນວັນທີ 28 ກຸມພາ ວ່າ:
"ລະບົບ FMIS ໂຕນີ້ ແມ່ນລະບົບການຄຸ້ມຄອງລະບົບການເງິນ ທີ່ມີຄວາມປອດໄພ ເງິນເຂົ້າອອກ ຈະຕ້ອງຜ່ານລະບົບ ໂຕນີ້ ໂດຍອໍໂຕ້ ຫັ້ນນ່າ ຈະເອົາລົງແບບ ໂຕດ່ານຫັ້ນແຫຼະ ນໍາເຂົ້າສິນຄ້າສົ່ງອອກສິນຄ້າ ຈັບແບບອໍໂຕ້ ວ່າຂົນເຂົ້າເທົ່ານີ້ ຂົນອອກເທົ່ານີ້ ຄືຜ່ານມາຈະໃຊ້ ໂດຍການປໍ້ານໍ້ ຫຼືວ່າການລົງລາຍເຊັນ ເອົາເຄື່ອງອອກ 10 ແຕ່ວ່າເວລາປໍ້າ 3 ປະມານນີ້ນະ ແຕ່ວ່າຄັນໃຊ້ລະບົບນີ້ນະ ຄົນເຂົ້າມາ 10 ເຈົ້າບໍ່ສາມາດໄປລົບໄປປ່ຽນໄດ້ ຂໍ້ມູນໂຕນັ້ນຫັ້ນນ່າ."
ທ່ານກ່າວຕື່ມວ່າ ທີ່ຜ່ານມາຢູ່ດ່ານສາກົນ ໃນທົ່ວປະເທດ ຍັງໃຊ້ລະບົບ GFIS ຊຶ່ງເປັນລະບົບ ທີ່ມີການເກັບຂໍ້ມູນ ໂດຍເຈົ້າໜ້າທີ່ ປະຈຳ ດ່ານເປັນຜູ້ບັນທຶກ ແລະເປັນຄົນປ້ອນຂໍ້ມູນ ການເຂົ້າການອອກ ຂອງສິນຄ້າ ຄົນ ລົດ ແລະ ເງິນພາສີ ໃສ່ໃນລະບົບ ສົ່ງໄປໃຫ້ພາກສ່ວ່ນ ການເງິນ ສະນັ້ນລະບົບດັ່ງກ່າວ ທີ່ມີການນໍາໃຊ້ ມາດົນນານແລ້ວ ຈຶ່ງຍັງມີຊ່ອງຫວ່າງຫຼາຍ ເຈົ້າໜ້າທີ່ສາມາດ ບັນທຶກຂໍ້ມູນ ທີ່ບໍ່ຖືກກັບ ຄວາມເປັນຈິງ ຕົວຢ່າງ ຣົດຂົນສົ່ງສິນຄ້າ ຕ່າງປະເທດເຂົ້າມາ 10 ຄັນ ກໍ່ອາດບັນທຶກໃສ່ ແຕ່ວ່າເຂົ້າມາ 3 ຄັນ ຫຼືເກັບ ພາສີ ກັບແຕ່ 3 ຄັນ ສ່ວນເງິນຄ່າພາສີ ຈາກຣົດອີກ 7 ຄັນນັ້ນເອົາເຂົ້າກະເປົາ ຕົນເອງ.
ແຕ່ສຳລັບລະບົບໃໝ່ນີ້ຈະມີຄອມພີວເຕີ ບັນທຶກຂໍ້ມູນ ຜ່ານເຄື່ອງເຊັນເຊີ້ ແບບອັດຕະໂນມັດ ໄດ້ມາດຕະຖານສາກົນ ເລື່ອງຄວາມວ່ອງໄວ ໂປ່ງໄສ ເຈົ້າໜ້າທີ່ພາກສ່ວນການເງິນ ຈະຮັບຮູ້ໄດ້ທັນທີ ເວລາມີລົດເຂົ້າມາດ່ານ ຍ້ອນເຊັ້ນເຊີ້ ຄອມພີວເຕິ ລະບົບໃໝ່ນີ້ ຈະບັນທຶກ ແລະ ສົ່ງຂໍ້ມູນໄປປະກົດ ຢູ່ຄອມພີວເຕີ້ ທີ່ເຈົ້າໜ້າທີ່ສັງກັດ ກະຊວງການເງິນເບິ່ງຢູ່.