ສ້າງຊົນນະບົດ ໃຫ້ເປັນເມືອງ
2013.03.07
ນະໂຍບາຍ ການພັທນາ ຊົນນະບົດ ໃຫ້ເປັນເມືອງ ຂອງ ຣັຖບານ ລາວ ອາດບໍ່ສໍາເຣັດ ຕາມເປົ້າໝາຍ.
ຣັຖບານ ລາວ ມີນະໂຍບາຍ ພັທນາ ສ້າງ ຊົນນະບົດ ໃຫ້ເປັນເມືອງ ແຕ່ອາດບໍ່ ສໍາເຣັດໄດ້ ຕາມເປົ້າໝາຍ ເນື່ອງຈາກວ່າ ທີ່ຜ່ານມາ ກໍມີ ນະໂຍບາຍ ຫລາຍໆຢ່າງ ທີ່ວາງອອກ ແຕ່ປະຕິບັດ ບໍ່ໄດ້ ຮວມທັງ ນະໂຍບາຍ ກ່ຽວກັບ ການສ້າງ ຣະບົບ ຊົລປະທານ ແລະ ນະໂຍບາຍ ໃຫ້ປະຊາຊົນ ມີໄຟຟ້າ ໃຊ້ ທົ່ວເຖິງກັນ. ເມື່ອປະຕິບັດ ນະໂຍບາຍ ນັ້ນບໍ່ໄດ້ ກໍປ່ຽນ ນະໂຍບາຍ ໃໝ່ ໄປເລື້ອຍໆ. ດັ່ງຄົນລາວ ຊາວແຂວງ ຄໍາມ່ວນ ເວົ້າວ່າ:
"ມັນເຖິງ ແລ້ວ ກໍບໍ່ແນ່ໃຈ ເພາະວ່າ ນະໂຍບາຍໃໝ່ ຂອງຣັຖບານ ລ້ວນແລ້ວ ຕົກຄ້າງ ຫລາຍຢ່າງ, ດຽວນີ້ ທາງຊົນນະບົດ ຈະກາຍເປັນ ຕົວເມືອງ ແຕ່ວ່າສິ ສໍາເຣັດ ຫລືບໍ່ ຖ້າສໍາເຣັດ ກໍດໍາເນີນຕໍ່ ຖ້າບໍ່ສໍາເຣັດ ກໍຄືປ່ຽນ ແບບໃໝ່ ແຕ່ວ່າເຮົາ ຄາດຄະເນ ຄິດສໍາເຣັດ ກໍບາງ ຕົວເມືອງ ເທົ່ານັ້ນ ທົ່ວປະເທດ ເປັນໄປບໍ່ໄດ້".
ທ່ານເວົ້າ ຕໍ່ໄປວ່າ ຢູ່ແຕ່ລະແຂວງ ຄະນະປົກຄອງ ຕັ້ງແຕ່ ຂັ້ນບ້ານ, ຂັ້ນເມືອງ, ຂັ້ນແຂວງ ພາກັນແບ່ງດິນ ເອົາໝົດແລ້ວ ແລະ ມີແຜນຍ້າຍ ບ້ານເຮືອນ ປະຊາຊົນ ເພື່ອສ້າງ ຕລາດໃສ່ ຫລື ຕຶກໃສ່ ແລ້ວຄິດຄ່າ ເຊົ່າແພງ ອັນບໍ່ສ້າງ ປໂຍດ ໃຫ້ຊາວ ຊົນນະບົດ ແລະວ່າ ການທີ່ຈະສ້າງ ຫຍັງນັ້ນ ຕ້ອງມີຄວາມ ພ້ອມທຸກຢ່າງ ເປັນຕົ້ນ ການສ້າງ ໂຄງຮ່າງພື້ນຖານ. ຖ້າບໍ່ມີ ຄວາມພ້ອມ ກໍບໍ່ຄວນສ້າງ, ເຮັດໄປ ກໍບໍ່ໄດ້ຜົນ.
ຂະນະດຽວກັນ ຊາວແຂວງ ຈໍາປາສັກ ກໍຄິດວ່າ ນະໂຍບາຍ ສ້າງຊົນນະບົດ ໃຫ້ເປັນ ເມືອງນັ້ນ ກໍອາດ ເປັນໄປໄດ້ຢູ່ ຍ້ອນມີ ຄົນລາວ ຢູ່ຕ່າງປະເທດ ກັບມາຫລາຍ ແລະ ຊາວຕ່າງ ປະເທດກໍມາ:
"ລາວນີ້ ມີໂອກາດ ຢູ່ ສໍາເຣັດຢູ່ ຄົນລາວ ກັບມາຫລາຍ ເຂົາກໍເລີ່ມພັທນາ ປະເທດລາວ ເລີ່ມພັທນາ ເລີ່ມມີ ທະນາຄານ ເລີ່ມມີ ຕ່າງຊາດລົງມາ ເພິ່ນກໍໃຫ້ ນະໂຍບາຍ ຫລາຍ ເປັນໄປໄດ້".
ນະໂຍບາຍ ສ້າງຊົນນະບົດ ເປັນເມືອງ ຂອງ ຣັຖບານລາວ ມີຈຸດປະສົງ ກະຈາຍ ຣາຍໄດ້ ໄປສູ່ ຊົນນະບົດ ແຕ່ອາດ ເປັນໄປໄດ້ຍາກ ຍ້ອນວ່າ ຈົນມາເຖິງ ປັດຈຸບັນນີ້ ການພັທາ ຊົນນະບົດ ແມ່ນບໍ່ໄປ ບໍ່ມາ ພໍເທົ່າໃດ.