ຕລາດລາວຂຍາຍໂຕໃນຂີດ ຈໍາກັດ
2014.03.12

ທະນາຄານ ໂລກ ເຊື່ອວ່າ ການ ກະສິກັມ ຢູ່ລາວ ຍັງຈະ ອາສັຍ ການ ເຮັດໃຮ່ ເຮັດນາ ເຮັດ ຮົ້ວສວນ ຫລາຍຢູ່ ແລະ ຍັງຈະ ລ້າຫລັງ ວຽດນາມ ແລະ ໄທ ຊຶ່ງເປັນ ປະເທສ ເພື່ອນບ້ານ ທີ່ ຫັນໄປສູ່ ການເປັນ ປະເທສ ພັທນາ ທາງດ້ານ ກະສີກັມ ຢູ່ໃນ ຂົງເຂດນີ້ ຢູ່ຕໍ່ໄປ.
ການຜລິດ ທາງດ້ານ ກະສິກັມ ຂອງ ປະເທສລາວ ຂຍາຍຕົວ ໃນທ່ວງ ທ່າໄວ ແຕ່ການ ຂຍາຍຕົວ ນັ້ນ ແມ່ນເລີ່ມ ຈາກພື້ນຖານ ຕໍ່າທີ່ສຸດ ແລະ ຍັງອີກ ດົນກ່ອນ ທີ່ລາວ ຈະໄປເຖິງ ບ່ອນທີ່ມີ ຜົລຜລິດ ພຽງພໍ ບໍ່ໄດ້ຊື້ ມາຈາກ ຕ່າງ ປະເທສ ນັ້ນ.
ການຂຍາຍຕົວ ທາງດ້ານ ການຄ້າ ກໍຈະເປັນ ບັນຫານຶ່ງ ທີ່ຈະເຮັດ ໃຫ້ລາວ ສົ່ງເສີມ ພະລັງ ທາງດ້ານ ຊັພຍາກອນ ດ້ວຍການ ລົງທຶນ ໃສ່ການ ພັທນາໂຄງຮ່າງ ແລະ ຕ່ອງໂສ້ ຂອງ ຄວາມຕ້ອງການ.
ຂະນະທີ່ ການຜລິດ ທາງດ້ານ ການກະເສດ ຢູ່ ປະເທສລາວ ຈະຂຍາຍ ໃນ ທ່ວງທ່າໄວ ໃນຫລາຍປີ ທີ່ ຈະມານີ້ ມັນກໍຈະ ເລີ່ມຈາກ ພື້ນຖານ ຕໍ່າທີ່ສຸດ ແລະ ຈະຍັງອາສັຍ ການກຸ້ມ ຕົນເອງ ຢູ່.
ລາວເປັນ ປະເທສ ທີ່ີມີ ພົລເມືອງ ຢູ່ຕາມ ຊົນນະບົດ ຫລາຍທີ່ສຸດ ຢູ່ ໃນຂົງເຂດ ເອເຊັຍ ຕາເວັນອອກ ສ່ຽງໃຕ້ ຄືມີ ພົລເມືອງ ຈໍານວນ 3 ສ່ວນ 4 ຂອງ ປະເທສ ອາສັຍຢູ່ ເຂດ ຊົນນະບົດ ໃນ ປັດຈຸບັນ. ຂແນງ ກະສິກັມ ມີບົດບາດ ສໍາຄັນ ໃນ ເສຖກິດ ຂອງປະເທສ ຄືກວມເອົາ ປະມານ 25% ຂອງ ລວມຍອດ ຜລິຕພັນ ພາຍໃນ ຫລື GDP ຂອງປະເທສ ແລະ ຄາດວ່າ ຜົລຜລິດ ກະສິກັມ ຈະຫລຸດລົງ ມາເປັນ 15% ໃນປີ 2023. ການຜລິດ ກະສິກັມ ຂຍາຍຕົວ ຢ່າງໄວວາ ໃນ 10 ກວ່າປີ ມານີ້ ຄືໃນ ຊຸມປີ 2000 ຂຍາຍຕົວ ໃນແຕ່ລະ ປີ ປະມານ 4.7%.