3 ແຂວງໃນລາວຢູ່ຕ່ຳກວ່າ ຂີດ ທຸກຍາກ
2017.10.18
ອົງການອາຫານໂລກເວົ້າວ່າ ແຂວງຊຽງຂວາງ ຫົວພັນແລະເຊກອງ ເປັນແຂວງທີ່ທຸກຍາກກວ່າຫມູ່ ໃນລາວ ຍ້ອນຂາດປັດໃຈຫຼາຍຢ່າງ ນຶ່ງໃນນັ້ນ ກໍແມ່ນຂາດການ ຝຶກອາຊີບ ຊຶ່ງເຈົ້າຫນ້າທີ່ ຂັ້ນເມືອງ ແລະຂັ້ນແຂວງ ຕ້ອງເປັນຜູ້ຊີ້ນຳ ໃນການສ້າງ ອາຊີບ ໃຫ້ແກ່ຂະເຈົ້າ. ດັ່ງເຈົ້າຫນ້າທີ່ ອົງການອາຫານໂລກ ປະຈຳລາວ ທ່ານນຶ່ງກ່າວໃນວັນທີ 17 ຕຸລາ ນີ້ວ່າ:
"ພວກເຮົາມີຂໍ້ມູນ ຈາກການວິເຄາະພາຍໃນເນາະ ຈະມີຣະດັບ ຂອງຄວາມທຸກຍາກຕ່າງໆ ບວກກັບ ຄວາມອ່ອນແອ ກໍຢູ່ທາງແຂວງຊຽງ ຂວາງ ຫົວພັນ ແລ້ວກໍທາງແຂວງເຊກອງ ກໍຍັງເປັນແຂວງ ທີ່ຍັງມີຣະດັບ ຂອງຄວາມທຸກຍາກ ຍັງສູງຢູ່".
ທ່ານກ່າວຕື່ມວ່າ ໃນສາມແຂວງດັ່ງກ່າວ ມີປະຊາຊົນ ເປັນຈຳນວນຫລວງຫລາຍ ຍັງປະເຊີນກັບຄວາມທຸກຍາກ ຂາດອາຊີບ ຂາດລາຍໄດ້ ຈາກການວິເຄາະ ຂອງອົງການອາຫານໂລກ ພົບວ່າ ມີເດັກນ້ອຍ ອາຍຸຣະຫວ່າງ 3-15 ປີ ຂາດສານອາຫານ ປະມານ 20 ພັນ ຄົນໃນປີ 2016-17 ມີສຸຂພາບຈ່ອຍໂຊ ແລະນ້ຳຫນັກຕ່ຳ ນອກຈາກນັ້ນໃນເຂດຫ່າງໄກ ສອກຫລີກ ໃນສາມແຂວງດັ່ງກ່າວ ປະຊາຊົນ ແຮ່ງທຸກຍາກ.
ທ່ານວ່າ ອີກປັດຈັຍນຶ່ງ ທີ່ປະຊາຊົນ ໃນສາມແຂວງ ມີຄວາມທຸກຍາກ ກໍແມ່ນວ່າຂາດໂຄງຮ່າງພື້ນຖານ ການຄົມມະນາຄົມ ຖນົນຫົນທາງ ໄຟຟ້າ ນ້ຳສະອາດ ການສຶກສາ ແລະໂຮງຫມໍໂຮງຮຽນ ໃນເຂດ ຫ່າງໄກສອກຫລີກ ຮ່ວມທັງການຮັບຮູ້ຂ່າວສານ ຈາກທາງການ:
"ມັນກໍກ່ຽວຂ້ອງກັບ ຫຼາຍເງື່ອນໄຂເນາະ ຕົວຢ່າງວ່າເວົ້າເຣື້ອງ ຄວາມຫຼາກຫຼາຍ ຂອງການດຳຣົງຊີວິດ ໄປເຂດຊົນນະບົດເນາະ ແລ້ວມື້ ແລ້ວວັນໄປ ປັດຈັຍອື່ນໆທີ່ຈະມາມີ ຜົລກະທົບ ຕໍ່ການພັທນາເສຖກິດ ກໍຍັງໜ້ອຍກວ່າ ເຂົ້າເຖິງພື້ນຖານ ໂຄງລ່າງ ສາທາຣະນຸປະໂພກ ກໍຍັງບໍ່ທົ່ວເຖິງປານໃດ ເພາະສະນັ້ນ ມັນກໍໄປກ່ຽວຂ້ອງກັບ ການດຳຣົງຊີວີດນັ້ນອີກ ຊີ່ຫາທາງອອກ ເປັນການເພີ້ມລາຍຮັບ ໄປຫາຂາຍ ຫຍັງ ມັນກໍຍັງຈຳກັດຢູ່ ຊ່ອງທາງໃນການພັທນາ ຄວາມຮູ້ ຄວາມສາມາດ ເວົ້າເຣື້ອງ ການສືກສາ ກໍເປັນໄປໄດ້ຊ້າ".
ແຕ່ເຖິງຢ່າງໃດກໍຕາມ ໃນສົກງົບປະມານ ຣະຫວ່າງປີ 2017-19 ຣັຖບານລາວ ໄດ້ຈັດສັນງົບປະມານ 50 ລ້ານໂດລາ ເຂົ້າໃນກອງທຶນ ເພື່ອຫລຸດຜ່ອນ ຄວາມທຸກຍາກ ໃນລາວ ໂດຍມີເປົ້າຫມາຍແນ່ໃສ່ ການແກ້ໄຂຄວາມທຸກຍາກ ໃນຈຳນວນ 263 ບ້ານທຸກຍາກ ໃນ 43 ເມືອງ ໃນນັ້ນຮ່ວມດ້ວຍ ແຂວງຊຽງຂວາງ ຫົວພັນ ແລະເຊກອງ.