ຊາວລາວວ່າບັນຫາທີ່ດິນ ແກ້ຍາກ
2016.09.14
ປະຊາຊົນລາວ ຮູ້ສຶກຍິນດີ ແຕ່ ຍັງບໍ່ແນ່ໃຈ ພາຍຫຼັງທີ່ ທ່ານ ອະໂນໄທ ຈັນທະລັງສີ, ຮອງ ອະທິບໍດີກົມ ທີ່ດິນ ກະຊວງ ຊັພຍາກອນ ທັມມະຊາຕ ແລະ ສິ່ງແວດລ້ອມ ໄດ້ກ່າວຕໍ່ ສື່ມວນຊົນ ຂອງ ທາງການລາວ ເມື່ອບໍ່ດົນ ມານີ້ວ່າ ປະຊາຊົນ ສາມາດ ຮ້ອງຮຽນ ແລະ ສົ່ງບັນຫາ ຕ່າງໆກ່ຽວກັບ ທີ່ດິນ ເຖິງ ພາກຣັຖ ໂດຍຕຣົງ ຖ້າຫາກ ປະຊາຊົນ ເຫັນວ່າມີ ເຈົ້າໜ້າທີ່ ກ່ຽວຂ້ອງ ກັບ ທີ່ດິນ ຫຼື ພະນັກງານ ຣັຖກອນ ດ້ານທີ່ດິນ ມີພຶຕຕິກັມ ທີ່ສວາຍໃຊ້ ໜ້າທີ່ ຕຳແໜ່ງ ໄປໃນທາງທີ່ ສໍ້ຣາສ ບັງຫຼວງ. ດັ່ງ ຄົນລາວ ທ່ານນຶ່ງ ກ່າວຕໍ່ ຜູ້ສື່ຂ່າວ ເອເຊັຽ ເສຣີ ເມື່ອວັນທີ 14 ກັນຍາ 2016 ນີ້ ວ່າ:
"ຕ້ອງຟັງຫາງສຽງ ປະຊາຊົນ ແຫຼະບາດນີ້, ແມ່ນບໍ່? ມີຫາງສຽງ ມາລະເດ ບໍ່ແມ່ນແຕ່ ສະເພາະ ທີ່ດິນດອກ ມັນກະດີ ກະເປັນການ ປະກາດໃຫ້ ສັງຄົມຮູ້ ຮູ້ວ່າຊ່ອງທາງ ໃນການທີ່ວ່າ ເຂົາເອີ້ນວ່າ ຊ່ອງທາງ ໃນການ ໃຫ້ຂໍ້ມູນ ຫຼືວ່າ ຊ່ອງທາງ ໃນການຮ້ອງຂໍ ຕໍ່ວ່າ ຫັ້ນດອກ ປະຊາຊົນ ກະຊິຮູ້ ຫຼາຍຂຶ້ນ. ຄັນມັນມີຂ່າວ ແນວນີ້ ມັນກະດີ ຫັ້ນແຫຼະ ເນາະ ເຮັດໃຫ້ເຂົາຮູ້ ດຽວນີ້ເພິ່ນ ກະເອົາໃຈໃສ່ ແລ້ວ ຫັ້ນນ່າ ເພາະວ່າ ຜ່ານມາ ມັນກະລະຫຼວມ ຫຼາຍເດ".
ທ່ານກ່າວ ຕື່ມວ່າ ການຮ້ອງຮຽນ ເຖິງພາກຣັຖ ໂດຍຕຣົງນັ້ນ ອາຈຍັງບໍ່ພໍ ໃນການແກ້ ບັນຫາ ໃຫ້ປະຊາຊົນ ກ່ຽວກັບ ຄວາມຂັດແຍ່ງ ທາງດ້ານ ທີ່ດິນ, ພາກຣັຖ ຄວນມີ ນິຕິກັມ ຫຼື ມາຕການ ທີ່ ແນ່ນອນ ຈາກ ຂັ້ນສູນກາງ ບໍ່ວ່າຈະເປັນ ດຳຣັຖ ຫຼື ເປັນຄຳສັ່ງ ຂອງນາຍົກ ຣັຖມົນຕຼີ ເພື່ອໃຫ້ ປະຊາຊົນ ມີບ່ອນອີງ ເພາະ ທີ່ຜ່ານມາ ຍັງຂາດຈຸດນີ້:
"ມັນກະຕ້ອງມີ ມາຕການ ມັນກະຕ້ອງມີ ເຄື່ອງມື ເຂົາເອີ້ນ ມີຣະບຽບ ຣະບຽບ ອອກທາງ ສູນກາງໂລດ ບອກວ່າ ສຳລັບ ໜັງສື ໃບຕາດິນ ນີ້ມັນອອກ ມະຕິ ອອກມາທໍ່ໃດ, ກະຕ້ອງ ຂຽນມາ ຊັດເຈນ ໂລດເນາະ. ກົມທີ່ດິນ ຫຼືວ່າ ກະຊວງ ຊັພຍາກອນ ຊິເປັນຄົນເຮັດ ດຳຣັຖ ອອກມາ ກະວ່າ ຫຼືວ່າ ຣະດັບ ນາຍົກ ຣັຖມົນຕຼີ ກະວ່າໄປ ກະຕ້ອງຂຽນ ອອກມາ ຢ່າງຊັດເຈນ ມັນຈັ່ງມີ ບ່ອນອີງ ໃຫ້ປະຊາຊົນ ເດ. ອັນນີ້ ເອົາແຕ່ຊິວ່າ".
ໃນຂນະດຽວກັນ, ຄົນລາວ ອີກທ່ານນຶ່ງ ກໍ່ໄດ້ໃຫ້ ທັສນະ ກ່ຽວກັບ ການແກ້ບັນຫາ ທີ່ິດິນ ທີ່ມີ ເຈົ້າໜ້າທີ່ ທີ່ດິນ ກ່ຽວຂ້ອງ ນຳວ່າ ມັນບໍ່ແມ່ນ ເຣື້ອງງ່າຍ ເພາະມັນເປັນ ແຫຼ່ງ ຜົລປໂຍດ ທີ່ສຳຄັນ, ລະຍະສັ້ນ ຄົງຈະແກ້ ບັນຫາ ບໍ່ໄດ້:
"ຊິເປັນລະຍະສັ້ນໆນີ້ ຂ້ອຍຄິດວ່າມັນ ຄືຊິບໍ່ໄດ້ດອກ ວ່າມັນຕ້ອງເປັນ ລະຍະຍາວ ເນາະ ໃຫ້ໂອກາດ ຣັຖບານ ເພິ່ນວ່າ ເພິ່ນຊິເຮັດ ແທ້ບໍ່, ຄັນວ່າຊິເຮັດ ປຸບປັບ ມັນກະ ຢາກມີບັນຫາ ເນາະ ບໍ່ວ່າຈະເປັນ ຈັກໜ່ອຍ ຈັບຜິດ ຜູ້ນັ້ນ ຜູ້ນີ້ ມັນກະຊິ ມີການໂຍກຍ້າຍ ກັນຫຼາຍ ມັນກະຊິ ຫຍຸ້ງຍາກ ຕື່ມອີກ".
ບັນຫາການ ສໍ້ຣາສ ບັງຫຼວງ ໃນບັນດາ ເຈົ້າໜ້າທີ່ ທີ່ດິນ ໃນລາວ ເປັນບັນຫາ ທີ່ແກ່ຍາວ ມາເປັນເວລາ ຫຼາຍປີແລ້ວ, ແຕ່ພາກສ່ວນ ກ່ຽວຂ້ອງ ກໍ່ຍັງບໍ່ ສາມາດ ແກ້ໄຂບັນຫາ ນີ້ໄດ້ເທື່ອ, ສ່ວນນຶ່ງ ກໍ່ເກີດມາຈາກ ນະໂຍບາຍ ດ້ານທີ່ດິນ ທີ່ບໍ່ຮັດກຸມ ພຽງພໍ ແລະ ບັນດາ ນິຕິກັມ ກົດໝາຍ ຍັງມີ ຊ່ອງຫວ່າງ, ຈຶ່ງເຮັດໃຫ້ ເຈົ້າໜ້າທີ່ ດ້ານທີ່ດິນ ຈຳນວນນຶ່ງ ສວຍໃຊ້ ຊ່ອງຫວ່າງ ກົດໝາຍ ຊອກຫາ ຜົລປໂຍດ ເຂົ້າໃສ່ຕົນເອງ ແລະ ພັກພວກ ຈົນສັງຄົມ ຮູ້ສຶກ ເບື່ອໜ່າຍ.
ຢ່າງໃດກໍ່ດີ, ມີຣາຍງານວ່າ ພາກສ່ວນ ກ່ຽວຂ້ອງ ດ້ານທີ່ດິນ, ໂດຍສະເພາະ ກະຊວງ ຊັພຍາກອນ ທັມມະຊາຕ ແລະ ສິ່ງແວດລ້ອມ ກຳລັງດັດແກ້ ນະໂຍບາຍ ທີ່ດິນ ເພື່ອຕຣຽມ ສົ່ງເຂົ້າ ສະພາ ແຫ່ງຊາດ ໃຫ້ ພິຈາຣະນາ ຮັບຜ່ານ ໃນວາຣະ ກອງປະຊຸມ ສະພາ ແຫ່ງຊາດ ສມັຍສາມັນ ເທື່ອຕໍ່ໄປ ແລະ ພາກສ່ວນ ກ່ຽວຂ້ອງ ກໍ່ຈະປຶກສາ ຫາລືກັນ ໃນເດືອນ ຕຸລາ ທີ່ ຈະມາເຖິງນີ້.