ຄົນງານລາວຢູ່ຕ່າງປະເທດ ຖືກ ລະເລີຍ
2019.01.11

ທາງພາກສ່ວນກ່ຽວຂ້ອງ ຍັງຂາດເຂີນງົບປະມານໃນການຕິດຕາມເບິ່ງການເປັນຢູ່ໂຕຈິງ ຂອງຄົນງານລາວ ທີ່ຕັດສິນໃຈໄປເຮັດວຽກ ຢູ່ ຕ່າງປະເທດ ຕາມບັນທຶກຄວາມເຂົ້າໃຈ ຫຼື MOU ຣະຫວ່າງລາວ ກັບຕ່າງປະເທດ. ຈົນຮອດປັຈຈຸບັນພາກສ່ວນກ່ຽວຂ້ອງ ກໍຍັງບໍ່ຮູ້ວ່າ ຄົນງານລາວ ຈຳນວນນັ້ນ ຈະໄດ້ຮັບການປະຕິບັດຕໍ່ແນວໃດ ຫຼືກິນຢູ່ຫຼັບນອນບ່ອນໃດ.
ຍົກຕົວຢ່າງແຕ່ປີ 2015-16 ມີຄົນງານລາວຊາຍໜຸ່ມຍິງສາວ ອາຍຸຣະຫວ່າງ 18-25 ປີ ຮວມມີ 47 ຄົນຢູ່ແຂວງວຽງຈັນ ໄປເຮັດວຽກຢູ່ ປະເທດຍິ່ປຸ່ນ ມາຮອດມື້ນີ້ທາງແຂວງ ຍັງບໍ່ມີງົບປະມານ ໃນການຕິດຕາມເບິ່ງຊີວິດການເປັນຢູ່ ຂອງພວກຂະເຈົ້າ, ດັ່ງເຈົ້າໜ້າທີ່ ຜແນກ ແຮງງານ ແລະສວັດດີການສັງຄົມ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 11 ມົກກະຣາ ນີ້ວ່າ:
”ບາງເທື່ອສິແມ່ນເລື່ອງວຽກ ບາງເດືອນເຮັດ ບາງເດືອນບໍ່ໄດ້ເຮັດ ບາງເທື່ອເງິນບາງເດືອນກໍບໍ່ໄດ້ ເລື່ອງສວັດດີການ ເລື່ອງເງິນອຸດໜຸນ ຕ່າງໆ ຕອນມາສຳພາດ ເປັນຢ່າງໜຶ່ງ ຕອນເຮັດຕົວຈິງ ບໍ່ເປັນຕາມນັ້ນ ເພາະວ່າພວກເຮົາບໍ່ໄດ້ຕິດຕາມ ປະເທດປາຍທາງພຸ້ນ ເຮົາຈັດສົ່ງ ໄປແລ້ວ ບໍ່ໄດ້ຕິດຕາມ ມັນບໍ່ມີງົບປະມານຊິໄປຕິດຕາມ.”
ທ່ານກ່າວຕື່ມວ່າ ບັນທຶກຂໍ້ຕົກລົງ MOU ຈະມີສັນຍາສະບັບນຶ່ງ ເປັນສັນຍາຜູກພັນ ຣະຫວ່າງນາຍຈ້າງຕ່າງປະເທດ ກັບລູກຈ້າງຄົນລາວ ໃນຕ່າງປະເທດ ຈະເຊັນສັນຍາເຮັດວຽກນໍາກັນ 3 ປີ ລະ1 ປີ ກໍຕ້ອງຕິດຕາມຊີວິດການເປັນຢູ່ຂອງຂະເຈົ້າ, ແຕ່ວ່າປີ 2015–16 ທາງ ບໍຣິສັດຕ່າງປະເທດ ກໍພຽງຣາຍງານໃຫ້ຟັງວ່າ ພາກສ່ວນກ່ຽວຂ້ອງຂອງລາວ ບໍ່ໄດ້ເຫັນສະພາບໂຕຈິງ ຍ້ອນບໍ່ມີງົບປະມານຕິດຕາມ.
ເຖິງຢ່າງໃດກໍຕາມແຕ່ປີ 2017 ຫາປີ 2018 ແຂວງວຽງຈັນ ກໍບໍ່ມີງົບປະມານ ໃນການຈັດສົ່ງຄົນງານລາວໄປເຮັດວຽກຢູ່ຕ່າງປະເທດ ຍ້ອນວ່າ ຄົນງານໃນແຂວງຂອງຕົນ ໄປນະຄອນຫຼວງວຽງຈັນ ເພື່ອສມັກໄປເຮັດວຽກຢູ່ຕ່າງປະເທດ ດ້ວຍຕົນເອງ.