ການຊື້ຈ້າງເຂົ້າຮຽນ ຢູ່ ລາວ
2018.11.16
ຜູ້ປົກຄອງນັກສຶກສາທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ກ່່າວຕໍ່ເອເຊັຽເສຣີວ່າ ນາງ ແລະ ຄອບຄົວຂອງນາງ ໄດ້ຈ້າງເຈົ້າຫນ້າທີ່ແພດຄົນນຶ່ງ ໃນ ຈຳນວນເງິນ 5 ໝື່ນ ບາດເມື່ອ 2-3 ເດືອນ ຜ່ານມາ ເພື່ອໃຫ້ເອົາລູກຂອງນາງ ເຂົ້າໂຮງຮຽນແພດ ແຕ່ໃນທີ່ສຸດ ກໍບໍ່ໄດ້ເຂົ້າ ແລະ ກໍບໍ່ ສົ່ງເງິນຄືນ. ດ່ັງນາງກ່າວໃນຕອນນຶ່ງວ່າ:
“ມັນມີສັນຍາກັນເດ້ 5 ໝື່ນບາດ ຖ້າລູກລາວໄດ້ເຂົ້າໂຮງຮຽນແພດ ທີ່ລາວຊ່ອຍໄດ້ເວົ້າກັນວ່າ 1 ແສນບາດ ແຕ່ມັດຈຳກ່ອນ 5 ໝື່ນບາດ ຖ້າບໍ່ໄດ້ເຂົ້າຈະສົ່ງເງິນຄືນ.”
ນາງກ່າວຕື່ມວ່າ ເງິນທີ່ນາງເອົາໃຫ້ເຈົ້າຫນ້າທີ່ຄົນນັ້ນ ແມ່ນເງິນນ້ຳເຮື່ອນ້ຳແຮງ ຂອງນາງແລະຄອບຄົວ ທ້ອນມາເປັນເວລາຫຼາຍປີ ແລະ ຄອບຄົວຂອງນາງ ກໍເປັນຄອບຄົວ ຫາເຊົ້າກິນຄ່ຳ ຍ້ອນຢາກໃຫ້ລູກໄດ້ເຂົ້າໂຮງຮຽນດີ ມີອະນາຄົດທີ່ແຈ່ມໃສ ແຕ່ກັບຖືກຕົ້ມ.
ກ່ຽວກັບເຣື້ອງນີ້ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຫາ ມະຫາວິທຍາໄລແພດ ເຈົ້າຫນ້າທີ່ຜແນກວິຊາການ ທ່ານນຶ່ງເວົ້າວ່າ ບໍ່ເປັນຄວາມຈິງ ທຸກຄົນ ຕ້ອງໄດ້ເສັງເຂົ້າ ຖ້າຜ່ານການສອບເສັງ ຈຶ່ງໄດ້ເຂົ້າ ບໍ່ສາມາດຊື້ຈ້າງໄດ້ ດ່ັງທ່ານກ່າວວ່າ:
“ບໍ່ ບໍ່ເປັນຄວາມຈິງ ມະຫາວິທຍາໄລແພດ ຢູ່ກ້ອງອຳນາດຂອງກະຊວງສາທາຣະນະສຸຂ ຕ້ອງປະຕິບັດຕາມກົດຣະບຽບຂອງກະຊວງຢ່າງ ເຄັ່ງຄັດ ຜູ້ທີ່ເສັງໄດ້ນັ້ນ ສ່ວນໃຫຍ່ ເປັນນັກຮຽນເກັ່ງ ແລະຄະແນນດີ ຈື່ງເສັງຕິດ ແລະສວ່ນໃຫຍ່ແມ່ນນັກຮຽນ ຈາກເຂດນອກ ມະຫາ ວິທຍາໄລ ໃຫ້ສິດພິເສດແກ່ນັກຮຽນເກັ່ງ ຣະດັບຊາດ.”
ໃນຂນະດຽວກັນ ເຈົ້າໜ້າທີ່ຕ້ານການສໍ້ຣາດບັງຫຼວງ ທີ່ບໍ່ປະສົງອອກຊື່ ແລະສຽງຈິງ ໄດ້ກ່າວຕໍ່ວິທຍຸເອເຊັຍເສຣີວ່າ:
"ເບິ່ງຄືນແທ້ ດຽວນີ້ຜູ້ໃດເຮັດ ກະຈັດການໂລດນ່າ ຫຼັງຈາກພວກເຮົາ ມີມາຕການເຂັ້ມງວດ ພວກເຂົາກະຢຸດ, ບໍ່ມີ. ແຕ່ເມື່ອກ່ອນຫັ້ນມີ. ສຸດທ້າຍ ມັນກະຕ້ອງໄດ້ເວົ້າເຣື້ອງຄວາມຮັບຜິດຊອບເດ໋. ສຸດທ້າຍມາ ມັນກະມິດໄປແລ້ວ ດຽວນີ້ນ່າ, ຖືວ່າຮັດກຸມເຂົ້າ ເກືອບວ່າບໍ່ມີ ພຸ້ນແຫຼະ. ມີແຕ່ພວກຕົ້ມຕຸນຫັ້ນແຫຼະ ພວກນັ້ນຫັ້ນມີ ເຣື້ອງວ່າເປັນຂະບວນການ ຫຼືວ່າ ຮັບໄປແລ້ວ ລະໄປເຮັດ ບໍ່ມີ ບໍ່ໄດ້. ແຕ່ວ່າ ການຕົວະ ມັນອາຈມີ ເພາະວ່າ ອ້າງຜູ້ນັ້ນ ອ້າງຜູ້ນີ້, ໂຕເອງຮູ້ຈັກຜູ້ນັ້ນ ໂຕເອງຮູ້ຈັກຜູ້ນີ້ ຊິແລ່ນໃຫ້ ສຸດທ້າຍ ກະບໍ່ໄດ້, ຫັ້ນນ່າ. ໂຕນີ້ມັນປາສຈາກບໍ່ໄດ້ ເພາະເປັນບຸກຄົນເດ໋, ແຕ່ການຈັດຕັ້ງພວກເຮົາ ແມ່ນບໍ່ມີແລ້ວ."
ແຕ່ເຖິງຢ່າງໃດກໍຕາມ ທຸກມື້ນີ້ໃນລາວ ຍັງມີການຊື້ຈ້າງຫຼາຍຢູ່ເພື່ອເຂົ້າຮຽນຣະດັບສູງ, ເປັນພະນັກງານຣັດ ຫລືພະນັກງານຫ້ອງການ ເອກຊົນ. ການຊື້ຈ້າງທີ່ພົບເຫັນໃນລາວ ໃນປັດຈຸບັນ ກໍແມ່ນການເສັງເຂົ້າຕຳຣວດ ເປັນພະນັກງານທີ່ດິນ ພະນັກງານພາສີ ພະນັກງານ ທະນາຄານ ແລະອື່ນໆ ທີ່ສາມາດສໍ້ຣາດບັງຫຼວງໄດ້ ຜູ້ທີ່ບໍ່ມີເງິນຊື້ຈ້າງ ເຖິງແມ່ນວ່າຈະຈົບໂຮງຮຽນຂັ້ນສູງ ດ້ວຍຄະແນນດີປານໃດ ກໍຈະບໍ່ໄດ້ເຂົ້າ.
ການສໍ້ຣາດບັງຫຼວງ ມີຢູ່ທຸກຫົນແຫ່ງໃນລາວ ຈົນກາຍເປັນປະເພນີໄປແລ້ວ. ຫຼ້າສຸດນີ້ ການຈັດອັນດັບ ການສໍ້ຣາດບັງຫລວງຂອງ 10 ປະເທດອາຊ່ຽນ ໃນປີ 2017 ລາວ ເປັນປະເທດ ທີ່ມີການສໍ້ຣາສບັງຫຼວງ ຫຼາຍທີ່ສຸດ ເປັນອັນດັບສອງ ຮອງຈາກ ກັມພູຊາ.