ມູນຄ່າສ້າງທາງສູງເກີນ ຄວາມຈິງ
2018.12.06
ໃນປີ 2017 ກະຊວງໂຍທາທິການແລະຂົນສົ່ງ ກວດເຫັນ 18 ໂຄງການ ມີມູນຄ່າການກໍ່ສ້າງເກີນຄວາມເປັນຈິງ ສ່ວນປີ 2018 ກວດພົບ 12 ໂຄງການ ຮວມເປັນ 30 ໂຄງການ ທີ່ປະເມີນມູນຄ່າກໍ່ສ້າງ ສູງເກີນຄວາມເປັນຈິງ.
ທ່ານບຸນຈັນ ສິນທະວົງ ຣັຖມົນຕຣີ ກະຊວງໂຍທາທິການແລະຂົນສົ່ງ ກ່າວຕໍ່ກອງປະຊຸມສະພາແຫ່ງຊາດວ່າ ຄຸນນະພາບການກໍ່ສ້າງຕໍ່າ ມູນຄ່າການກໍ່ສ້າງສູງ ແລະແກ່ຍາວຣະຍະເວລາການກໍ່ສ້າງ ສ້າງຄວາມເສື່ອມເສັຽແກ່ຣັຖບານ. ສາເຫດກໍຍ້ອນວ່າ:
1-/ ໂຄງການລົງທຶນກ່ອນ ໂດຍບໍ່ຜ່ານການປະມູນ, ຜູ້ສຳຣວດອອກແບບແມ່ນຄົນຜູ້ດຽວກັນ, ຂາດການກວດກາ ແລະມາຕຖານເຕັກນິກ ບໍ່ມີຄຸນນະພາບເທົ່າທີ່ຄວນ.
2-/ ການອະນຸມັດໂຄງການ ສ່ວນໃຫຍ່ ບໍ່ໄດ້ຜ່ານການສຳຣວດອອກແບບ, ບໍ່ໄດ້ຜ່ານການປະເມີນມູນຄ່າການກໍ່ສ້າງ.
3-/ ການຊຳລະສະສາງໜີ້ສິນຊັກຊ້າ ເຮັດໃຫ້ຜູ້ຮັບເໝົາ ບວກດອກເບັ້ຍເງິນກູ້ຈາກທະນາຄານເຂົ້າຕື່ມ ຈຶ່ງເກີດຄວາມຊັກຊ້າ ແລະເລື່ອນເວລາໃນການສ້າງ.
4-/ ເກີດຈາກ ຈັນຍາບັນ ແລະຈັນຍາທັມຄວາມໂປ່ງໃສ ແລະຄວາມຮັບຜິດຊອບຂອງນັກວິຊາການຈຳນວນນຶ່ງ ບໍ່ສູງເທົ່າທີ່ຄວນ.
5-/ ບໍ່ເປີດກວ້າງໃນການປະມູນອອກແບບ ແລະການດຳເນີນໂຄງການບໍຣິສັດດຽວເຮັດໝົດ.
ກ່ຽວກັບເຣື້ອງດັ່ງກ່າວນີ້ ເຈົ້າໜ້າທີ່ກະຊວງໂຍທາທິການແລະຂົນສົ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 6 ທັນວາ ນີ້ວ່າ:
“ບາງເທື່ອຜູ້ກໍ່ສ້າງເນາະ ຂະເຈົ້າໄດ້ຜ່ານການປະມູນແຕ່ວ່າ ສ່ວນຫຼາຍ ທາງ ທີ່ຂະເຈົ້າສ້າງເນາະ ມັນກໍ່ບໍ່ໄດ້ມາຕຖານເທົ່າທີ່ຄວນ ກໍ່ຄື ສົມມຸດວ່າ ທາງເບຕົງເພ ເພໄວ ໃນບ່ອນຕໍ່ຂອງມັນເນາະ ການໃຊ້ການປະສົມອັນນະເນາະ ສ່ວນປະສົມຂອງທຸກຢ່າງ ມັນບໍ່ໄດ້ມາຕຖານ ກໍ່ໃຫ້ມັນແຕກງ່າຍ ເຮັດໃຫ້ມັນເພງ່າຍ ແຕ່ວ່າ ເຮົາຍັງບໍ່ທັນໄດ້ ມີການປະເມີນບໍ່ໄດ້ເກັບກຳ ຕັ້ງແຕ່ເບື້ອງຕົ້ນລະອຽດ ຈົນສີ້ນສຸດໂຄງການ ເທື່ອ.”
ທ່ານກ່າວຕື່ມວ່າ ການດຳເນີນໂຄງການໃນຣະຍະຜ່ານມາ ບໍ່ໄດ້ຜ່ານການກວດສອບຢ່າງຣະອຽດ ຈາກພາກຣັຖ ແລະພາກເອກຊົນ ຈຶ່ງເຮັດໃຫ້ໂຄງການກໍ່ສ້າງຕ່າງໆ ບໍ່ໄດ້ມາຕຖານ ແລະເປ່ເພໄວ ສ້າງຄວາມເສັຍຫາຍ ໃຫ້ແກ່ງົບປະມານ ຂອງຣັຖ ຢ່າງຫຼວງຫຼາຍ ແລະສ້າງຄວາມເດືອດຮ້ອນຕໍ່ປະຊາຊົນ ໃນການໃຊ້ຣົດໃຊ້ຖນົນ ເປັນຕົ້ນການກໍ່ສ້າງເສັ້ນທາງ ແຕ່ 4 ແຍກ ຕານມີໄຊ ຫາ 3 ແຍກສີເກີດ ເຣີ້ມກໍ່ສ້າງມາຕັ້ງແຕ່ຕົ້ນປີ 2016 ຕາມກຳນົດ ຈະຕ້ອງສຳເຣັດໃນທ້າຍເດືອນຕຸລາ 2018 ນີ້, ແຕ່ປັດຈຸບັນ ການກໍ່ສ້າງຄືບໜ້າພຽງແຕ່ 40 ສ່ວນຮ້ອຍ ເທົ່ານັ້ນ ຈຶ່ງຈຳເປັນຕ້ອງເລື່ອນເວລາສ້າງໄປອີກ 1 ປີ.