ລາວໂຈະໂຄຕ້າ ຕັດໄມ້


2013.05.31
F-logs ໄມ້ທີ່ຕັດຈາກ ປະເທດລາວ ສົ່ງອອກໄປ ປະເທດໃກ້ຄຽງ
RFA

 

ຣັຖບານລາວ ໂຈະ ການອອກ ອະນຸມັດ ໂຄຕ້າ ຕັດໄມ້ ໃນ ແຕ່ລະປີ ໂດຍບໍ່ມີ ກຳນົດ.

ເຈົ້າຫນ້າທີ່ ກະສິກັມ ແລະ ປ່າໄມ້ ທ່ານນື່ງ ເວົ້າວ່າ, ຣັຖບານລາວ ຕັດສິີນໃຈ ໂຈະ ການອອກ ອະນຸມັດ ໂຄຕ້າ ຕັດໄມ້ ໃຫ້ແກ່ ບໍຣິສັດ ເອກຊົນ ໃນແຕ່ລະປີ ໂດຍບໍ່ມີ ກຳນົດ ເພື່ອຕ້ອງການ ສຳຣວດໄມ້ ທີ່ຍັງ ເຫລືອຢູ່ ໃນລາວ. ແຕ່ ໃນຂະນະ ດຽວກັນ ຣັຖບານລາວ ກໍຍັງມີ ໂຄງການ ຈັດສັນປ່າ ຜລິດ ເພື່ອສົ່ງເສີມ ທຸຣະກິດ ໄມ້ ແປຮູບ ແລະ ການສົ່ງອອກ ໃຫ້ຖືກຕ້ອງ ຕາມຣະບຽບ ກົດຫມາຍ.ດັ່ງທ່ານ ກ່າວວ່າ:

"ເພາະວ່າດຽວນີ້ ມັນກໍຍັງ ສັບສົນ ເຣື້ອງ ການຈັດສັນ ປ່າຜລິດ ເພາະວ່າ ໃນສ່ວນນື່ງ ການຈັດສັນ ປ່າຜລິດ ມັນມີ ໂຄງການ ທົດລອງ ເພາະສະນັ້ນ ໄມ້ຢູ່ໃນ ປ່າຜລິດນີ້ ເພີ່ນຈະໃຫ້ ເປັນຕົວຢ່າງ ຂອງໂຄງການ, ດັ່ງນັ້ນ ໂຄຕ້າ ແຕ່ລະປີ ຊີ່ບໍ່ມີ".

ທ່ານກ່າວ ຕໍ່ໄປວ່າ ໃນໂຄງການ ຈັດສັນ ປ່າຜລິດ ທາງຣັຖບານ ຈະໃຫ້ ໂຄຕ້າ ໃນ ການຕັດໄມ້ ເພື່ອໃຊ້ ໃນການພັທນາ ແຕ່ຕ້ອງ ປະຕິບັດ ຕາມ ກົດຣະບຽບ ທຸກຢ່າງ ໃນການຕັດ ແລະ ການສົ່ງໄມ້ ອອກໄປ ຕ່າງປະເທດ ຫລື ເຮັດເປັນ ໄມ້ແປຮູບ. ສຳລັບ ໂຄຕ້າ ໃນການຕັດໄມ້ ໃນປ່າອື່ນໆ ນັ້ນ ອາດຈະໂຈະ ໄປຊົ່ວ ຣະຍະ ນື່ງກ່ອນ ທ່ານກ່າວ ເພີ້ມອີກວ່າ:

"ຄິດວ່າ ຈະເປັນ ຣະຍະນຶ່ງ ເທົ່ານັ້ນ ເພື່ອວ່າ ໃຫ້ໄດ້ ຂໍ້ສລຸບວ່າ ໄມ້ທີ່ຂຸດຄົ້ນ ໃນໂຄງຮ່າງ ພື້ນຖານ ຂອງ ຣັຖບານ ມັນພຽງພໍ ມັນກຸ້ມຄ່າບໍ ເພີ່ນກະຊີ່ ປະເມີນ ໃນຣະຍະນື່ງ ຄິດວ່າ ຣະຍະນຶ່ງ".

ການໂຈະ ອະນຸມັດ ໂຄຕ້າ ຕັດໄມ້ ໄດ້ເລີ້ມ ມາແຕ່ປີ 2012 ເນື່ອງຈາກວ່າ ແຕ່ລະ ແຂວງ ຕ້ອງໄດ້ ສະສາງບັນຫາ ໃນການຕັດໄມ້ ໃຫ້ເປັນ ຣະບຽບກ່ອນ ກ່ອນຈະຕັດໄດ້. ສຳລັບ ປ່າຜລິດ ນັ້ນ ສາມາດຕັດໄດ້ ບໍ່ໃຫ້ເກີນ ປີລະ 1 ແສນ ແມັດກ້ອນ ແຕ່ບາງແຂວງ ຕັດກາຍ ເກີນທີ່ ທາງການ ອະນຸມັດ ໃຫ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.