ຈະມີປະມູນຂາຍເຂົ້າ ຢູ່ສາງ ພີເອັສ
2017.12.27

ຄນະຮັບຜິດຊອບສະເພາະກິດ ບໍຣິສັດພີເອັສ ຕຽມປະມູນຂາຍເຂົ້າໜຽວ ແລະ ເຂົ້າຈ້າວ ທີ່ຄ້າງສາງ ພັນປາຍຕັນ ພາຍໃນບໍຣິສັດ ພີເອັສ ໂດຍຈະເຣີ້ມເປິດຂາຍ ຊອງປະມູນ ແຕ່ວັນທີ 25 ທັນວາ ຫາ ວັນທີ 4 ມົກກະຣາ 2018 ແລະຈະເຣີ້ມ ເປິດຊອງປະມູນ ໃນວັນທີ 5 ເດືອນມົກກະຣາ 2018 ເພື່ອຈະນໍາເງິນສ່ວນນີ້ ໄປຈ່າຍຄືນໃຫ້ບັນດາສະມາຊິກ ຂອງບໍຣິສັດພີເອັສ. ດັ່ງເຈົ້າຫນ້າທີ່ ຄນະຮັບຜິດຊອບ ສະເພາະກິດ ບໍຣິສັດພີເອັສ ທ່ານນຶ່ງ ກ່າວໃນວັນທີ 27 ທັນວາ ນີ້ວ່າ:
“ຫມາຍຄວາມວ່າ ອັນນີ້ ເພິ່ນສິໃຫ້ມັນມີຣະບຽບ ການປະມູນເຂົ້າ ເຮົາສິມີການ ປະມູນເນາະ ເຮົາເຣີ້ມຣາຄາປະມູນ ແມ່ເຣີ້ມຈາກ 1,100 ກີບຕໍ່ກິໂລ ເຂົ້າໜຽວເຂົ້າຈ້າວ ມີພັນກວ່າຕັນ ແລ້ວມັນກໍຈະມີການ ເປິດຊອງປະມູນນັ້ນ ໃນວັນທີ 5 ເວລາ 10 ໂມງເຄິ່ງ ຢູ່ບໍຣິສັດພີເອັສ ປາກຊາບ ເມືອງໄຊທານີ ດຽວນີຣາວໆ ຣາຄາປະມານ 2 ແສນກີບເນາະ ຄ່າຊື້ແບບຟອມ.”
ທ່ານກ່າວວ່າ ຫລັງຈາກຄນະຜູ້ຮັບຜິດຊອບ ກວດກາຊັບສິນເບິ່ງແລ້ວ ພົບວ່າມີເຂົ້າຫນຽວ ຄ້າງສາງຢູ່ 1 ພັນ 172 ຕັນປາຍ ແລະເຂົ້າຈ້າວ 597 ຕັນປາຍ ຈຶ່ງຈໍາເປັນທີ່ຈະຕ້ອງ ນໍາອອກມາເປິດປະມູນຂາຍ ໃຫ້ແກ່ພໍ່ພໍ່ຄ້າ ນັກທຸຣະກິດ ທັງພາຍໃນ ແລະ ຕ່າງປະເທດໂດຍຈະເຣີ້ມ ຣາຄາປະມູນຂາຍ 1,100 ກີບຕໍ່ກິໂລ.
ສໍາລັບພໍ່ຄ້າຫຼືນັກທຸຣະກິດ ຜູ້ທີ່ສົນໃຈ ຈະເຂົ້າຮ່ວມການປະມູນຂາຍເຂົ້າ ຂອງບໍຣິສັດ ພີເອັສເທື່ອນີ້ ຈະຕ້ອງຊື້ ຊອງປະມູນ ໃນຣາຄາ 2 ແສນກິບ ຕາມເງື່ອນໄຂ ຂອງຄນະຜູ້ຮັບຜິດຊອບ ຈຶ່ງເຂົ້າຮ່ວມປະມູນໄດ້ ນອກຈາກຈະເປິດປະມູນ ຂາຍເຂົ້າທີ່ ຄ້າງສາງ ຂອງບໍຣິສັດ ພີເອັສ ແລ້ວກ່ອນໜ້ານີ້ ທາງຄນະ ຜູ້ຮັບຜິດຊອບ ກໍໄດ້ເປິດໃຫ້ ປະຊາຊົນທົ່ວໄປ ເຂົ້າໄປຊື້ ເຄື່ອງຂອງ ພາຍໃນ ບໍຣິສັດພີເັອສ ໄປແລ້ວ ຈໍານວນນຶ່ງ ແຕ່ກໍຍັງມີ ເຄື່ອງຂອງທີ່ ຍັງເຫລືອຢູ່ ຈໍານວນຫຼວງຫຼາຍ ທີ່ຂາຍບໍ່ອອກ ເປັນຕົ້ນ ແປ້ງເຂົ້າປຸ້ນ ແລະນໍ້າດຶ່ມກາພີເອັສ:
“ມັນມີນໍ້າດື່ມ ແລ້ວກໍສາງເຂົ້າປຸ້ນ ດຽວນີ້ເຮົາກໍຂາຍເຄື່ອງໃນສາງ ຊຸບເປີ້ມາກເກດ ນັ້ນແດ່ເປັນນໍ້າ ສະປຣອກສະໄປຣ ພວກນົມພວກຫຍັງ ນີ້ແຫຼະເຮົາຂາຍຫຼຸດຣາຄາ 30% ອັນນີ້ນະ ໂອ້ ຄົນມາເອົາ ເກືອບສິໝົດແລ້ວ ທີ່ຄ້າງຢູ່ສາງເຫລືອແຕ່ ພວກແປ້ງເຂົ້າປຸ້ນບໍ ເຂົ້າເປືອກບໍ ແລະນໍ້າດຶ່ມ ຍັງຫລາຍຢູ່.”
ເຈົ້າໜ້າທີ່ເວົ້າອີກວ່າ ທີ່ຜ່ານມາ ກໍໄດ້ຍຶດເອົາຊັບສິນສ່ວນຕົວ ປະເພດໃບຢັ້ງຢືນທີ່ດິນ ເພັດພອຍ ແລະຄໍາ ໄດ້ຈໍານວນນຶ່ງ ຊຶ່ງເປັນຊັບສິນ ຂອງທ້າວ ປໍເຮີ ແລະນາງ ສຸກມາລີ ເທບສີເມືອງ ປະທານບໍຣິສັດພີເອັສ ແຕ່ຍັງບໍ່ໄດ້ປະເມີນຣາຄາເທື່ອ ເພາະທາງຄນະ ກໍາລັງເລັ່ງໃສ່ ເຣື້ອງນໍາເອົາເຄື່ອງ ພາຍໃນບໍຣິສັດ ຂາຍໃຫ້ຫມົດກ່ອນ ກ່ອນທີ່ຈະໝົດອາຍຸ ແລະ ຄາດວ່າຕ້ອງໃຊ້ເວລາ ເຖິງກາງປີ 2018 ຈົນກ່ວາ ຄນະຜູ້ຮັບຜິດຊອບ ສະເພາະກິດ ຈະສາມາດຈັດສັນ ຄ່າເສັຍຫາຍ ທັງໝົດແລະ ຄືນເງິນໃຫ້ ສະມາຊິກ ບໍຣິສັດພີເອັສ.