ສປປລາວ ຕ້ອງການນັກລົງທຶນ

ສິດນີ
2017.09.27
F-SEZ ແຜນທີ່ຣາຍລະອຽດ ຂອງເຂດເສຖກິດ 10 ແຫ່ງໃນ ສປປລາວ ທີ່ສ້າງຕັ້ງຂຶ້ນໃນປິ 2003
RFA

ເຂດເສຖກິດພິເສດໃນລາວ ຍັງຕ້ອງການນັກລົງທຶນ ຈາກ ຕ່າງປະເທດຫລາຍຢູ່ ເພື່ອໃຫ້ເປັນໄປຕາມ ແຜນການພັທນາ ເສຖກິດ-ສັງຄົມ ຂອງຣັຖບານລາວ ໃຫ້ຫຼຸດພົ້ນຈາກ ຄວາມທຸກຍາກ ແລະປະເທດດ້ອຍພັທນາ ພາຍໃນປີ 2030. ທາງການລາວ ໄດ້ຈັດສັນ ເຂດເສຖກິດ ພິເສດແລະສເພາະ ໃນທົ່ວປະເທດ ໃນຈຳນວນ 10 ເຂດ, ດັ່ງເຈົ້າຫນ້າທີ່ ເຂດເສຖກິດພິເສດ ທ່ານນຶ່ງກ່າວໃນວັນທີ 26 ກັນຍາ ນີ້ວ່າ:

"ຄວາມເປັນຈິງທຸກເຂດເຮົາ ກໍຍັງເປີດຮັບຢູ່ ເປີດຮັບການລົງທຶນ ຍັງບໍ່ໄດ້ເຕັມ ຄວາມຈິງມັນຕອບຍາກ ທຸກໆເຂດ ກໍຍັງຕ້ອງການຢູ່ ແຕ່ລະ ເຂດມັນກໍຄ່ອຍພັທນາ ຕາມຍຸທສາດຂອງຂະເຈົ້າ ຕ່າງແຕ່ວ່າ ຜູ້ລົງທຶນກໍເລີ້ມ ທະຍ່ອຍກັນເຂົ້າມາຫັ້ນນ່າ ແຕ່ວ່າມີ ເນື້ອທີ່ວ່າງ ສຳລັບຜູ້ທີ່ ສົນໃຈ ກໍມີຢູ່ ບໍ່ແມ່ນວ່າບໍ່ມີ ບ່ອນວ່າງໃຫ້, ນັກລົງທຶນ ຜູ້ທີ່ສົນໃຈ ກໍສາມາດເຂົ້າມາເບິ່ງຕົວຈິງໄດ້".

ທ່ານກ່າວຕື່ມວ່າ ປັດຈຸບັນ ເຂດເສຖກິດພິເສດ 10 ເຂດ ໃນທົ່ວປະເທດ ກໍຄ່ອຍພັທນາ ຕາມຍຸທສາດຂອງຣັຖບານ ເປັນຕົ້ນເຂດບຶງທາດ ຫລວງ ເຂດສຖກິດພິເສດ ທ່າແຂກ ຄຳມ່ວນ, ບໍ່ເຕັນແດນຄຳ ສວັນ-ເຊໂນ ແລະເຂດອື່ນໆນັ້ນ ກໍມີການພັທນາໄປ ບາງສ່ວນແລ້ວແຕ່ກໍຍັງ ບໍ່ຫມົດ ຍັງມີພື້ນທີ່ວ່າງ ສຳລັບນັກລົງທຶນ ຕ່າງຊາດຢູ່.

ໃນມື້ວັນທີ 25 ກັນຍາ ຜ່ານມາ ນັກລົງທຶນ ຈາກ ຈີນແລະໄທ ກໍໄດ້ຫາລືກັບ ທາງການລາວ ກ່ຽວກັບການເລັ່ງ ພັທນາເຂດ ເສຖກິດພິເສດ ສວັນ-ເຊໂນ ໃຫ້ແລ້ວເສັດ ໃນປີ 2030 ໂດຍຈະສຸມໃສ່ ການຄ້າ ການບໍຣິການ ແລະ ອຸດສາຫະກັມ ແປຮູບ ໃນມູນຄ່າ ປະມານ 30 ພັນ ລ້ານຢວນ ຄາດວ່າ ຈະເລີ້ມພັທນາ ໃນປີ 2020 ນີ້.

ປັດຈຸບັນ ມີນັກລົງທຶນຕ່າງຊາດ ເຂົ້າມາລົງທຶນ ໃນເຂດເສຖກິດ ໃນທົ່ວປະເທດ ທີ່ຈົດທະບຽນແລ້ວ ປະມານ 198 ບໍຣິສັດ ຄິດເປັນມູນຄ່າ ປະມານ 6 ພັນລ້ານໂດລາ ມີການລົງທຶນ ໄປແລ້ວປະມານ 1 ພັນລ້ານໂດລາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.