ລາວຄວນເນັ້ນພັທນາ ການທ່ອງທ່ຽວ


2013.06.19
F-tourist ໂຄງການພັທນາ ການທ່ອງທ່ຽວ ໃນສປປລາວ ມີມາໂດຍຕລອດ
RFA

 

ອົງການ ທີ່ບໍ່ຂຶ້ນ ກັບ ຣັຖບານ ຫລື NGO ໄທ ເຫັນວ່າ ສປປລາວ ຄວນ ເນັ້ນພັທນາ ການທ່ອງທ່ຽວ ໃຫ້ຫລາຍຂຶ້ນ ເພື່ອວັຍລຸ້ນ ລາວ ໂດຍສະເພາະ ແມ່ຍິງ ຈະມີວຽກ ງານເຮັດ ຫລາຍຂຶ້ນ:

"ຈັດທ່ອງທ່ຽວ ວາງຣະບົບ ການທ່ອງທ່ຽວ ໃຫ້ມັນ ສຸດຍອດ ເພາະວ່າ ອຸດສາຫະກັມ ທ່ອງທ່ຽວ ມັນເປັນ ອຸດສາຫະກັມ ທີ່ໃຫຍ່ ເມື່ອບວກກັບ ຊັພຍາກອນ ທີ່ລາວ ມີຢູ່ ໃນປະເທດແລ້ວ ກໍໃຊ້ໄດ້ ທຸກຢ່າງ ມັນດຶງດູດ ໄດ້ໝົດ ແລະ ທັງຈະແກ້ໄຂ ບັນຫາ ຜູ້ຍິງລາວ ຖືກ ຫລອກລວງ ນັ້ນ ນໍາດ້ວຍ".

ທ່ານກ່າວ ຕໍ່ໄປວ່າ ຫາກ ແຫລ່ງທ່ອງທ່ຽວ ໃນລາວ ໄດ້ຮັບການ ພັທນາຂຶ້ນ ກໍຈະມີ ວຽກງານ ເກີດຂຶ້ນຫລາຍ ເປັນຕົ້ນວຽກ ໃນໂຮງແຮມ ທີ່ພັກ ຫລື ວຽກ ບໍຣິການ ຕ່າງໆ ຊຶ່ງເປັນວຽກ ຂັ້ນພື້ນຖານ ທີ່ ແມ່ຍິງລາວ ເຮັດໄດ້ ຢູ່ແລ້ວ, ທັງຈະມີ ຣາຍໄດ້ ດີນໍາອີກ. ເມື່ອແມ່ຍິງ ລາວ ໄດ້ເຮັດວຽກ ກໍຈະບໍ່ຕົກຢູ່ ໃນຄວາມສ່ຽງ ທີ່ ຈະຖືກຄ້າ ຫລືຂາຍ ບໍຣິການ ທາງເພດ ຢູ່ໄທ ຫລາຍ.

ການພັທນາ ການທ່ອງທ່ຽວ ພາຍໃນປະເທດ ແລະ ການຫລຸດຜ່ອນ ການຖືກ ຄ້າມະນຸດ ກໍຢູ່ໃນ ແຜນການ ຂອງ ຣັຖບານ ລາວ ມາໂດຍຕລອດ. (ທ່າກ່າວ) ແຕ່ໃນ ສະພາບຄວາມ ເປັນຈິງແລ້ວ 2 ແຜນການ ນັ້ນ ຍັງມີການ ໃຫ້ຄວາມ ສໍາຄັນ ໜ້ອຍຢູ່ ຊຶ່ງ ຣັຖບານ ລາວ ຫັນໄປເນັ້ນ ເຣື່ອງການ ພັທນາ ປະເທດ ດ້ານອື່ນໆ ເຊັ່ນ ໂຄງການ ສ້າງທາງ ຣົດໄຟ ຄວາມໄວສູງ ຫລື ການສ້າງ ເຂດເສຖກິດ 41 ແຫ່ງ ໃນທົ່ວ ປະເທດ ຫລາຍກວ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.