ຜູ້ຕາງໜ້າລາວກ່າວປາໃສ ຢູ່ ສປຊ

ໄຊຍາ
2019.09.30
F-Saleumsay-K ທ່ານ ສະເຫຼີມໄຊ ກົມມະສິດ ຣັຖມົນຕຣີ ກະຊວງການຕ່າງປະເທດ ສປປ ລາວ ໄດ້ກ່າວຄໍາປາໃສ ຕໍ່ກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາດ ຄັ້ງທີ 74 ຢູ່ ນະຄອນນິວຢັອກ ສະຫະຣັຖອtເມຣິກາ ວັນທີ 28 ກັນຍາ 2019
Screen Captured : UN Web TV

ທ່ານ ສະເຫຼີມໄຊ ກົມມະສິດ ຣັຖມົນຕຣີ ກະຊວງການຕ່າງປະເທດ ສປປ ລາວ ໄດ້ກ່າວປາໃສ ຕໍ່ກອງປະຊຸມສະມັດຊາໃຫຍ່ ສະຫະ -ປະຊາຊາດ ຄັ້ງທີ 74 ຢູ່ນະຄອນນິວຢັອກ ສະຫະຣັຖອະເມຣິກາ ໃນວັນທີ 28 ກັນຍາ 2019 ນີ້. ໃນນັ້ນທ່ານໄດ້ເວົ້າ ເຖິງຫຼາຍບັນຫາ ເປັນຕົ້ນແມ່ນໄພນໍ້າຖ້ວມ ຢູ່ ສປປລາວ ຊຶ່ງທ່ານກ່າວຕອນນຶ່ງວ່າ:

"During the past 2 months we experiencing unexpected heavy rainfall as a result of...  ໃນໄລຍະ 2 ເດືອນ ຜ່ານມານີ້ ປະເທດຂອງພວກຂ້າພະເຈົ້າ ໄດ້ປະເຊີນກັບຝົນຕົກໜັກ ແບບບໍ່ຄາດຄິດມາກ່ອນ ຍ້ອນພາຍຸຄຸໂດ ຊຶ່ງໄດ້ເຮັດໃຫ້ ເກີດນໍ້າຖ້ວມ ເກືອບວ່າທຸກແຂວງ ຂອງລາວ ໄດ້ສ້າງຄວາມເສັຽຫາຍໃຫ້ແກ່ ໂຄງຮ່າງພື້ນຖານກະສີກັມ ແລະ ຊີວິດການເປັນຢູ່ຂອງ ປະຊາຊົນ ຊຶ່ງໄດ້ ໃຊ້ເງິນເຖິງຫລາຍລ້ານໂດລາ ເພື່ອຟື້ນຟູເຂດທີ່ໄດ້ຮັບ ຜົນກະທົບ."

ເມື່ອເວົ້າເຖິງນະໂຍບາຍການຕ່າງປະເທດ ຂອງສປປລາວ ທ່ານ ກໍໄດ້ເວົ້າເຖິງບາງບັນຫາສໍາຄັນ ຮວມທັງການແກ້ໄຂຂໍ້ຂັດແຍ່ງ ຣະຫວ່າງ ປາແລສຕາຍ ແລະ ອິສຣາແອນ ຊຶ່ງ ສປປລາວ ອີກເທື່ອນຶ່ງໄດ້ຍໍ້າເຖິງການສນັບສນູນ ໃຫ້ມີການແກ້ໄຂໂດຍ ສັນຕິວິທີ ຕາມມະຕິ ຂອງ ສະພາຄວາມໝັ້ນຄົງ ຂອງສະຫະປະຊາຊາດ.

ແລະເມື່ອເວົ້າເຖິງປະເທດຄິວບາ ທ່ານກໍໄດ້ກ່າວສນັບສນູນ ໃຫ້ມີການຍົກເລີກການລົງໂທດຕໍ່ຄີວບາ:

"My delegation once again calls on the lifting of the embargo of the Republic of Cuba, ຄນະຜູ້ແທນຂອງພວກເຮົາ ອີກເທື່ອນຶ່ງ ຮຽກຮ້ອງໃຫ້ມີການຍົກເລີກລົງໂທດ ຕໍ່ສາທາຣະນະຣັດຄິວບາ ຊຶ່ງເປັນປະເທດອະທິປະໄຕ ເພື່ອໃຫ້ປະຊາຊົນ ມີອິສຣະພາບ ໃນການພົວພັນທາງດ້ານເສຖກິດການຄ້າ ກັບປະເທດອື່ນໆ ຕາມກົດໝາຍສາກົລ."

ໃນຕອນທ້າຍຂອງຄໍາປາໃສ ທ່ານ ສະເຫລີມໄຊ ກົມມະສິດຣັຖມົນຕຣີກະຊວງການຕ່າງປະເທດ ໄດ້ເວົ້າເຖິງການຂໍເຂົ້າເປັນ ສະມາຊິກ ສະພາ ເສຖກິດ-ສັງຄົມ ຂອງສະຫະປະຊາຊາດ:

"Mr. President before I end my remarks, allow me to seize this opportunity to announce the the Lao PDR, ທ່ານກ່າວວ່າ ສປປລາວ ຂໍຖືໂອກາດນີ້ປະກາດວ່າ ສປປລາວ ໄດ້ຕັດສິນໃຈສເນີເຂົ້າເປັນສະມາຊິກ ສະພາເສຖກິດ-ສັງຄົມ ຂອງສະຫະ {ປະຊາຊາດ ໃນປີ 2023 ຫາ 2025."

ມັນເປັນເທື່ອທໍາອິດທີ່ ສປປລາວ ສເນີເຂົ້າເປັນສະມາຊິກສະພາ ທີ່ສໍາຄັນຂອງອົງການສະຫະປະຊາຊາດ ຊຶ່ງການສນັບສນູນ ຂອງສະມາຊິກ ສະຫະປະຊາຊາດທຸກ ປະເທດ ແມ່ນມີຄຸນຄ່າສູງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.