ເຈົ້າໜ້າທີ່ ຍຶດເຄື່ອງປ່າ ຂອງດົງ

ສຸພັດຕາ
2018.08.24
F-Police ເຈົ້າໜ້າທີ່ພາສີ ຂະແໜງການຕ້ານ ແລະ ກວດສອບຄືນການແຈ້ງພາສີ VI (ແຂວງຄຳມ່ວນ, ສວັນນະເຂດ)
Photo screen captured from KPL photo / https://tinyurl.com/ybvv8c77

ເຈົ້າໜ້າທີ່ກວດກາປ່າໄມ້ ແຂວງສວັນນະເຂດ ກວດຍຶດສັດປ່າ ປະເພດຫວງຫ້າມ ແລະພັນໄມ້ອະນຸຮັກ ໄດ້ຈຳນວນນຶ່ງ ຢູ່ຈຸດກວດກາ ເຂດບ້ານດົງ ເສັ້ນທາງເລຂທີ 9 ເມືອງເຊໂປນ ໃນຂນະທີ່ກຳລັງຕຽມສົ່ງໄປ ປະເທດວຽດນາມ. ສ່ວນຄົນຂັບຣົດ ຫຼົບໜີ ໄປໄດ້. ດ່ັງ ເຈົ້າໜ້າທີ່ກວດກາປ່າໄມ້ ຜແນກກະສິກັມ ແລະປ່າໄມ້ ແຂວງສວັນນະເຂດ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 24 ສິງຫານີ້ວ່າ:

“ມັນມີເອັນໄກ່ແລ້ວກໍໄມ້ ແລ້ວກໍ່ເອົາເຄື່ອງອິຫຍັງເກາະ ດອກກ້ວຍໄມ້ ຫັ້ນນາ ມັນມີ 2 ເທື່ອ 3 ເທື່ອພຸ້ນ, ເທື່ອນຶ່ງກໍມີເຕົ່າ ແລ້ວເທື່ອ ທີ່ສອງ ກໍມີງູຈົງອາງ ຂອງກອງກວດກາເພິ່ນຍຶດກ້ວຍໄມ້ ລະເພິ່ນຍຶດຢູ່ ເຊໂປນ ພ້ອມເອັນໄກ່ນີ້ ເຫັນເພິ່ນເອົາໄປກົມແລ້ວ ບ່ອນສູນ ອະນຸລັກ ສັດປ່າ 2 ເທື່ອແລ້ວ ເຫັນເພິ່ນເອົາໄປ.”

ທ່ານກ່າວຕື່ມວ່າ ນັບຕັ້ງແຕ່ຕົ້ນປີ 2018 ມານີ້ ເຈົ້າໜ້າທີ່ກວດກາປ່າໄມ້ແຂວງ ໄດ້ກວດຍຶດສັດປ່າ ປະເພດຫວງຫ້າມ ແລະພັນໄມ້ອະນຸຮັກ ທັງໝົດສາມເທື່ອ, ໃນເທື່ອທີ່ສອງ ແລະເທື່ອທີ່ສາມ ຍຶດໄດ້ໃນເດືອນສິງຫານີ້ ແລະໃນແຕ່ລະເທື່ອ ທີ່ກວດຍຶດ ສັດປ່າໄດ້ ກໍບໍ່ສາມາດຈັບກຸມ ຜູ້ກະທຳຜິດໄດ້ເລີຍ ຍ້ອນເຂົາຫຼົບໜີໄດ້ທັນ ຈຶ່ງບໍ່ສາມາດຮູ້ໄດ້ວ່າ ສັດປ່າ ແລະພັນໄມ້ ຈຳນວນດັ່ງກ່າວ ແມ່ນນຳມາຈາກປ່າ ບ່ອນໃດແທ້.

ສັດປ່າປະເພດຫວງຫ້າມ ທີ່ຍຶດໄດ້ກໍມີຫຼາຍປະເພດ ເປັນຕົ້ນງູຈົງອາງ 32 ໂຕ ນໍ້າໜັກ 266 ກິໂລ, ເຕົ່າ 48 ໂຕ ນໍ້າໜັກ 44 ກິໂລ, ລິ່ນ ຈຳນວນນຶ່ງ ນໍ້າໜັກ 19 ກິໂລ ແລະງູສິງ ອີກຈຳນວນນຶ່ງ ນໍ້າໜັກ 29 ກິໂລ ນອກຈາກນີ້ແລ້ວ ກໍຍັງມີກ້ວຍໄມ້ອີກ ຈຳນວນນຶ່ງຊຶ່ງເປັນ ພັນໄມ້ ອະນຸຮັກຂອງລາວ ກໍຖືກຕັດອອກໄປ ເພື່ອກຽມສົ່ງໄປວຽດນາມ ນຳດ້ວຍ.

ສັັດປ່າແລະພັນໄມ້ອະນຸຮັກ ທີ່ຍຶດໄດ້ໃນຄັ້ງນີ້ ແມ່ນກຽມລັກສົ່ງອອກໄປ ປະເທດວຽດນາມ ໃນລັກສນະເປັນຂະບວນການຫຼາຍຄົນ ໂດຍ ຮ່ວມມືກັນ ຣະຫວ່າງ ພໍ່ຄ້າຊາວລາວ ແລະຊາວວຽດນາມ. ເຈົ້າໜ້າທີ່ກວດກາປ່າໄມ້ ຜແນກກະສິກຳແລະປ່າໄມ້ ແຂວງສວັນນະເຂດ ກ່າວຕື່ມວ່າ ປັດຈຸບັນ ສັດປ່າແລະພັນໄມ້ ທີ່ກວດຍຶດໄດ້ນັ້ນ ໄດ້ສົ່ງໄປສູນອະນຸຮັກສັດປ່າ ແຂວງສວັນນະເຂດແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.