ຕໍາຣວດໄທຍຈັບຄົນລາວ ລັກເຂົ້າ ປະເທດ

ສຸພັດຕາ
2020.11.11
F-LAO-WORKERS ເຈົ້າໜ້າທີ່ຕໍາຣວດ ເມືອງທ່າລີ້ ແຂວງເລີຍ ຂອງໄທຍ ຈັບຊາວລາວໄດ້ 8 ຄົນ ໃນມື້ວັນທີ 4 ພຶສຈິກາ 2020, ເນື່ອງຈາກເຂົ້າປະເທດ ແບບຜິດກົດໝາຍ.
Courtesy of: nongkhainewsonline.net

ເຈົ້າໜ້າທີ່ຕໍາຣວດ ເມືອງທ່າລີ້ ແຂວງເລີຍ ຂອງໄທຍ ຈັບຊາວລາວ ໄດ້ 8 ຄົນ ຢູ່ແຄມທ່າ ແມ່ນໍ້າເຫືອງ ທີ່ຂີ່ເຮືອຂ້າມນໍ້າເຫືອງ ໄປບ້ານ ປາກຄານ ຕາແສງຜື, ເມືອງທ່າລີ້ ແຂວງເລີຍ ຂອງໄທຍ ໃນມື້ວັນທີ 4 ພຶສຈິກາ 2020 ນີ້ ເພື່ອໄປຫາເຮັດວຽກ. ຫຼັງຈາກແລ້ວ ເຈົ້າໜ້າທີ່ໄທຍ ກໍໄດ້ສອບສວນ ແລະ ສົ່ງໝົດທັງ 8 ຄົນ ໃຫ້ທາງການລາວ, ດັ່ງເຈົ້າໜ້າທີ່ໄທຍ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 10 ພຶສຈິກາ ນີ້ວ່າ:

“ບໍ່ແຈ້ງຄວາມໃສ່ ທາງ ຕ.ມ ລາວ ເຂົາຮັບໄປແລ້ວ ທີ່ຖາມເນາະ ມີຄົນໄທຍ ນີ້ແຫຼະ ໂທມາຫາຄົນລາວ ໃຫ້ຄົນລາວ ຫາຄົນມາ ຄົນໃດ ຢາກເຮັດວຽກກໍມາ ຜັກດັນກັບເລີຍ ເຂົາກໍກວດຫາໄຂ້້ ບໍ່ໄຂ້ ບໍ່ມີອິຫຍັງ ລັກລອບເຂົ້າມາ ມັນກໍສ່ວນໜ້ອຍ ເຂົາຂ້າມມາເຮົາກໍຈັບນັ້ນແຫຼະ.”

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ກ່ຽວຂ້ອງ ຢູ່ແຂວງໄຊຍະບູຣີ ກ່າວວ່າ ສໍາລັບ ກໍຣະນີ ນີ້ຊາວລາວທັງ 8 ຄົນ ທີ່ລັກລອບເຂົ້າໄປໄທຍນັ້ນໄດ້ ຖືກສົ່ງໂຕກັບມາລາວແລ້ວ ແລະກໍຈະມີ ແຕ່ກັກໂຕ 14 ມື້ ຕາມມາຕການປ້ອງກັນ ເຊື້ອພຍາດ ໂຄວິດ-19 ແລ້ວກໍຈະປ່ອຍໂຕ, ດັ່ງທ່ານ ກ່າວວ່າ:

“ເຂົາເຈົ້າມາ ກະມີແຕ່ປະຕິບັດ ຕາມວຽກຂອງຄະນະ ສະເພາະກິຈ ກັກໂຕ 14 ວັນ ກັກບໍ່ແມ່ເພື່ອວ່າ ຈະມີພຍາດໂຄວິດບໍ ຖ້າບໍ່ມີບັນຫາ ອື່ນແຊກຊ້ອນ ກໍບໍ່ມີບັນຫາຫຍັງດອກ.”

ສໍາລັບ ກໍຣະນີ ທີ່ ຄົນງານລາວ ຕ້ອງການໄປເຮັດວຽກ ຢູ່ປະເທດໄທຍ ນັ້ນເຈົ້າໜ້າທີ່ ກະຊວງແຮງງານ ແລະສວັດດີການສັງຄົມທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງກ່າວວ່າ ຄົນງານລາວ ຕ້ອງໄດ້ຜ່ານ ບໍຣິສັດຈັດຫາງານເທົ່ານັ້ນ, ຊຶ່ງປັດຈຸບັນ ທາງການ ຍັງບໍ່ອະນຸຍາດໃຫ້ ຄົນງານ ຂ້າມໄປເຮັດວຽກຢູ່ໄທຍ ໄດ້ເທື່ອ ຍ້ອນວ່າດ່ານຍັງບໍ່ເປີດ:

“ແຮງງານ ທີ່ຈະໄປເຮັດວຽກຢູ່ໄທຍ ມັນຕ້ອງຜ່ານ ບໍຣິສັດຈັດຫາງານ ແລ້ວຕ້ອງມີການສັນຍາເຮັດວຽກເນາະ ຖ້າບໍ່ມີ ແຮງງານລາວໄປ ກໍໄປແບບບໍ່ຖືກ ປົກກະຕິ ມັນຈະມີແຈ້ງການອອກ ຖ້າວ່າ ມີການເປີດ ຂົວ ມິຕພາບ ລາວ-ໄທຍ ເພິ່ນກໍຈະສົ່ງແຮງງານໄດ້ ແຕ່ຕອນນີ້ ຂົວມິຕພາບບໍ່ເປີດ ກໍບໍ່ສາມາດຈັດສົ່ງໄດ້ເນາະ ເນື່ອງຈາກມັນມີພຍາດໂຄວິດ ເດ້.”

ອີງຕາມການຣາຍງານຂອງສື່ທ້ອງຖິ່ນ ປະເທດໄທຍ ໃຫ້ຮູ້ວ່າ ເມື່ອວັນທີ່ 4 ພືສຈິກາ 2020 ນີ້ ເຈົ້າໜ້າທີ່ ປົກຄອງເມືອງທ່າລີ້ ຮ່ວມກັບ ຕໍາຣວດ ເມືອງທ່າລີ້ ແຂວງເລີຍ ຮ່ວມກັນຈັບຊາວລາວ ຈໍານວນ 8 ຄົນ ເປັນແມ່ຍິງ 6 ຄົນ ແລະ ເປັນຜູ້ຊາຍ 2 ຄົນ ທັງໝົດເປັນ ຊາວເມືອງໄຊຍະບູຣີ ແລະຫຼວງພຣະບາງ ທີ່ລັກລອບຂ້າມແມ່ນໍ້າເຫືອງ ໄປບ້ານປາກຄານ ຕາແສງຜື ເມືອງທ່າລີ້ ແຂວງເລີຍ ຂອງໄທຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.