ກອງປະຊຸມ ທາງອອກ ສູ່ທະເລ
2013.03.06

ສປປລາວ ເລີ່ມທົບທວນ ໂຄງການ ປະຕິບັດ ງານ ຂອງ ສະຫະປະຊາຊາດ ເພື່ອແກ້ໄຂ ບັນຫາ ຄວາມຕ້ອງການ ສະເພາະ ຂອງບັນດາ ປະເທດ ບໍ່ມີ ທາງອອກ ສູ່ທະເລ.
ຣັຖບານ ລາວ ເລີ່ມທົບທວນ ໂຄງການ ປະຕິບັດງານ ຂອງ ສະຫະປະຊາຊາດ ເຊັ່ນໂຄງການ ປີ 2003 ຊຶ່ງຖືກສ້າງຂຶ້ນ ເພື່ອຫລຸດຜ່ອນ ຄວາມຫຍູ້ງຍາກ ຂອງ ບັນດາ ປະເທດ ທີ່ກໍາລັງ ພັທນາ ບໍ່ມີທາງ ອອກ ສູ່ທະເລ ໃນວັນທີ 5 ມີນາ ນີ້ ທີ່ ນະຄອນຫລວງ ວຽງຈັນ.
ຂ່າວຊິນຮົວ ຣາຍງານວ່າ ກອງປະຊຸມ ທົບທວນ ພິຈາຣະນາ ເບິ່ງຜົນ ສໍາເຣັດ ແລະ ຈຸດອ່ອນ ຂອງໂຄງການ Almaty 10 ປີ ໂດຍມີທິດທາງ ການປະຕິຮູບ ຕໍ່ໄປ. ທ່ານ ທອງລຸນ ສີສຸລິດ ຣັຖມົນຕຣີ ການຕ່າງປະເທດ ຮອງນາຍົກ ຣັຖມົນຕຣີ ລາວ ກ່າວເປີດ ກອງປະຊຸມ ໂດຍເນັ້ນວ່າ ບັນຫາ ຄວາມຫຍູ້ງຍາກ ຂອງບັນດາ ປະເທດ ບໍ່ມີທາງອອກ ສູ່ທະເລ ຈະສາມາດ ຜ່ອນຄາຍ ລົງໄດ້ ໃນເມື່ອມີ ການຮ່ວມມືກັນ ຢ່າງແທ້ຈິງ ຣະຫວ່າງ ປະເທດ ທີ່ບໍ່ມີ ທາງອອກ ສູ່ທະເລ ກັບ ປະເທດ ທີ່ເປັນ ທາງຜ່ານ ແລະ ປະເທດ ທີ່ພັທນາແລ້ວ ຊຶ່ງເປັນ ຜູ້ໃຫ້ການ ຊ່ວຍເຫລືອ ທາງດ້ານ ການເງິນ.
ບັນຫາ ທີ່ປະເທດ ບໍ່ມີທາງອອກ ສູ່ທະເລ ປະສົບຢູ່ ແມ່ນການ ຂົນສົ່ງ ສິນຄ້າ ໄປຍັງ ຕລາດໂລກ ບໍ່ສະດວກ. ທ່ານທອງລຸນ ກ່າວເນັ້ນວ່າ 1 ໃນບັນຫາ ບຸຣິມະສິດ ອັນຮີບດ່ວນ ສໍາລັບ ປະເທດ ບໍ່ມີທາງອອກ ສູ່ທະເລ ແລະ ປະເທດ ກໍາລັງພັທນາ ຄືການ ຕັ້ງຣະບົບ ຂົນສົ່ງ ຜ່ານແດນ ທີ່ມີ ປະສິດທິພາບ ຊຶ່ງໃນນັ້ນ ສປປລາວ ກໍໄດ້ເອົາຕົນ ເຂົ້າສູ່ຕາໜ່າງ ທາງຣົດໄຟ ທີ່ສໍາຄັນ ຊຶ່ງຈະເຊື່ອມຕໍ່ ຈີນ ແລະ ໄທ ເມື່ອບໍ່ດົນ ມານີ້ ແລະ ເກີດມີບັນຫາ ທ້າທາຍ ໃໝ່ໆຂຶ້ນ ນັບແຕ່ເລີ່ມ ໂຄງການ ນັ້ນມາ.
ກອງປະຊຸມ ທົບທວນ ຣະດັບ ພາກພື້ນ ຂັ້ນສຸດທ້າຍ ທີ່ກໍານົດ ດໍາເນີນ ໄປເປັນເວລາ 3 ວັນ ຄັ້ງນີ້ ມີຄວາມສໍາຄັນ ຍ້ອນມີຜົນ ສໍາເຣັດຫລາຍ ໃນການ ປະຕິບັດ ໃນຣະຍະ 1 ທົສວັດ ຜ່ານມາ.