ຫຼາຍແຂວງເກັບຣາຍຮັບ ບໍ່ໄດ້ ຕາມແຜນ
2018.11.01
ສປປລາວ ເກັບຣາຍຮັບໄດ້ພຽງ 24 ພັນຕື້ກີບ ແຕ່ບໍ່ໄດ້ຕາມເປົ້າໝາຍ ທີ່ຕັ້ງເອົາໄວ້ ແມ່ນ 25 ພັນຕື້ກີບ. ສາເຫດ ທີ່ເກັບບໍ່ໄດ້ຕາມກຳນົດ ຍ້ອນວ່າ ສະພາແຫ່ງຊາດ ໄດ້ຕັ້ງເປົ້າໝາຍການເກັບຣາຍຮັບໄວ້ໃຫ້ ສູງເກີນໄປ, ດັ່ງເຈົ້າໜ້າທີ່ ກົມອາກອນ ກະຊວງການເງິນ ໄດ້ກ່າວຕໍ່ ເອເຊັຍເສຣີ ວັນທີ 31 ຕຸລາ ທີ່ຜ່ານມາວ່າ:
“ແຜນການເພິ່ນມອບໃຫ້ປີນີ້ ມັນຫຼາຍເນາະ ເພາະວ່າສະພາເພິ່ນເອົາຕົວເລກມາຈັ່ງຊັ້ນເນາະ ແລ້ວເພິ່ນເອົາມັນປັນຂຍາຍໄປ ແຕ່ລະແຂວງ ເນາະ ກົມສ່ວນນຶ່ງນະຄອນຫລວງແດ່ ແຕ່ວ່າເບິ່ງຣາຍຮັບນີ້ ຂະເຈົ້າເວົ້າໄດ້ວ່າ ແຜນນີ້ມອບໃຫ້ສູງໂພດ ຖ້າບໍ່ມອບໃຫ້ ບາດນີ້ ກໍບໍ່ມີ ຕົວເລກ ຈັດເກັບຄືກັນ ຄັນເພິ່ນຂຶ້ນແຫ່ງເຕັດແລ້ວ ແຜນຊິຈັດເກັບບໍ່ມີແດ່ ເພິ້ມຂຶ້ນກໍຂຶ້ນ ແຕ່ຕົວເລກຫັ້ນແຫລວ ເກັບບໍ່ໄດ້."
ຢູ່ແຂວງສວັນນະເຂດ ກໍເກັບຣາຍຮັບບໍ່ໄດ້ຕາມເປົ້າໝາຍ ເຊັ່ນດຽວກັນ ຈາກປີທີ່ຜ່ານມາ ເຄີຍເກັບໄດ້ 400-500 ຕື້ກີບ, ແຕ່ປີນີ້ຣັຖບານ ຕັ້ງເປົ້າໝາຍໃຫ້ເກັບໄດ້ 600 ຕື້ ນັ້ນ ມັນເກີນຄວາມສາມາດຂອງແຂວງ, ດັ່ງເຈົ້າໜ້າທີ່ຜແນກ ການເງິນ ແຂວງສວັນນະເຂດ ກ່າວວ່າ:
“ຄືຜ່ານມາ ພວກເຮົາກະປະຕິບັດໄດ້ແຕ່ ກວ່າເນາະ 400 ກວ່າຕື້ ມັນກໍເກີນຄວາມສາມາດຫັ້ນນ່າ 100 ພຸ້ນເນາະ 600 ຕື້ ຮອດປີນີ້ ໃຫ້ຮອດກໍບໍ່ຕິດອກ ຫາກແຕ່ວ່າ ເຮົາເວົ້າໃຫ້ເຫັນເນາະ ສະພາບການ ທີ່ວ່າ ເຮົາປະຕິບັດບໍ່ໄດ້ຕາມແຜນ.”
ເຈົ້າໜ້າທີ່ກວດກາ ກະຊວງການເງິນ ທ່ານນຶ່ງ ກ່າວວ່າ ກະຊວງການເງິນ ລົງໄປກວດກາ ຂແນງການກ່ຽວຂ້ອງ ຢູ່ເມືອງ ແລະ ພາສີ ດ່ານຕ່າງໆນັ້ນ ໄດ້ປະສົບຄວາມຫຍຸ້ງຍາກ ຍ້ອນບໍ່ມີອຳນາດພຽງພໍ ຈຶ່ງເຮັດໃຫ້ການກວດກາ ບໍ່ມີປະສິດທິພາບ ແລະ ເຮັດໃຫ້ຣາຍຮັບ ບໍ່ເຂົ້າງົບປະມານ.
ແຂວງຄຳມ່ວນ ຣັຖບານກຳນົດໃຫ້ເກັບອາກອນໄດ້ 300 ຕື້ກີບ ແຕ່ແຂວງ ປະຕິບັດໄດ້ 270 ຕື້.
ແຂວງບໍແກ້ວ ຣັຖບານກໍານົດໃຫ້ເກັບອາກອນໄດ້ 205 ຕື້ ແຕ່ແຂວງປະຕິບັດໄດ້ 185 ຕື້ກີບ.
ງົບປະມານຣາຍຈ່າຍທົ່ວປະເທດ ໃນປີ 2018 ແມ່ນ 31 ພັນຕື້ກີບ, ແຕ່ຣັຖບານ ສາມາດເກັບຣາຍຮັບໄດ້ 24 ພັນຕື້ ເທົ່ານັ້ນ.