ເສຖກິດການຄ້າບໍ່ດີ ພາສີ ພາດເປົ້າ

ມະນີຈັນ
2020.06.08
F-Garment ໂຮງງານຕັດຫຍິບ ເກືອບທຸກແຫ່ງ ທີ່ ນະຄອນຫຼວງວຽງຈັນ ຕ້ອງຢຸດການຜລິດ ໃນໄລຍະທີ່ ທາງການອອກ ມາຕການສະກັດກັ້ນ ພຍາດໂຄວິດ-19 ຊຶ່ງເປັນສ່ວນນຶ່ງ ທີ່ ກະທົບຕໍ່ການ ເກັບພາສີ ຂອງຣັຖບານ
RFA/TS

ທາງການລາວ ເກັບຣາຍຮັບພາສີ ໃນໄລຍະ 5 ເດືອນ ທໍາອິດ ຂອງປີນີ້ ໄດ້ທັງໝົດ 2,586 ຕື້ປາຍກີບ, ເມື່ອທຽບໃສ່ໄລຍະດຽວກັນ ຂອງ ປີ 2019  ແມ່ນຫລຸດລົງ 402 ຕື້ ກີບ. ສາເຫດຫລັກຂອງການເກັບ ພາສີ ບໍ່ໄດ້ນັ້ນ ແມ່ນຍ້ອນການ ຣະບາດ ຂອງໂຄວິດ-19 ຊຶ່ງເຮັດ ໃຫ້ຫລາຍຂແນງການ ຕ້ອງໄດ້ໂຈະກິຈການ ແລະການຜລິດ ດັ່ງເຈົ້າໜ້າທີ່ ກະຊວງການເງິນ ຂອງລາວ ທ່ານນຶ່ງ ກ່າວຕໍ່ RFA ໃນວັນທີ 8 ມິຖຸນາ ນີ້ວ່າ:

“ແມ່ນແຫຼະ ເພາະບັນຫາຫຼັກ ແມ່ນໂຕ ເວົ້າເຣື່ອງໂຄວິດຫັ້ນແຫຼະ ມັນກະ ກະທົບຕໍ່ໂຕເລກ ກໍຂ້ອນຂ້າງຫລາຍເຕີບ ຫັ້ນແຫລະປະມານ ນັ້ນເນາະ.”

ທ່ານເວົ້າວ່າ ການເກັບຣາຍຮັບພາສີ ໃນ 5 ເດືອນ ທີ່ຜ່ານມານີ້ ຫລຸດລົງທຸກແຂວງ ຍ້ອນພຍາດໂຄວິດ-19 ຣະບາດຄືກັນໝົດເປັນຕົ້ນ ແຂວງ ທີ່ມີເສຖກິດຂນາດໃຫຍ່ ກໍບໍ່ສາມາດເກັບຣາຍຮັບພາສີ ໄດ້ຕາມ ເປົ້າໝາຍເຊັ່ນ ແຂວງ ສວັນນະເຂດ, ຄໍາມ່ວນ, ຈໍາປາສັກ, ຫລວງພຣະບາງ, ຫລວງນໍ້າທາ ແລະ ແຂວງອຸດົມໄຊ.

ນອກຈາກນີ້ ກໍຍັງມີປັດໃຈ ອື່ນອີກ ທີ່ເຮັດໃຫ້ເກັບພາສີ ບໍ່ໄດ້ຕາມເປົ້າໝາຍ ເຊັ່ນ ການປະຕິບັດມູນຄ່າແຈ້ງພາສີ ຂອງບໍຣິສັດຕ່າງໆຍັງບໍ່ ທັນເປັນເອກກະພາບກັນ, ການແກ້ໄຂຣົດນໍາເຂົ້າ ທີ່ບໍໍໍ່ຖືກຕ້ອງ ຢູ່ທ້ອງຖິ່ນ ຍັງບໍ່ທັນເຂັ້ມງວດ, ການລັກລອບນໍາສິນຄ້າໜີພາສີ ເຂົ້າມາຍັງ ມີຫລາຍ ໂດຍສະເພາະ ນໍ້າມັນເຊື້ອເພີງ ພາຫະນະ ແລະ ເຄື່ອງອຸປໂພກ ບໍຣິໂພກ.

ເຈົ້າໜ້າທີ່ຜແນກແຜນການ ແລະ ການລົງທຶນ ແຂວງສວັນນະເຂດ ທ່ານນຶ່ງ ກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ ການຣະບາດ ຂອງເຊື້ອ ພຍາດໂຄວິດ -19 ສົ່ງຜົລໃຫ້ສະພາບ ເສຖກິດພາຍໃນແຂວງ ຮວມເຖິງເຂດ ເສຖກິດພິເສດ ສວັນ-ເຊໂນ ອືດອາດ.

ເກືອບທຸກຂແນງການ ເສຖກິດ ບໍ່ມີການເຄື່ອນໄຫວກິຈການ ອັນສົ່ງຜົລເຮັດໃຫ້ເກັບຣາຍຮັບພາສີ ບໍ່ໄດ້ຕາມເປົ້າໝາຍ:

“ເຂົາກະຊ່ວງນີ້ເຂົາກະຊະລໍໂຕຫັ້ນແລ້ວ ເພາະມັນເຂົ້າມາບໍ່ໄດ້ແດ່ຫັ້ນນ່າ ໂຕນີ້ໄທເຮົາຍັງບໍ່ທັນໄດ້ເປີດ ໃຫ້ນັກລົງທຶນເຂົາເຈົ້າມາຫັ້ນນ່າ.”

ກ່ຽວກັບເຣື່ອງນີ້ ນັກເສຖສາດ ທ່ານນຶ່ງ ກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ ການເກັບຣາຍຮັບບໍ່ໄດ້ຕາມ ເປົ້າໝາຍ ຈະເຮັດໃຫ້ມີຜົລກະທົບ ຕາມມາຫລາຍຢ່າງ. ແຕ່ເພື່ອແກ້ໄຂສະພາບ ການເງິນໃຫ້ຄ່ອງໂຕໄດ້ ໃນໄລຍະວິດກິດນີ້ ຣັຖບານລາວ ຈໍາເປັນຕ້ອງຍົກເລີກ ຫລື ໂຈະ ໂຄງການລົງທຶນ ທີ່ບໍ່ຮີບດ່ວນ ໂຄງການລົງທຶນໃໝ່ ແລະໂຄງການຕ່າງໆ ທີ່ຖືກສເນີໄປແລ້ວ ແຕ່ຍັງບໍ່ທັນເລີ່ມກໍ່ສ້າງ ເພາະຈະເຮັດໃຫ້ ສິ້ນເປືອງ ງົບປະມານ ແລະຄວນໃຊ້ງົບປະມານ ໃຫ້ມີປະສິດທິພາບສູງ ເພື່ອນໍາເງິນເຫຼົ່ານັ້ນ ໄປແກ້ໄຂບັນຫາ ທີ່ຈໍາເປັນກ່ອນ ເປັນຕົ້ນ ການເບີກຈ່າຍເງິນເດືອນ ພະນັກງານ ຣັຖກອນ ແລະ ການແກ້ໄຂ ບັນຫາ ເສຖກິດ:

”ຄັນຣັຖບານ ບໍ່ສາມາດເອົາເງິນຈາກບ່ອນອື່ນ ມາແທນໂຕທີ່ຫລຸດລົງ ຫັ້ນເນາະ ຣັຖບານຕ້ອງໄດ້ຕັດ ຫລື ໂຈະການຈ່າຍບາງຢ່າງ ມັນກະ ສິແມ່ນ ບ່ອນເລັ່ງດ່ວນກ່ອນ ທີ່ສິຕັດຫັ້ນນະ ໂດຍສະເພາະ ພວກ ໂຄງການໃໝ່ ບໍ່ ແລະໂຄງການທີ່ຖືກສເນີ ເຂົ້າມາ ກະຕ້ອງໄດ້ຖືກຕັດ.”

ທ່ານກ່າວຕື່ມວ່າ ເພື່ອແກ້ໄຂສະພາບ ເສຖກິດ-ສັງຄົມ ໃນປະເທດລາວ ໃນສະພາວະເກັບຣາຍຮັບໄດ້ໜ້ອຍນີ້ ຣັຖບານຍັງສາມາດກູ້ຢືມ ເງິນ ທັງຈາກພາຍໃນ ແລະຕ່າງປະເທດ ເປັນຕົ້ນແມ່ນ ສະຖາບັນ ການເງິນພາຍໃນ ແລະ ຣະຫວ່າງປະເທດ.

ທ່ານ ສົມດີ ດວງດີ ຣັຖມົນຕຣີກະຊວງການເງິນ ໄດ້ຣາຍງາຍຕໍ່ກອງປະຊຸມ ສມັຍສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ 8 ເມື່ອ ທ້າຍປີ 2019 ຜ່ານມາວ່າ ປະເທດລາວ ຕ້ອງການເງິນ ຈໍານວນ 10 ພັນ 347 ຕື້ປາຍກີບ ເພື່ອນໍາໄປສໍາຣະເງິນ ກູ້ຢືມ ທີ່ເປັນເງິນຕົ້ນ ທຶນ ຊຶ່ງເງິນຈໍານວນນີ້ ຈະແຍກເປັນເງິນ ຊໍາຣະເງິນກູ້ຢືມ ຕ່າງປະເທດ 5,759 ຕື້ກີບ ແລະ ເງິນສໍາຣະເງິນກູ້ ພາຍໃນປະເທດ 4,588 ຕື້ກີບ. ແຕ່ເມື່ອຣາຍຮັບ ຈາກພາສີ ອາກອນ ເກັບບໍ່ໄດ້ຕາມເປົ້າໝາຍ ແບບນີ້ ແລະ ສະພາບການຣະບາດ ຂອງ ໂຄວິດ-19 ກໍຍັງຄາດ ຄະເນບໍ່ໄດ້ວ່າ ຈະໝົດໄປເມື່ອໃດແທ້ນັ້ນ ກໍຈະເປັນເຣື່ອງທີ່ທ້າທາຍຫລາຍ ທີ່ ຈະສໍາຣະເງິນກູ້ ທັງດອກເບັ້ຽ ແລະຕົ້ນທຶນ ຄືນໃຫ້ເຈົ້າໜີ້ໄດ້ ຢ່າງຄົບຖ້ວນ ຕາມກໍາໜົດ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.