ສິນຄ້າສົ່ງອອກຂອງລາວ ພົບບັນຫາ

ມະນີຈັນ
2020.08.29
F-Rubber ສວນຢາງພາລາ ຂອງປະຊາຊົນ ໃນແຂວງພາກເໜືອ ຂອງລາວ
ນັກຂ່າວພົລເມືອງ

ຫຼາຍທຸຣະກິດຂອງລາວ ປະເຊີນບັນຫາໃນການສົ່ງ ສິນຄ້າອອກໄປຕ່າງປະເທດ ບໍ່ໄດ້ຕາມເປົ້າໝາຍ ຍ້ອນການຣະບາດຂອງເຊື້ອພຍາດ ໂຄວິດ-19 ຊຶ່ງເຮັດໃຫ້ລາວ ສູນເສັຽຣາຍໄດ້ ຈາກການສົ່ງອອກ. ຜູ້ປະກອບການທຸຣະກິດ ຫຼາຍແຫ່ງ ຮຽກຮ້ອງໃຫ້ຣັຖບານລາວ ຊອກຫາ ວິທີແກ້ໄຂ ຢ່າງຮີບດ່ວນ ເພື່ອຫລຸດຜ່ອນ ຜົລກະທົບນັ້ນ. ດັ່ງຜູ້ປະກອບການ ຢາງພາລາ ທ່ານນຶ່ງຢູ່ແຂວງຫຼວງນໍ້າທາ ກ່າວຕໍ່ RFA ໃນມື້ວັນທີ 28 ສິງຫານີ້ວ່າ:

“ເກັບຊື້ຢູ່ພາຍໃນແລ້ວດຽວນີ້ນະ ພວກເຮົາກະສເນີຫາແຂວງໃຫ້ມີວິທີການເພື່ອໃຫ້ປະຊາຊົນ ມີຣາຍໄດ້ແດ່ ເພື່ອມີການແກ້ໄຂທາງອອກນີ້.”

ທ່ານເວົ້າວ່າ ນອກຈາກບັນຫາຣາຄາ ຢາງພາລາ ຕົກຕໍ່າມາເປັນປະມານ 5400 ກີບ ຕໍ່ກິໂລແລ້ວ ກໍຍັງມາປະເຊີນກັບການ ຣະບາດຂອງ ໂຄວິດ -19 ອັນເຮັດໃຫ້ບໍ່ສາມາດສົ່ງ ຢາງພາລາ ໄປຂາຍຢູ່ຈີນໄດ້ ຍ້ອນບໍຣິສັດຈີນ ຊຶ່ງເປັນຜູ້ຮັບຊື້ ປິດກິຈການຊົ່ວຄາວ. ສ່ວນຢາງພາລາ ທີ່ເກັບມາແລ້ວ ແຕ່ຂາຍໄປຈີນບໍ່ໄດ້ນັ້ນ ກໍປະກາດຂາຍໃຫ້ໂຮງງານອຸດສາຫະກັມ ພາຍໃນປະເທດ ແຕ່ຈະຮັບຊື້ໜ້ອຍ ບໍ່ຄືກັນກັບການສົ່ງ ອອກໄປຈີນ ທີ່ເປັນຈໍານວນຫລາຍ-ເປັນຕັນໆ.

ແລະຊາວສວນກາເຟ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ກໍກ່າວຕໍ່ RFA ໃນມື້ດຽວກັນນັ້ນວ່າ ການສົ່ງກາເຟອອກປີນີ້ ຍັງບໍ່ເປັນປົກຕິ ເພາະ ທາງໂຮງງານບໍ່ສາມາດ ເພີ່ມຍອດຂາຍໄດ້ ຍ້ອນບໍ່ມີຄົນສັ່ງສິນຄ້າເພີ່ມ ແລະການຊອກຫາຕລາດໃໝ່ ກໍເປັນບັນຫາໜັກສົມຄວນ:

“ເອີ ກະຖືວ່າໜັກຢູ່ໄດ໋ ເຈົ້າ ຊ່ວງນີ້ມັນກະຢູ່ໃນຊ່ວງໂຄວິດ ມັນກະເຣື່ອງຫາລູກຄ້າໃໝ່ເຂົ້າມາເນາະ ແຕ່ວ່າເຣື່ອງລູກຄ້າເກົ່າກະຍັງສາມາດ ສົ່ງອອກຢູ່. ແຕ່ວ່າເຣື່ອງຕລາດໃໝ່ນີ໊ ເຮົານີ້ order ໃໝ່ຍັງບໍ່ທັນມີເທື່ອດຽວນີ້ ມັນສິມີບັນຫາໂຕນັ້ນ.”

ຜູ້ຕາງໜ້າໂຮງງານອຸດສາຫະກັມ ຂອງຄົນໄທຍ ແຫ່ງນຶ່ງຢູ່ເຂດ ເສຖກິດພິເສດ ສວັນ-ເຊໂນ ແຂວງສວັນນະເຂດ ກ່າວຕໍ່ RFA ວ່າໃນ ໄລຍະເກີດການຣະບາດ ຂອງໂຄວິດ-19 ນີ້ທາງ ໂຮງງານໄດ້ຮັບຜົລກະທົບ ໜັກສົມຄວນ ຍ້ອນມີການຈໍາກັດເວລາເຂົ້າ-ອອກ ແລະ ການກວດສຸຂພາບ ກວດສິນຄ້າຢູ່ດ່ານ ເຂັ້ມງວດ ຊຶ່ງທຸກຂັ້ນຕອນ ມັນຕ້ອງໄຊ້ເວລາດົນ ເຮັດໃຫ້ການ ສົ່ງສິນຄ້າ ທີ່ຈະເອົາໄປຂາຍ ຕ່າງປະເທດນັ້ນ ບໍ່ໄດ້ຕາມເປົ້າໝາຍ:

“ແຕ່ລະດ່ານ ເຂົາຈໍາກັດເນາະ ເຣື່ອງເວລາເຂົ້າ-ອອກ. ຖ້າເຂົ້າໄປກໍຈະຢູ່ໄດ້ບໍ່ເກີນ 24 ຊົ່ວໂມງໃນໄລຍະ 50 ກິໂລແມັດ ເຣື່ອງຕ້ອງກວດ ສຸຂພາບ ການຈໍາກັດເວລາເນາະແຕ່ບາງເທື່ອ ວຽກເຮົາກໍຍັງບໍ່ແລ້ວແບບນີ້.”

ທ່ານເວົ້າວ່າເຣຶ່ອງມາຕການ ຊ່ອຍເຫຼືອຈາກທາງການລາວ ເພື່ອຫຼຸດຜ່ອນຜົລກະທົບ ໃນການສົ່ງສິນຄ້າອອກນັ້ນ ຍັງບໍ່ມີພາກສ່ວນໃດ ລົງມາຊ່ອຍເຫລືອເທື່ອ ແລະ ຜູ້ຕາງໜ້າ ໂຮງງານ ອຸດສາຫະກັມ ຂອງຄົນໄທຍ ອີກແຫ່ງນຶ່ງ ຢູ່ເຂດເສຖກິດກວມລວມ ໄຊເສດຖາ ນະຄອນຫລວງວຽງຈັນ ກໍກ່າວຕໍ່ RFA ໃນທໍານອງດຽວກັນ ນັ້ນວ່າ ທາງໂຮງງານໄດ້ຮັບ ຜົລກະທົບ ຢ່າງໜັກ ໃນການສົ່ງສິນຄ້າ ອອກໄປຢູໂຣບ ຍ້ອນມີການປິດດ່ານສາກົລ ສາຍການບິນ ແລະ ທ່າເຮືອ ຮວມເຖິງການສັ່ງສິນຄ້າ ຈາກໂຮງງານ ກໍຫລຸດລົງ:

“ຄືທາງເຮົາສົ່ງອອກຢູໂຣບ ຊຶ່ງກະຍັງມີຜົລແດ່ກັບເຣື່ອງທາງໂຊນ ຢູໂຣບ ທີ່ມີຜົລກະທົບ ຫລືອາຈເປັນເຣື່ອງ order ໜ້ອຍລົງ.”

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ກະຊວງອຸດສາຫະກັມ ແລະ ການຄ້າທ່ານນຶ່ງ ກ່າວຕໍ່ RFA ວ່າຮັບຮູ້ເຖິງບັນຫາ ຂອງ ຜູ້ປະກອບການ ໂຮງງານທີ່ຜລິດສິນຄ້າສົ່ງອອກ ໄປຕ່າງປະເທດແລ້ວ ຊຶ່ງທາງກະຊວງ ແລະ ພາກສ່ວນກ່ຽວຂ້ອງ ກໍາລັງຊອກຫາວິທີ ແລະແນວທາງ ແກ້ໄຂ ທັງໃນໄລຍະສັ້ນ ແລະໄລຍະຍາວໃຫ້ຢູ່. ແຕ່ສະພາບການຣະບາດ ຂອງເຊື້ອໂຄວິດ-19 ທີ່ຍັງມີຄວາມສ່ຽງ ແລະຮຸນແຮງໃນບາງ ປະເທດ ກໍເປັນສິ່ງທ້າທາຍ ແລະຍາກໃນການຊອກຫາ ທາງອອກໃຫ້:

“ສະພາບໂຄວິດນີ້ແຫຼະ ກະຍັງຊອກຫາວິທີອອກກະຍາກຢູ່ ມັນສະພາບຍັງເປັນຄືແນວນີ້ ຫຼາຍໆອັນກະແມ່ນຈຶ້ງຢູ່ ເປັນແຖວດຽວນີ້ນະ ອອກບໍ່ໄດ້ກະສ້າງຄວາມ ລໍາບາກໃຫ້ຜູ້ປະ ກອບການຄືກັນເນາະ. ແຕ່ມັນກະຍາກບ່ອນວ່າ ແຕ່ລະໂຮງງານ ແຕ່ລະບໍຣິສັດ ມັນກະຈະ ກ່ຽວກັບ ວິຊາການ ທີ່ຈະເຂົ້າມາຫລືວ່າ ນັກລົງທຶນທີ່ກັບບ້ານ ແລ້ວຈະເຂົ້າມານີ໋.”  

ອີງຕາມຣາຍງານຂອງໜັງສືພິມວຽງຈັນທາມ ວັນທີ 28 ສິງຫາ 2020 ນີ້ ລາວມີຄວາມເປັນໄປໄດ້ສູງ ທີ່ຈະສູນເສັຽຣາຍໄດ້ຈາກການ ສົ່ງສິນຄ້າອອກໄປຂາຍຕ່າງປະເທດປະມານ 483 ລ້ານໂດລາສະຫະຣັຖ ຄືເທົ່າກັບ 8.4% ເມື່ອທຽບໃສ່ປີ 2019. ໃນປີ 2020 ນີ້ ຣັຖບານລາວ ຕັ້ງເປົ້າໝາຍ ທີ່ຈະເພີ່ມມູລຄ່າ ການສົ່ງອອກໃຫ້ໄດ້ 6.422 ລ້ານໂດລາ ສະຫະຣັຖ ແຕ່ໃນໄລຍະ 7 ເດືອນຕົ້ນປີນີ້ ໄດ້ພຽງແຕ່ 2.316 ລ້ານໂດລາ.

ສິນຄ້າທີ່ສົ່ງອອກຫລາຍ ຄື ທອງແດງ, ຄໍາ, ຊິ້ນສ່ວນອິເລັກໂຕຣນິກ, ເຄື່ອງໃຊ້ໄຟຟ້າ, ເສື້ອຜ້າ, ກ້ວຍ, ກາເຟແລະຢາງພາລາ. ຜູ້ຊື້ສິນຄ້າຈາກລາວອັນດັບນຶ່ງ ຍັງແມ່ນຈີນ, ຮອງລົງມາກໍແມ່ນວຽດນາມ, ໄທຍ, ອິນເດັຽ ແລະຍີ່ປຸ່ນ. ມູນຄ່າສິນຄ້າທີ່ສົ່ງອອກນັ້ນ ບໍ່ຮວມເອົາມູລຄ່າ ໄຟຟ້າ ທີ່ສົ່ງອອກ ຍ້ອນຍັງບໍ່ມີຂໍ້ມູລ ຄົບຖ້ວນ ແຕ່ກໍຈະຣາຍງານເພີ່ມຕື່ມ ຕາມພາຍຫລັງ.

ປັດຈຸບັນປະເທດລາວໄດ້ສິດ ໃນການນໍາເຂົ້າ-ສົ່ງອອກສິນຄ້າ ພາຍໃຕ້ສິດທິພິເສດທາງການຄ້າຂອງ 50 ປາຍປະເທດໃນໂລກ. ໃນປີ 2019 ປະເທດລາວ ມີຣາຍຮັບຈາກ ການສົ່ງສິນຄ້າອອກ ທັງໝົດປະມານ 5.864 ລ້ານໂດລາ.

ນອກຈາກນີ້ ລາວ ຊຶ່ງເປັນປະເທດບໍ່ມີທາງອອກທະເລ ຍັງມີສິດຕາມສົນທິສັນຍາ Barcelona ແລະເສຣີໃນການຜ່ານແດນ-ຂົນຖ່າຍ ສິນຄ້າ ຈາກປະເທດຕົ້ນທາງ ແລະ ປະເທດ ປາຍທາງ ໂດຍໄດ້ຮັບການຍົກເວັ້ນ ພາສີ-ອາກອນ ຄ່າຜ່ານແດນ ຊຶ່ງຄາດວ່າ ໃນປີນີ້ ປະເທດລາວ ຈະບໍ່ໄດ້ໃຊ້ສິດທິ ພິເສດນີ້ໄດ້ ຢ່າງເຕັມທີ່ ຍ້ອນການຣະບາດ ຂອງໂຄວິດ -19.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.