ອິສຣະພາບໃນການເຮັດ ທຸຣະກິດ ຢູ່ ສປປ ລາວ

ສິດນີ
2018.02.08
F-Thatluang ຕຶກອາຄານ ບ້ານເຊົ່າ ສູນການຄ້າ ເຂດເສຖກິດສະເພາະ ບຶງທາດຫລວງ
RFA/SN

ມູລນິທິ HERITAGE ທີ່ມີສູນກາງຢູ່ ສະຫະຣັດ ອະເມຣິກາ ໄດ້ຈັດອັນດັບປະເທດທີ່ຂາດ ສິດເສຣີພາບໃນການເຮັດ ທຸຣະກິດ ໃນໂລກ, ໄດ້ຈັດ ສປປລາວ ຢູ່ໃນອັນດັບເກືອບສຸດທ້າຍ ໃນການເຮັດທຸຣະກິດ ແບບບໍ່ມີສິດເສຣີພາບ ຈາກການຄວບຄຸມຂອງ ເຈົ້າຫນ້າທີ່ຣັດ, ການ ໃຫ້ສິນບົນແລະຊື້ຈ້າງຈອບອອຍ ລອງຈາກວຽດນາມ ທີ່ຖືກຈັດຢູ່ໃນອັນດັບ ຕ່ຳທີ່ສຸດໃນໂລກ ໃນການເຮັດທຸຣະກິດ ແບບບໍ່ມີສິດເສຣີພາບ ຂອງນັກລົງທຶນຕ່າງຊາດ ຊຶ່ງການສຳຣວດດັ່ງກ່າວ ແມ່ນອ້າງຕາມຂໍ້ມູນ ຈາກສະຖາບັນ ການເງິນໃຫຍ່ໆໃນໂລກ ເປັນຕົ້ນທະນາຄານໂລກ, ອົງການກອງທຶນສາກົນ ແລະອື່ນໆ ທີ່ພີມເຜີຍແຜ່ ເປັນບົດຣາຍງານ ປະຈຳປີ 2018 ຂອງອົງກອນດັ່ງກ່າວ ໃນມື້ວັນສຸກຜ່ານມາ.

ອີງຕາມບົດສຳຣວດໃນປີ 2018 ທີ່ພີມເຜີຍແຜ່ ໃນມື້ວັນສຸກຜ່ານມາຣະບຸ ສປປລາວ ເປັນປະເທດທີ່ຍັງຂາດສິດເສຣີພາບ ໃນການດຳເນີນ ທຸຣະກິດ ແລະການລົງທຶນຫລາຍ ຢູ່ໃນອັນດັບປະເທດທີ 138 ໃນໂລກ ດ້ວຍຄະແນນ 53.6 ຈາກ 1 ຮ້ອຍ ຄະແນນຕ່ຳສຸດ, ຫຼຸດລົງຈາກ ປີທີ່ຜ່ານມາ 0.4 point. ກ່ຽວກັບ ສິດເສຣີພາບ ໃນການດຳເນີນທຸຣະກິດ ການຄ້າແລະການລົງທຶນ ການປະຕິຮູບຣະບົບການເງິນ ແລະ ຂະບວນການຍຸຕິທັມ ສປປລາວຖືກຈັດ ໃນອັນດັບທີ 34 ໃນບັນດາ 43 ປະເທດໃນ ເອເຊັຽ-ປາຊິຟິກ ແລະຄະແນນໂດຍທົ່ວໄປ ຕ່ຳກວ່າ ຫລາຍປະເທດ ໃນຂົງເຂດແລະໂດຍສະເລັ່ຽໃນໂລກ.

ປະເທດອື່ນໆໃນອາຊຽນ ພະມ້າ ມີຄະແນນເພີ້ມຂື້ນ 1.4% ກາຍເປັນ 53.9 ເປັນປະເທດອັນດັບທີ 135 ຖ້າທຽບໃສ່ ກຳພູຊາ ແລະ ສປປລາວ ມີຄະແນນຫລຸດລົງ ເປັນຕົ້ນກຳພູຊາໄດ້ຄະແນນ 58.7 ແລະສປປລາວ ໄດ້ຄະແນນ 53.6 ກຳພູຊາກາຍເປັນ ປະເທດອັນດັບທີ 101 ແລະ ສປປລາວ ທີ 138 ໃນບັນດາປະເທດ ທີ່ຂາດສິດເສຣີພາບ ໃນການດຳເນີນທຸຣະກິດ ໃນໂລກໃນປີນີ້. ປະເທດອື່ນໆອີກ ດັ່ງ ບຣູໄນ ຖືກຈັດຢູ່ໃນອັນດັບທີ 70 ອິນໂດເນເຊັຽ ທີ 69 ໄທ 53 ແລະ ມາເລເຊັຽ 22.

ມູນນິທິ HERITAGE ໄດ້ຈັດຮົງກົງ ເປັນປະເທດ ທີ່ມີສິດເສຣີພາບ ໃນການດຳເນີນທຸຣະກິດ ອັນດັບນຶ່ງໃນຂົງເຂດ ລອງລົງມາແມ່ນ ສິງກະໂປ ແລະນິວຊີແລນ ສ່ວນວຽດນາມ ແລະສປປລາວ ນັ້ນຖືກຈັດຢູ່ໃນອັນດັບຕ່ຳສຸດ ໃນການສໍ້ຣາສບັງຫຼວງ ໃຫ້ສິນບົນ ຊື້ຈ້າງ ຈອບອອຍ.

ກົດເກນໃນການສຳຣວດ ປະກອບດ້ວຍຫຼາຍປະເດັນ ເປັນຕົ້ນຄວາມໂປ່ງໄສ, ກົດຣະບຽບແລະກົດຫມາຍ ຂອງທາງການ, ການບັງຄັບ ໃຊ້ກົດຫມາຍ ແລະການເປີດກວ້າງຂອງຕລາດ ໃນປະເທດນັ້ນໆ.

ໃນບົດຣາຍງານໄດ້ຣະບຸ ສປປລາວວ່າ ມີການເຕີບໂຕທາງດ້ານເສຖກິດ ຢ່າງວ່ອງໄວ ໃນອາຊຽນ ແຕ່ຂາດການປັບປຸງ ຣະບົບກົດຫມາຍ ໃນການປະຕິບັດໃຊ້ ຮ່ວມດ້ວຍການ ບໍ່ປະຕິບັດຕໍ່ສິດທິ ແຮງງານ ແລະລິຂສິດ ຊັບສິນທາງປັນຍາ ແລະຂາດການ ເອົາໃຈໃສ່ໃນບັນຫາ ຄວາມຂັດແຍ່ງ ຣະຫວ່າງນັກລົງທຶນ ກັບຄູ່ກໍຣະນີ ແລະສານລາວ ກໍຂາດຂະບວນການຍຸຕິທັມ ແລະຂາດມາຕຖານສາກົນ ໃນການຕັດສິນ ຄະດີຄວາມຂັດແຍ່ງ ຈະມີການຊື້ຈ້າງຈອບອອຍ ເຈົ້າຫນ້າທີ່ກ່ຽວຂ້ອງ ໃນການດຳເນີນ ຄະດີ ຄວາມຂັດແຍ່ງເກີດຂຶ້ນ. ນັກລົງທຶນສ່ວນໃຫຍ່ ຈະເປັນຝ່າຍເສັຽປຽບ ຖ້າມີຄວາມຂັດແຍ່ງ ກັບຣັຖບານ. ກ່ຽວກັບບັນຫາດັ່ງກ່າວ ທ່ານ ທອງລຸນ ສີສຸລີດ ນາຍົກຣັຖມົນຕຣີລາວ ເວົ້າວ່າ:

ໃນການແກ້ໄຂບັນຫາດັ່ງກ່າວລາວ ບົດຣາຍງານແນະນຳໃຫ້ ຣັຖບານຕ້ອງຍອມຮັບ ຂໍ້ບົກພ່ອງຂອງຕົນ ແລະປະຕິຮູບ ຣັດວິສາຫະກິດ, ຣະບົບການບັງຄັບໃຊ້ກົດຣະບຽບ ກ່ຽວກັບການຄ້າ, ການຜ່ານຫລາຍຂັ້ນຕອນ, ຍົກຣະດັບຄວາມໂປ່ງໄສ ໃນທຸກຂແນງທຸຣະກິດ, ຫລຸດຂໍ້ ຈຳກັດໃນການໃຫ້ເງິນກູ້ຂອງທະນາຄານ ເພີ້ມຄວາມໂປ່ງໄສ ໃນຣະບົບການເງິນ ຕັ້ງກົດຣະບຽບການຄ້າທີ່ເປັນທັມ ແລະມິສິດເສຣີພາບ ໃນການດຳເນີນທຸຣະກິດ ຮວມທັງການຍອມຮັບສິດທິບໍຣິສັດ ແລະກຸ່ມລົງທຶນ ເອກຊົນຫຼາຍຂຶ້ນ. ນອກຈາກນັ້ນ ບົດຣາຍງານຍັງໄດ້ແນະນຳ ໃຫ້ມີການຍົກຣະດັບຂະບວນການຍຸຕິທັມ ໃນລາວໃຫ້ໄດ້ມາຕຖານສາກົນ.

ນອກຈາກບົດຣາຍງານ ກ່ຽວກັບສິດເສຣີພາບ ໃນການດຳເນີນທຸຣະກິດ ໃນສປປ ລາວ ແລ້ວ ອົງການອື່ນໆ ກໍອອກບົດຣາຍງານກ່ຽວກັບ ການປະຕິບັດ ຕໍ່ການນັບຖືສິດທິອື່ນໆໃນລາວ ເປັນຕົ້ນສິດທິມະນຸດ ແລະສິດທິຂັ້ນພື້ນຖານ ປະເພດຕ່າງໆໃນລາວ ກໍຍັງບໍ່ມີການຄວບຄຸມ ຈາກທາງການລາວ ຫລາຍຢູ່.

ອົງການເສຣີພາບ Freedom House ທີ່ມີສູນກາງຢູ່ ສະຫະຣັດ ກໍໄດ້ເຜີຍແພ່ ບົດຣາຍງານ ປະຈໍາປີ 2017 ເມື່ອວັນທີ 16 ມົກກະຣາ 2018 ກ່ຽວກັບເສຣີພາບ ຂອງປະຊາຊົນ ໃນປະເທສຕ່າງໆທົ່ວໂລກ ໄດ້ຈັດ ສປປລາວ ເປັນປະເທສ “ບໍ່ມີເສຣີພາບ” ຄືໄດ້ຄະແນນ 6.5 ຈາກ 7 ຄະແນນ ຊຶ່ງເປັນຄະແນນ ທີ່ບໍ່ມີເສຣີພາບ ປະເທດນຶ່ງໃນໂລກ. ດັ່ງເຈົ້າໜ້າທີ່ລາວກ່າວວ່າ:

"ຊ່ວງນີ້ເພິ່ນກໍເປີດໂອກາດ ແຕ່ວ່າຜ່ານມາຕາມຄະແນນ ທີ່ຂະເຈົ້າໂຫວດຫັ້ນແຫຼະ ຂະເຈົ້າໃຫ້ນັ້ນແຫຼະ ແຕ່ດຽວນີ້ເພິ່ນປັບປ່ຽນ ເພິ່ນໃຫ້ ສິດຫລາຍແລ້ວເດ ເພິ່ນກໍເປີດໂທຣະສັບ ສາຍດ່ວນ ສາມາດຂຽນໜັງສື ໄປເວົ້າເຣຶ່ອງ ຄວາມທຸກຄວາມຍາກ ນີ້ແຫລະ ສາມາດເວົ້າໄດ້ອີກ ດຽວນີ້ນະ ແຕ່ວ່າມັນກໍຍັງມີ ຂອບເຂດຢູ່ ມັນກໍຍັງຢູ່ໃນກົດໝາຍຫັ້ນແຫລະ."

ບົດຣາຍງານຈາກມູລນິທິ HERITAGE ຍັງຣະບຸຕໍ່ໄປວ່າ ບັນຍາກາດໃນການເຮັດທຸຣະກິດໃນລາວ ຍັງບໍ່ໂປ່ງໄສພຽງພໍ ຍ້ອນຕ້ອງໄດ້ ພົວພັນກັບກຸ່ມການເມືອງ ຜູ້ທີ່ມີອຳນາດໃນລາວ ຈຶ່ງຈະສາມາດດຳເນີນ ທຸຣະກິດໄດ້ຢ່າງງ່າຍດາຍ ເຖິງແມ່ນວ່າ ທາງການລາວຈະສົ່ງເສີມ ການລົງທຶນ ໃນເຂດເສຖກິດພິເສດ ດ້ວຍການຫລຸດຜ່ອນອັດຕຣາ ພາສີອາກອນ ແລະພາສີການນຳເຂົ້າ ຂອງນັກລົງທຶນກໍຕາມ ແຕ່ຍັງບໍ່ ສາມາດດືງດູດ ການລົງທຶນຕ່າງຊາດ ເຂົ້າມາລົງທຶນໃນລາວ ຫລາຍປານໃດ.

ຫົວຫນ່ວຍເສຖກິດໃນລາວ ຍັງຕ້ອງການການປະຕິຮູບ ກົດຣະບຽບການລົງທຶນ ໃຫ້ໄດ້ມາຕຖານກວ່ານີ້ ປາບປາບການສໍ້ຣາສບັງຫລວງ ແລະກີດກັ້ນການເຂົ້າຫຍຸ້ງກ່ຽວ ຂອງເຈົ້າຫນ້າທີ່ຣັດ ໃນການດຳເນີນທຸຣະກິດໃນລາວ.

ສປປລາວ ຍັງເປັນນຶ່ງໃນບັນດາປະເທດ ຄອມມິວນິສ ທີ່ເຫລືອຢູ່ໃນໂລກ ຫລັງຈາກຂຶ້ນກຳອຳນາດໃນປີ 1975 ເຮັດໃຫ້ເສຖກິດ ຂອງຊາດ ຫລົ້ມແຫລວ ຫລັງຈາກຈິນຕະການໃຫມ່ ໃນປີ 1986 ເສຖກິດຂອງລາວ ຈຶ່ງມີຄວາມກ້າວຫນ້າແດ່ເລັກນ້ອຍ ແຕ່ຍັງມີການຈຳກັດ ການເປີດ ກວ້າງທາງດ້ານ ການປົກຄອງແລະການລົງທຶນຫລາຍຢູ່ໃນລາວ.

ໃນປັດຈຸບັນຢູ່ ສປປລາວ ປະຊາຊົນສ່ວນໃຫຍ່ ເກືອບຮອດ 80% ແມ່ນເຮັດໄຮ່ເຮັດນາ ຫລືການກະເສດໃນເຂດຊົນນະບົດ. ເສຖກິດລາວ ອາສັຍ ຊັພຍາກອນທັມມະຊາດ ເປັນຫລັກໃນການສົ່ງອອກ ເປັນຕົ້ນແຮ່ທາດ ໄມ້ທ່ອນແລະໄຟຟ້າ. ຍອດຜົລຜລິດ ຮ່ວມຂອງລາວ ປະມານ 40.9 ຕື້ໂດລາ ແລະອັດຕຣາການເຕີບໂຕ ໃນປີນີ້ ປະມານ 7% ການວ່າງງານ 1.5% ສະພາບເງິນເຟີ້ 2.0% ແລະການລົງທຶນ ໂດຍກົງ ຈາກຕ່າງປະເທດໃນປີນີ້ ປະມານ 889.9 ລ້ານໂດລາ ແຕ່ ສປປລາວ ຍັງຂາດຫລາຍຢ່າງ ໃນການກະຕຸ້ນເສຖກິດ ແລະການລົງທຶນ ຈາກ ຕ່າງປະເທດໃນລາວ ນຶ່ງໃນນັ້ນ ແມ່ນຄວາມໂປ່ງໄສ ໃນການລົງທຶນ, ກົດຫມາຍການຄ້າ ການສໍ້ຣາສບັງຫລວງ ການຊື້ຈ້າງຈອບອອຍ ຮັບສິນບົນ ແລະການປະຕິບັດ ຕໍ່ສິດທິມະນຸດ ແລະສິດທິພົລເມືອງ ໃນລາວ ຍັງຖືກຈຳກັດ ຫລາຍຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.