ທາງຣົດໄຟ ຢຸດສ້າງ ຊົ່ວຄາວ ໃນໄລຍະກຸດຈີນ
2019.02.06
ປັດຈຸບັນ ການສ້າງທາງຣົດໄຟ ລາວ-ຈີນ ຢູ່ຫຼາຍແຂວງ ຂອງລາວ ຢຸດສ້າງໄປ ຈົນຮອດທ້າຍເດືອນກຸມພານີ້ ຍ້ອນຄົນງານ ຮວມທັງ ນັກວິຊາການຈີນ ເກືອບທັງໝົດ ໄດ້ຮັບອະນຸຍາດ ໃຫ້ເດີນທາງ ກັບໄປສລອງບຸນປີໃໝ່ ຫລື ກຸດຈີນ ຢູ່ບ້ານ ທີ່ປະເທສຈີນ, ເປັນຕົ້ນ ຜູ້ທີ່ ເຮັດວຽກຢຸູ່ເມືອງໄຊ ແຂວງອຸດົມໄຊ ທີ່ໄດ້ກັບບ້ານ ເມື່ອທ້າຍເດືອນມົກກະຣາ ທີ່ຜ່ານມາ ຍັງເຫລືອແຕ່ ຄົນຮັກສາຄວາມປອດພັຍ ທີ່ເຝົ້າ ຄ້າຍຄົນງານ ແລະ ກົນຈັກ ດັ່ງເຈົ້າໜ້າທີ່ ເມືອງໄຊ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 6 ກຸມພານີ້ວ່າ:
"ໂອ ເມືອເກືອບໝົດແລ້ວ ຍັງແຕ່ໜ້ອຍນຶ່ງ ຣປພ ເຝົ້າວຽກ ດຽວນີ້ ເຂົາບໍ່ຢູ່ຈັກຄົນ ໄປສິບປາຍມື້ກະຈັ່ງວ່າ."
ໃນຂນະດຽວກັນ ຄົນງານ ແລະ ນັກວິຊາການຈີນ ທີ່ສ້າງທາງຣົດໄຟ ຢູ່ເຂດເມືອງໂພນໂຮງ ແຂວງວຽງຈັນ ເກືອບທັງໝົດ ກໍກັບໄປສລອງ ກຸດຈີນ ຢູ່ບ້ານເກີດ ເຊັ່ນກັນ ເຮັດໃຫ້ບັນຍາກາດ ໃນຄ້າຍຄົນງານ ແລະ ຕາມສະຖານທີ່ກໍ່ສ້າງ ງຽບເຫງົາ, ດັ່ງເຈົ້າໜ້າທີ່ ເມືອງໂພນໂຮງ ກ່າວວ່າ:
"ໂອ້ເພີ່ນກະພັກງານ ແຕ່ວ່າ ບາງຄົນກະໄປ ບາງຄົນກະຢູ່ແຫລະ ເພີ່ນພັກເດ ດຽວນີ້ນະ ກະສິບໍ່ດົນຕິບໍ."
ທ່ານກ່າວຕື່ມວ່າ ຄົນງານຈີນ ທີ່ກັບເມືອສລອງ ບຸນປີໃໝ່ຢູ່ຈີນນັ້ນ ຈະເລີ້ມກັບຄືນມາ ເຮັດວຽກ ໃນທ້າຍເດືອນນີ້ ແລະ ຄາດວ່າ ວຽກງານ ກໍ່ສ້າງ ທາງຣົດໄຟນັ້ນ ຈະເລີ້ມຕໍ່ໄປ ໃນເດືອນມິນາ ທີ່ຈະມາເຖິງນີ້ ໂດຍທີ່ເຈົ້າໜ້າທີ່ທ້ອງຖິ່ນ ແລະ ພາກສ່ວນ ທີ່ກ່ຽວຂ້ອງ ຈະເພີ່ມ ການຄຸມຄອງ ພວກເຂົາເຈົ້າ ເຂັ້ມງວດຂຶ້ນກວ່າເກົ່າ.
ເມື່ອປີກາຍ ຄົນງານຈີນ ທີ່ເຂົ້າມາ ເຮັດວຽກ ໃນໂຄງການ ສ້າງທາງຣົດໄຟລາວ-ຈີນ ຢູ່ 5 ແຂວງ ຂອງລາວ ມີຈໍານວນປະມານ 19,000 ຄົນ ແລະ ຄາດວ່າ ພາຍໃນປີນີ້ ຈະນໍາເຂົ້າມາຕື່ມອີກ ຈົນເຖິງ 30,000 ຄົນ ເພື່ອເຮັດໃຫ້ ໂຄງການນີ້ສໍາເຣັດ ໃນປີ 2021 ກ່ອນວັນສ້າງຕັ້ງ ສປປລາວ ທີ 2 ທັນວາ. ປັດຈຸບັນ ໂຄງການນີ້ ຄືບໜ້າໄປແລ້ວ 55%. ໃນນັ້ນ ໄດ້ເຈາະອຸໂມງ 69 ແຫ່ງ ແລະ ສ້າງຂົວ 143 ແຫ່ງ.