ຄົນງານລາວ ເຮັດວຽກ ສ້້າງທາງຣົດໄຟ ໜ້ອຍກວ່າ ຈີນ
2018.12.19
ໂຄງການກໍ່ສ້າງ ທາງຣົດໄຟ ຄວາມໄວສູງລາວ-ຈີນ ທີ່ຜູ້ນໍາພັກປະຊາຊົນປະຕິວັດລາວ ໃຫ້ບັນດາສະມາຊິກສະພາແຫ່ງຊາດ ຮັບຮອງເອົາ ຢູ່ໃນກອງປະຊຸມ ສມັຍວິສາມັນ ຂອງສະພາ ແຫ່ງຊາດຊຸດທີ 7 ໃນມື້ວັນທີ 18 ສິງຫາ 2012 ຈະໃຊ້ຄົນ ງານ ທັງໝົດຫຼາຍກວ່າ 30,000 ຄົນ. ມາເຖິງຂະນະນີ້ ມີຄົນງານຈີນ ເຂົ້າມາເຮັດວຽກແລ້ວເຖິງ 19.000 ປາຍຄົນ ໃນຂະນະທີ່ ຄົນງານລາວມີໂອກາດ ໄດ້ເຮັດວຽກນໍາພຽງ 2,000 ປາຍຄົນ ດັ່ງທ່ານ ຄໍາສຸກ ບຸນຍະວົງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ່ 2 ແຂວງ ຜົ້ງສາລີ ກ່າວໃນກອງປະຊຸມ ສມັຍ ສາມັນເທື່ຶອທີ 6 ຂອງສະພາແຫ່ງຊາດ ຊຸດທີ 8 ຂອງ ສປປລາວ ທີ່ກໍາລັງດໍາເນີນໄປຢູ່ນີ້ວ່າ:
"ໂຄງການກໍ່ສ້າງ ທາງຣົດໄຟ ແຮງງານຕ້ອງການ ປະມານ 30,000 ກວ່າຄົນ ແຕ່ວ່າແຮງງານລາວ ມີພຽງແຕ່ 2,135 ຄົນເທົ່ານັ້ນ ເປັນ ແຮງງານທີ່ບໍ່ກ່ຽວຂ້ອງ ກັບໂຄງການທາງຣົດໄຟ ທັ້ງໆທີ່ວ່າ ນັກຮຽນຈົບ ຍທຂ ວະສະວະກໍາຂົວທາງ ສິ່ງແວດລ້ອມແລະອື່ນໆ ມັນກະກ່ຽວ ພັນກັບໂຄງການນີ້. ສະນັ້ນ ມາຮອດປັດຈຸບັນນີ້ ມີແຮງງານຕ່າງປະເທສ ເຂົ້າມາແລ້ວ 19,000 ກວ່າຄົນ ແຕ່ແຮງງານລາວມີແຕ່ 2,135 ຄົນ ພຽງ ແຕ່ເປັນເອື້ອຍລ້ຽງ ພຽງແຕ່ເປັນຂັບຣົດຊື່ໆ ແຕ່ຄົນງານ ຫລືວ່ານັກຮຽນທີ່ຮຽນຈົບມາ ບໍ່ໄດ້ເຂົ້າໄປເຮັດວຽກຢູ່ຂົງເຂດນີ້."
ເວົ້າເຖິງນັກວິຊາການ ແລະ ຄົນງານຈີນ ທີ່ເຂົ້າມາເຮັດວຽກຢູ່ລາວ ກໍມີຫຼາຍ. ເວົ້າສະເພາະ ເມືອງໄຊ ແຂວງອຸດົມໄຊ ເມື່ອເດືອນ ທັນວາ ປີກາຍ ບໍຣິສັດຮັບເໝົາ ກໍ່ສ້າງທາງຣົດໄຟລາວ-ຈີນ ໄດ້ນໍາເອົານັກວິຊາການຈີນ ເຂົ້າມາຫຼາຍຂຶ້ນປະມານ 500 ຄົນ ເພື່ອຄວບຄຸມເຄື່ອງຈັກ ແລະ ຄົນງານ ຢູ່ບໍໍຣິເວນເຈາະອຸມົງ ແລະ ສ້າງຂົວໃຫຍ່ ສຳລັບທາງ ຣົດໄຟ ຢູ່ເຂດບ້ານຖ້ຽວ ດັ່ງເຈົ້າໜ້າທີ່ ທ້ອງຖິ່ນທ່ານນຶ່ງ ກ່າວຕໍ່ ວິທຍຸເອ ເຊັຍເສຣີ ໃນມື້ວັນທີ 21 ທັນວາປີກາຍວ່າ:
"ເຂົາກະມາເປັນ ຊ້ວງເລີຍແຫຼະ ເປັນຊຸດເລີຍແຫຼະປະມານ 200-300 ພຸ້ນໂອະ ມາສະເພາະບ້ານເຮົາປະ ມານ 400-500 ນີິ່ແຫຼະ ຂອງໃຜຂອງມັນ ມັນຫຼາຍບໍຣິສັດນະ ບໍຣິສັດລະ 100 ປາຍກຳ ລັງເຮັດຂົວ.”
ທ່ານກ່າວວ່າ ໃນຣະຍະຕົ້ນປີ 2018 ນັກວິຊາການຈີນ ຍັງຈະເຂົ້າມາຫຼາຍຂຶ້ນຕື່ມ ເພາະຕໍ່ໍ່ໄປ ໂຄງການນີ້ ຈະຕ້ອງ ເພີ້ມຈຳນວນ ນັກວິຊາການ ແລະຄົນງານ ຫຼາຍຂຶ້ນນໍາເລື້ອຍໆ ຍ້ອນມີວຽກໃຫ້ເຮັດຫຼາຍ. ສ່ວນຄົນງານລາວ ທີ່ເຮັດວຽກ ໃນໂຄງການນີ້ ສະເພາະ ຢູ່ເມືອງໄຊ ມີປະມານ 1 ພັນຄົນ ຊຶ່ງສ່ວນໃຫຍ່ ເປັນກັມມະກອນຂົນຫີນ ຢູ່ບໍຣິເວນເຈາະອຸມົງ. ເມື່ອເວົ້າເຖິງເຣື່ອງ ການບໍຣິຫານ ຄຸ້ມຄອງໂຄງການ ທາງຣົດໄຟ ຫລັງຈາກ ສ້າງສໍາເຣັດແລ້ວ ກໍເປັນວຽກ ທີ່ໃຊ້ຄົນງານຫຼາຍ ຍ້ອນມີຫຼາຍວຽກ ຊຶ່ງຕາມຄຳເວົ້າ ຂອງທ່ານ ຄໍາສຸກ ບຸນຍະວົງ ແມ່ນຈະປະມານ 3,000 ຄົນ ທີ່ເປັນບັນຫາສຳລັບ ສປປລາວ.
ໃນບົດຣາຍງານ ຕໍ່ກອງປະຊຸມສມັຍວິສາມັນ ຂອງສະພາແຫ່ງຊາດທີ່ວ່ານັ້ນ ເວົ້າວ່າ ການບໍຣິຫານຄຸ້ມຄອງ ການບໍຣິການຂົນສົ່ງຣົດໄຟ ພາຍຫລັງການກໍ່ສ້າງສໍາເຣັດ ມີ 3 ພາກສ່ວນ ທີ່ຈະຮັບຜິດຊອບຄື: ການຄຸ້ມຄອງບໍຣິຫານການຂົນສົ່ງຣົດ ແລະບໍຣິການຈັດຖ້ຽວ ການເດີນຣົດ; ການຄຸ້ມຄອງບໍຣິຫານ ທຸຣະກິຈຂົນສົ່ງໂດຍສານແລະການຄ້າ; ແລະການຄຸ້ມຄອງ ບໍຣິຫານທຸຣະກິຈປິ່ນອ້ອມໂຄງການ ທາງຣົດໄຟ. ໃນນັ້ນ ຜູ້ນໍາພັກ-ຣັຖ ສປປລາວ ກໍານົດເອົາໄວ້ວ່າ ການຄຸ້ມຄອງບໍຣິຫານ ການຂົນສົ່ງຣົດ ແລະບໍຣິການຈັດຖ້ຽວການເດີນຣົດ ຖ້າຝ່າຍລາວ ດໍາເນີນການ ດ້ວຍຕົນເອງ ອາຈມີບັນຫາ ແລະມີຄວາມສ່ຽງສູງ, ສະນັ້ນ ຈຶ່ງມີຄວາມຈໍາເປັນ ທີ່ຈະຕ້ອງໄດ້ມອບໝາຍ ຫຼືຈ້າງວິສາຫະກິຈບໍຣິຫານຂົນສົ່ງຣົດໄຟຂອງຈີນ ເປັນ ຜູ້ດໍາເນີນການໃຫ້ໃນຊ່ວງຣະຍະເວລາໃດນຶ່ງທີ່ເໝາະສົມ ຈົນກວ່າຝ່າຍລາວມີ ຄວາມສາມາດເຮັດເອງໄດ້. ແລະສໍາລັບການຄຸ້ມຄອງບໍຣິຫານທຸຣະກິຈຂົນສົ່ງ ໂດຍສານແລະການຄ້າ ແລະການຄຸ້ມຄອງ ບໍຣິຫານທຸຣະກິຈ ປິ່ນອ້ອມໂຄງການ ທາງຣົດໄຟນັ້ນ ລາວອາຈເຮັດດ້ວຍຕົນເອງໂດຍກົງ ໂດຍຈ້າງວິສາຫະກິຈຂອງຈີນ ຫລືຊ່ຽວຊານຈີນມາຊ່ອຍ.
ໃນເມື່ອຜູ້ນໍາພັກ-ຣັຖ ສປປລາວ ເວົ້າຄືແນວນັ້ນ ຫຼາຍຄົນເວົ້າວ່າ ບໍ່ຮູ້ວ່າເມື່ອໃດ ນັກວິຊາການລາວ ທີ່ມີຢູ່ແລ້ວ ແລະຜູ້ທີ່ຈົບການສຶກສາ ມາໃໝ່ ໃນວິຊາທີ່ກ່ຽວຂ້ອງ ກັບວຽກງານທີ່ວ່ານັ້ນ ເມື່ອໃດຈະຖືກຝ່າຍລາວ ຫລືຝ່າຍຈີນຖືວ່າ ມີຄວາມສາມາດ ຄຸ້ມຄອງບໍຣິຫານທຸຣະກິຈ ຂົນສົ່ງໂດຍສານ ແລະການຄ້າແລະການຄຸ້ມ ຄອງບໍຣິຫານທຸຣະກິຈ ປິ່ນອ້ອມໂຄງການທາງຣົດໄຟ ແລະເມື່ອໃດຈະຖືກບັນຈຸ ເຂົ້າເຮັດວຽກ ງານນັ້ນໄດ້ ຫລືຈະຕ້ອງໄດ້ຖ້າ ໄປຈົນກວ່າວ່າ ຝ່າຍຈີນຕົກ ລົງເຫັນດີໃຫ້ຝ່າຍລາວ ຮັບເອົາ ຝ່າຍລາວ ຈຶ່ງເວົ້າໄດ້ວ່າ ນັກວິຊາການລາວ ມີຄວາມສາມາດ ແລ້ວຈຶ່ງຮັບເອົາໄດ້ ໂດຍທີ່ບໍ່ຮູ້ວ່າ ຈະເປັນປີໃດກັນແທ້ ໃນເມື່ອຈີນ ມີແຜນຜູກຂາດ ໃນຍຸທສາດ ນຶ່ງແລວນຶ່ງເສັ້ນທາງ ຂອງຈີນ ໃນຂົງເຂດເອເຊັຍ ຕາເວັນອອກສ່ຽງໃຕ້ນີ້.
ເວົ້າເຖິງການຝຶກອົບຮົມ ແລະກໍ່ສ້າງບຸຄລາກອນລາວ ເພື່ອເຂົ້າເຮັດວຽກ ໃນໂຄງການຣົດໄຟ ທາງການ ສປປລາວ ແລະຈີນ ໄດ້ຕົກລົງກັນ ສ້າງວິທຍາລັຍເຕັກນິກການຣົດໄຟ ຢູ່ປະເທສລາວ ຢູ່ໃກ້ກັບສນາມກິລາແຫ່ງຊາດຫລັກ 16 ນະຄອນຫລວງ ວຽງຈັນ ໃນມື້ວັນທີ 4 ກັນຍາ ທີ່ຜ່ານມາ. ແລະມີການຕົກລົງກັນວ່າ ຝ່າຍຈີນ ຈະຮັບພະນັກງານລາວ ຈຳນວນ 40 ຄົນ ໄປຝຶກອົບຮົມດ້ານການຣົດໄຟ ຢູ່ປະເທສຈີນ ຄື: ດ້ານບໍຣິຫານ 6 ຄົນ, ຄຣູສອນ 30 ຄົນ ແລະຄຣູຝຶກພາກປະຕິບັດ 4 ຄົນ ໃນ 6 ວິຊາຄື: ການຂົນສົ່ງທາງຣົດໄຟ, ວິສະວະກຳ ທາງຣົດໄຟ, ສັນຍານການຣົດໄຟ, ການສນອງໄຟຟ້າ ທາງຣົດໄຟ, ຣະບົບລໍ້ລາງ, ຕູ້ຣົດໄຟ -ຕາມການຣາຍງານ ຂອງທາງການລາວ.
ແລະເມື່ອຫຼາຍປີ ກ່ອນໜ້ານີ້ ຜູ້ນໍາພັກ-ຣັຖ ສປປລາວ ກໍໄດ້ເວົ້າຕໍ່ກອງປະຊຸມ ສມັຍວິສາມັນ ຂອງສະພາ ແຫ່ງຊາດວ່າ ຝ່າຍຈີນ ຈະພິຈາຣະນາ ໃຫ້ຄວາມຊ່ອຍເຫຼືອ ແລະກໍາລັງກຽມແຜນ ຄວາມຕ້ອງການ ກໍ່ສ້າງບຸຄລາກອນ ແລະຈະ ສົ່ງໃຫ້ ຝ່າຍລາວ ພິຈາຣະນາ ໂດຍໄວ ເພື່ອສາມາດ ກະກຽມຄວາມພ້ອມ ໃນວຽກງານດັ່ງກ່າວ ທັນເວລາ ແລະວ່າ ການສ້າງບຸຄລາກອນ ເພື່ອຄຸ້ມຄອງໂຄງການ ທັງໝົດນັ້ນ ຈະຕ້ອງສໍາເຣັດພາຍໃນ 5 ປີນັບຕັ້ງແຕ່ໄດ້ຕົກລົງເປັນທາງ ການ ກ່ຽວກັບ ສັນຍາເງິນກູ້ ໃນຂະນະທີ່ຢູ່ ສປປລາວ ກໍມີ ນັກວິຊາການ ໂຍທາທິການແລະຂົນສົ່ງ, ນັກວິສະວະກໍາຂົວທາງ, ສິ່ງແວດລ້ອມແລະອື່ນໆ ທີ່ກ່ຽວຂ້ອງ ກັບໂຄງການ ຊຶ່ງເປັນຄົນລາວ ຈຳນວນບໍ່ໜ້ອຍ ທີ່ຍັງບໍ່ມີວຽກເຮັດງານທຳ. ກ່ຽວກັບເຣື່ອງນີ້ ທ່ານ ຄໍາສຸກ ບຸນຍະວົງ ກ່າວວ່າ:
"ລູກຫລານ ຂອງພວກເຮົາ ຈໍານວນຫລວງຫລາຍນີ້ ຮຽນຈົບມາແລ້ວ ໄປສມັກບ່ອນໃດກໍບໍ່ໄດ້ ນໍາຣັຖກໍບໍ່ມີໂຄຕາ ແຕ່ເປັນຫຍັງ ວຽກເຮັດງານທໍາມັນມີ ແຕ່ວ່າລູກຫລານ ພະນັກງານພວກເຮົານີ້ ລູກຫລານປະຊາຊົນ ກະບໍ່ສາມາດຮັບເຂົ້າເຮັດວຽກໄດ້.”
ສິ່ງດັ່ງກ່າວ ເປັນບັນຫາໃນປັດຈຸບັນ ແຕ່ເມື່ອເວົ້າເຖິງອະນາຄົດ ບັນຫາທີ່ວ່ານີ້ຈະເປັນແນວໃດ ເປັນການຍາກທີ່ຈະຄາດຄະເນໄດ້. ຢ່າງໃດກໍຕາມ ທ່ານ ຄໍາສຸກ ບຸນຍະວົງ ສະມາຊິກສະພາແຫ່ງຊາດ ກໍມີຄວາມຂ້ອງໃຈນຳຣັຖບາລ ກ່ຽວກັບການກຽມຄົນງານລາວ ປະມານ 3,000 ຄົນເພື່ອຄຸ້ມຄອງ ແລະບໍຣິຫານວຽກງານຕ່າງໆ ຄືທີ່ວ່ານັ້ນ ໃນຂະນະທີ່ ໂຄງການກໍ່ສ້າງທາງຣົດໄຟ ຈະສໍາເຣັດ ໃນອີກ 2 ປີ ຂ້າງໜ້ານີ້ ດັ່ງທີ່ທ່ານກ່າວວ່າ:
"ພາຍຫຼັງ 2021 ນີ້ ໂຄງການຈະສໍາເຣັດ ແລະແຮງງານຈະມາຄຸ້ມຄອງທາງຣົດໄຟປະມານ 3,000 ຄົນ ອັນນີ້ ຣັຖບາລກຽມແນວໃດແລ້ວ."
ແຕ່ເຖິງຢ່າງໃດກໍຕາມ ເມື່ອເວົ້າເຖິງ ໂຄງການຣົດໄຟລາວ-ຈີນ ຜູ້ນໍາພັກ-ຣັຖ ສປປລາວ ເວົ້າວ່າ ໂຄງການນີ້ ຈະນໍາຜົລປໂຍດ ມາສູ່ ປະເທສລາວ ຢ່າງມະຫາສານ. ແຕ່ຫຼາຍຄົນ ເວົ້າວ່າ ຖ້າເປັນ ຄືທີ່ວ່ານັ້ນແທ້ ເປັນຫຍັງ ໂຄງການນີ້ ຈຶ່ງລ້າຊ້າ ແລະ ແກ່ຍາວ. ການລ້າຊ້າ ແລະແກ່ຍາວນັ້ນ ກໍຍ້ອນວ່າ ບໍຣິສັດຂອງຈີນບໍ່ມີຄວາມສົນໃຈ ທີ່ຈະມາລົງທຶນໃນໂຄງການນີ້ ເພາະວ່າ ປະສິດທິຜົລ ທາງດ້ານການເງິນ ຕ່ຳຫຼາຍ. ບໍ່ພຽງເທົ່ານັ້ນ ຝ່າຍຈີນ ຍັງໄດ້ສເນີໃຫ້ຝ່າຍລາວ ລົງທຶນສ້າງຝ່າຍດຽວ ແລະ ໄປກູ້ຢືມເງິນ ມາລົງທຶນທັງໝົດ ຈາກທະນາຄານ ຂາອອກ-ຂາເຂົ້າ Exim Bank ຂອງຈີນມາສ້າງ.