ຣົດໄຟ ສວັນ-ລາວບ໋າວ ຖືກເລື່ອນ

ດ່ານສາກົນ ແດນສວັນ-ລາວບາວ ທາງຝັ່ງ ປະເທດວຽດນາມ
ດ່ານສາກົນ ແດນສວັນ-ລາວບາວ ທາງຝັ່ງ ປະເທດວຽດນາມ (RFA/NY)

0:00 / 0:00

ໂຄງການສ້າງທາງຣົດໄຟ ສວັນ-ລາວບ໋າວ, ຈາກ ນະຄອນ ໄກສອນ ພົມວິຫານ ແຂວງສວັນນະເຂດ, ໄປຫາຊາຍແດນວຽດນາມ ລາວບ໋າວ ຖືກເລື່ອນອອກໄປ ແບບບໍ່ມີກຳນົດ, ດັ່ງເຈົ້າໜ້າທີ່ຜແນກໂຍທາທິການ ແລະ ຂົນສົ່ງ ແຂວງສວັນນະເຂດ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 29 ມົກກະຣາ ນີ້ວ່າ:

"ບໍ່ມີກຳນົດດອກ, ຄັນມັນມີກຳນົດ, ມັນກະແຕ່ງກັມມະການລົງມາແລ້ວແຫຼະ, ເຂົາບໍ່ມີເງິນ, ແລວທາງຣົດໄຟ ຂອງລາວ-ວຽດນີ້ ມັນກະຄືສິ ບໍ່ເກີດດອກ, ເຂົາກະຂຶ້ນແຜນເຂົາຢາກໄດ້ເງິນຢືມເງິນບໍ່."

ທ່ານກ່າວຕື່ມວ່າ, ບໍຣິສັດ Giant Rail Company Limited (GCL) ຈາກປະເທດມາເລເຊັຽ ເຊິ່ງເປັນເຈົ້າຂອງໂຄງການ ຍັງບໍ່ສາມາດ ຊອກຫາເງິນທຶນ ທີ່ຈະນຳມາໃຊ້ເຂົ້າໃນການກໍ່ສ້າງ. ສຳລັບເນື້ອທີ່ ຂອງປະຊາຊົນ ທີ່ຖືກວັດແທກ, ແລະ ປັກແລວທາງ ໄວ້ແລ້ວນັ້ນ, ປະຊາຊົນ ຍັງສາມາດ ໃຊ້ປູກເຂົ້າ ໄດ້ຕາມປົກກະຕິ ບໍ່ໄດ້ຖືກຫ້າມ ແຕ່ຢ່າງໃດ.

ໃນຂະນະດຽວກັນ, ເຈົ້າໜ້າທີ່ໂຄງການນີ້ ເວົ້າວ່າ ມີຄວາມເປັນໄປໄດ້ ທີ່ຈະຍົກເລີກໄປເລີຍ, ຫລືບໍ່ນັ້ນ ຕ້ອງລໍຖ້າຄຳຕອບ ຈາກເຈົ້າຂອງບໍຣິສັດ ເສັຽກ່ອນ, ເຊິ່ງທາງການລາວກຳລັງລໍຖ້າ ບໍຣິສັດເຂົ້າມາຊີ້ແຈງຢູ່.

ທັງນີ້ ເມື່ອປີ 2016, ໂຄງການນີ້ ຖືກສັ່ງໃຫ້ສຳຣວດຂໍ້ມູນຄືນໃໝ່, ຍ້ອນຂໍ້ມູນຫຼາຍດ້ານ ຍັງບໍ່ຈະແຈ້ງ, ໂດຍສະເພາະ ຂໍ້ມູນດ້ານເສັ້ນທາງ ແລະ ຜົລກະທົບ ຕໍ່ດິນປະຊາຊົນ ເຊິ່ງການສຳຣວດມາ ສຳເຣັດ ໃນປີ 2017 ຫຼັງຈາກນັ້ນ ທາງບໍຣິສັດ ບໍ່ມີການເຄື່ອນໄຫວໃດໆ, ໂດຍບໍ່ໄດ້ ເອົາຂໍ້ມູນ ການສຳຣວດ ຣາຍງານ ໃຫ້ທາງການລາວ ໄດ້ຮັບຮູ້.

ໂຄງການທາງຣົດໄຟ ສວັນ-ລາວບ໋າວ, ໄດ້ຜ່ານບົດສຳຣວດ ເມື່ອກາງເດືອນມີນາ ປີ 2016, ຕາມແຜນການ ທາງຣົດໄຟ ມີຄວາມຍາວ 220 ກິໂລແມັດ, ເປັນລາງຄູ່ ເພື່ອຮັບການຂົນສົ່ງ ແລະ ໂດຍສານ ເສັ້ນທາງດັ່ງກ່າວ ເປັນນຶ່ງ ໃນທາງເຊື່ອມຣົດໄຟ ຂອງສິງກະໂປ-ຄຸນໝີງ ທັງເປັນເສັ້ນທາງເສຖກິດ ຕາເວັນອອກ-ຕາເວັນຕົກ, ເຊິ່ງຈະກໍ່ສ້າງ ໄປຂນານກັບທາງເລກ 9 ຮວມທັງໝົດມີ 11 ສະຖານີ.

ສະຖານີຫຼັກ ແມ່ນຕັ້ງຢູ່ທີ່ ບ້ານທ່າສະໂນນ້ອຍ ນະ​ຄອນໄກສອນ ພົມວິຫານ, ໂດຍມີຮູບແບບການລົງທຶນເປັນ BOT ແຕ່ບໍຣິສັດລົງທືນກ່ອນ, ໂຄງການນີ້ ມີໄລຍະສັມປະທານ 50 ປີ ມູນຄ່າການລົງທຶນທັງໝົດ 5 ຕື້ໂດລາຣ໌ສະຫະຣັຖ.