ຜູ່ໄດ້ຮັບຜົລກະທົບ ຈາກທາງຣົດໄຟ ຍັງລໍຖ້າ ຄ່າຊົດເຊີຍ
2018.12.18
ໃນວັນທີ 12 ທັນວາ ຜ່ານມາ ທ່ານ ລັດຕະນະມະນີ ຄູນນິວົງ, ຫົວໜ້າຄນະ ຄຸ້ມຄອງໂຄງການ ກໍ່ສ້າງ ທາງຣົດໄຟ ລາວ-ຈີນ, ຖແລງ ກ່ຽວກັບ ຄວາມຄືບໜ້າ ຂອງໂຄງການຣົດໄຟ ວ່າ ທາງໂຄງການ ຕຽມຈ່າຍ ຄ່າຊົດເຊີຍ ແກ່ປະຊາຊົນ ຜູ້ທີ່ໄດ້ ຮັບຜົລກະທົບ ງວດທີ 4 ພາຍໃນອາທິດນີ້ ຊື່ງມີມູນຄ່າ 134 ຕື້ກີບ ແຕ່ບໍ່ໄດ້ຣະບຸຄັກແນ່ ວ່າ ຈະຊົດເຊີຍ ແກ່ປະຊາຊົນ ຢູ່ເຂດໃດ ແລະ ແຂວງໃດ ຮວມທັງ ວັນເວລາ ທີ່ແນ່ນອນ.
ເຖິງຢ່າງໃດກໍຕາມ, ປະຊາຊົນຜູ້ໄດ້ຮັບຜົລກະທົບ ຈາກໂຄງການຣົດໄຟ ໃນຫຼາຍເມືອງ ກໍາລັງລໍຖ້າ ເງິນຊົດເຊີຍຢູ່ ເພື່ອຊອກຊື້ດິນບ່ອນໃໝ່ ເປັນຕົ້ນ: ຢູ່ເມືອງໂພນໂຮງ ປັດຈຸບັນ ມີປະຊາຊົນບາງຄອບຄົວ ຈາກ ຈໍານວນທັງໝົດ 305 ຄອບຄົວ ກໍາລັງເດືອດຮ້ອນຢ່າງໜັກ ຍ້ອນຂາດເຂົ້າກິນ ເພາະຖືກໂຄງການຣົດໄຟ ເອົາດິນນາ ໄປແລ້ວ ຈິ່ງຮຽກຮ້ອງຂໍເງິນຊົດເຊີຍ, ດັ່ງເຈົ້າໜ້າທີ່ ເມືອງໂພນໂຮງ ທ່ານນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 17 ທັນວາ ນີ້ວ່າ:
“ມັນມີຜູ້ມາສເນີເນາະ ມີຄອບຄົວ ທີ່ວ່າຂາດເຂີນຫັ້ນນະ ຢາກໄດ້ຄ່າຊົດເຊີຍ ແລ້ວບອກເພີ່ນ ໄປຫາເມືອງ ຫາພາກສ່ວນກ່ຽວຂ້ອງ ແລ້ວເພີ່ນ ບໍ່ທັນໃຫ້ຄໍາຕອບ ເຂົາເຈົ້າ ກໍເດືອດຮ້ອນ ຢາກໄດ້ຫັ້ນແຫລະ ເພີ່ນບໍ່ແຈ້ງມາ ວ່າສິໄດ້ແລ້ວເດີ້ ເພີ່ນກໍບໍ່ເຫັນເວົ້າ.”
ໃນຂນະດຽວກັນ ປະຊາຊົນ ຫຼາຍຄອບຄົວ ຢູ່ເມືອງໄຊ ແຂວງ ອຸດົມໄຊ ທີ່ເສັຽທີ່ດິນ ໃຫ້ແກ່ ໂຄງການໄປແລ້ວ ກໍຍັງລໍຖ້າ ຄວາມຄືບໜ້າ ເຣື່ອງຄ່າຊົດເຊີຍ ຢູ່ເຊັ່ນດຽວກັນ ຊຶ່ງຫຼາຍຄົນ ຫວັງວ່າ ຈະໄດ້ຄ່າຊົດເຊີຍ ກ່ອນໝົດປີນີ້, ດັ່ງປະຊາຊົນ ເມືອງໄຊ ຜູ້ນຶ່ງ ເວົ້າວ່າ:
"ຄືສິແມ່ນປີນີ້ແຫລະ ເພີ່ນສິທົດແທນ ຄ່າຊົດເຊີຍ ມັນແມ່ນຖືກ ແຕ່ນາກັບສວນຊື່ໆ ດິນປູກສ້າງ ທີ່ຢູ່ອາສັຍແທ້ບໍ່ຖືກ.”
ກ່ອນໜ້ານີ້ ທາງໂຄງການຣົດໄຟ ລາວ-ຈີນ ໄດ້ຊົດເຊີຍ ໃຫ້ແກ່ປະຊາຊົນແລ້ວ 3 ງວດ ຄື: ງວດທີ 1 ຈໍານວນ 56 ຕື້ກີບ, ງວດທີ 2 ຈໍານວນ 81 ຕື້ກີບ ແລະ ງວດທີ 3 ຈໍານວນ 82 ຕື້ກີບ ຊື່ງຊົດເຊີຍ ຢູ່ເມືອງໄຊ ແຂວງອຸດົມໄຊ ຈໍານວນ 13 ຄອບຄົວ, ເມືອງຫີນເຫີບ ແຂວງວຽງຈັນ ຈໍານວນ 13 ຄອບຄົວ ແລະ ເມືອງຫລວງນໍ້າທາ ຈໍານວນ 138 ຄອບຄົວ.