ຊາວບ້ານ ປະຕິເສດ ຄ່າຊົດເຊີຍຕ່ຳ ຈາກເຂື່ອນນ້ຳງື່ມ 4
2018.12.19

ປະຊາຊົນ 5 ບ້ານ ປະມານ 100 ປາຍຄອບຄົວ ເປັນຕົ້ນ ບ້ານພຽງຫລວງ, ບ້ານພູວຽງ, ບ້ານຊ້າຍ ທີ່ໄດ້ຮັບຜົລກະທົບ ຈາກ ໂຄງການ ກໍ່ສ້າງເຂື່ອນໄຟຟ້າ ນໍ້າງຶື່ມ 4 ເມືອງພູກູດ ແຂວງຊຽງຂວາງ ຍັງບໍ່ຍອມຮັບຄ່າຊົດເຊີຍ, ດັ່ງປະຊາຊົນ ຜູ້ທີ່ຖືກຜົລກະທົບ ຈາກໂຄງການ ດັ່ງກ່າວ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ນີ້ວ່າ:
“ບ້ານທີ່ຖືກຜົລກະທົບນີ້ 5-6 ບ້ານແຫລະ ບາງບ່ອນຍ້າຍອອກ ບາງບ່ອນ ໄດ້ເສັຽທີ່ດິນ ເຂົາເຈົ້ານີ້ ມີແຜນຊົດເຊີຍ ແຕ່ຕົວເລກເນາະ ຍັງບໍ່ທັນໄດ້ຈ່າຍເງິນເນາະ ເທົ່າໃດລະເທົ່ານັ້ນ ຄັນຊິເວົ້າ ມູນຄ່າແທ້ ບໍ່ສາມາດ ຊື້ບ່ອນອື່ນໄດ້ ເພາະໄທບ້ານເຮົາ ມັນອາສັຍ ແຕ່ເຮັດໄຮ່ ເຮັດນາ ບໍ່ມີທຸຣະກິດເນາະ ປູກຝັງລ້ຽງສັດ ທັມມະດານີ້ລະ.”
ທ່ານກ່າວອີກວ່າ ສະເພາະບ້ານພຽງຫລວງ ມີປະຊາຊົນ ຊົນເຜົ່າ ປະມານ 20 ປາຍຄອບຄົວ ເທົ່ານັ້ນ ທີ່ຍອມຮັບເອົາ ຄ່າຊົດເຊີຍ ແຕ່ກໍຍັງ ບໍ່ໄດ້ເງິນເທື່ອ ແລະ ອີກ 30 ປາຍຄອບຄົວ ພ້ອມທັງຫຼາຍບ້ານໆ ກໍບໍ່ຍອມຮັບຄ່າຊົດເຊີຍ ເຊັ່ນດຽວກັນ ຍ້ອນເຫດຜົນດຽວ ຄືຄ່າຊົດເຊີຍ ໜ້ອຍ.
ໂຄງການ ເຂື່ອນໄຟຟ້າ ນໍ້າງື່ມ 4 ໄດ້ຈັດສັນທີ່ດິນ ໃຫ້ແກ່ປະຊາຊົນ ທີ່ຖືກຜົລກະທົບ ແຕ່ດິນທີ່ໂຄງການຈັດສັນໃຫ້ນັ້ນ ເປັນດິນໃນເຂດ ພູດອຍ ບໍ່ສາມາດປູກຝັງ ລ້ຽງສັດ ຫຼື ເຂົ້າໄປປຸກສ້າງເຮືອນໄດ້ ຈິ່ງເຮັດໃຫ້ ຫຼາຍຄອບຄົວ ບໍ່ຍອບຮັບຄ່າຊົດເຊີຍ, ດັ່ງປະຊາຊົນ ຜູ້ດຽວກັນນີ້ ເວົ້າວ່າ:
“ແລະ ອີງໃສ່ບ້ານ ຂອງພວກເຮົາ ມັນຍາກເນາະ ຍາກແນວໃດ ມັນແມ່ນເຂດພູ ອາກາດມັນໜາວ ການປູກຝັງ ມັນເລືອກປູກໄດ້ ເປັນບາງ ບ່ອນເທົ່ານັ້ນ ເຣື່ອງທີ່ດິນ ເຂົາເຈົ້າກໍຈັດໃຫ້ ແຕ່ມັນບໍ່ສາມາດ ເຮັດການປູກຝັງໄດ້ ເພາະເປັນເຂດພູດອຍເດ່.”
ກ່ຽວກັບເຣື້ອງນີ້ ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ໄປຍັງ ຫ້ອງການພະລັງງານ ແລະ ບໍ່ແຮ່ ແຂວງຊຽຂວາງ ເພື່ອຂໍຊາບ ຣາຍຣະອຽດ ກ່ຽວກັບ ການຊົດເຊີຍ ແລະ ແນວທາງ ແກ້ໄຂບັນຫາ ບ່ອນທໍາມາຫາກິນ ຂອງປະຊາຊົນ ແຕ່ ເຈົ້າໜ້າທີ່ກ່ຽວຂ້ອງ ປະຕິເສດ ທີ່ຈະໃຫ້ຣາຍລະອຽດ ພຽງແຕ່ບອກວ່າ ກໍາລັງ ຢູ່ໃນຂັ້ນຕອນ ດໍາເນີນການແກ້ໄຂ ບັນຫາດັ່ງກ່າວ.
ເຖິງຢ່າງໃດກໍຕາມ, ໂຄງການເຂື່ອນໄຟຟ້າ ນໍ້າງື່ມ 4 ຖືກສ້າງຂຶ້ນ ຢູ່ເມືອງພູກູດ ແຂວງຊຽງຂວາງ ແລະ ເປັນນຶ່ງ ໃນ 5 ໂຄງການພັທນາ ເຂື່ອນໄຟຟ້າ ຕາມສາຍນໍ້າງື່ມ ຂອງຣັຖບານລາວ ໂດຍອະນຸຍາດ ໃຫ້ບໍຣິສັດຈີນ ເປັນຜູ້ລົງທຶນ ແລະ ຮັບເໝົາກໍ່ສ້າງ, ເມື່ອສ້າງສໍາເຣັດ ຈະສາມາດ ຜລິດກະແສໄຟຟ້າໄດ້ 240 ເມກາວັດ ຊື່ງຈະໃຊ້ເວລາ ໃນການກໍ່ສ້າງ 5 ປີ ນັບແຕ່ປີ 2018 ໄປເຖິງປີ 2022.