ຣົດໄຟ ລາວ-ຈີນ ຈະຊົດເຊີຍ ຊາວໂພນໂຮງ
2018.10.01
ປະຊາຊົນ 6 ບ້ານ ຂອງເມືອງໂພນໂຮງ, ແຂວງວຽງຈັນ ທີ່ໄດ້ຮັບຜົລກະທົບ ຈາກໂຄງການສ້າງທາງຣົດໄຟຄວາມໄວສູງ ລາວ-ຈີນ ຣະຫວ່າງ ນະຄອນຫຼວງວຽງຈັນ ແລະ ເມືອງໂພນໂຮງ ແຂວງວຽງຈັນ ຈະໄດ້ຮັບເງິນຄ່າຊົດເຊີຍ ຈາກທາງໂຄງການ ພາຍໃນ ເດືອນຕຸລາທີ່ຈະມາເຖິງນີ້. ເປັນປະຊາຊົນ ໃນເມືອງນີ້ ຊຸດທຳອິດ ທີ່ຈະໄດ້ຮັບຄ່າຊົດເຊີຍນັ້ນ.
ປັດຈຸບັນ ຄນະໄກ່ເກັ່ຽ ເຣື່ອງຄ່າຊົດເຊີຍສິ່ງກີດຂວາງ ໂຄງການດ່ັງກ່າວ ກໍາລັງຮິບໂຮມຂໍ້ມູນ ເພື່ອນຳສເນີ ຂໍງົບປະມານມາຈ່າຍ. ດັ່ງເຈົ້າໜ້າທີ່ ເມືອງໂພນໂຮງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 26 ກັນຍານີ້ວ່າ:
“ບູຣິມະສິດທີ 1 ນີ້ ພວກເຮົາ ກຳນົດໄປຫັ້ນ ມັນມີຢູ່ 6 ບ້ານ ພວກເຮົາໄດ້ຢັ້ງຢືນ ຄວາມເປັນເອກະພາບ ກັບພໍ່ແມ່ປະຊາຊົນ ຕື່ມອີກບາດນຶ່ງ ແລ້ວບໍຣິສັດ ທາງຣົດໄຟ ລາວ-ຈີນ ໄດ້ສັງລວມຂໍ້ມູນ ເພື່ອສເນີຂໍງົບປະມານ ມາຈ່າຍໃຫ້ເຂົາເຈົ້າ ພາຍໃນ ເດືອນສິບນີ້ແຫລະ ເພີ່ນຈະຈ່າຍ ເປັນງວດທີ 1 ງວດທີ 1 ນີ້ຈະຈ່າຍຢູ່ ສອງຄັ້ງ.”
ທ່ານກ່າວວ່າ ປະຊາຊົນ ທີ່ຈະໄດ້ຮັບຄ່າຊົດເຊີຍ ງວດທີ 1 ໃນເດືອນໜ້ານີ້ ມີ 4 ບ້ານ ຄື: ບ້ານໂພນສົມບູນ, ບ້ານໜອງຂອນ, ບ້ານໃໝ່ ແລະ ບ້ານສີວິໄລ ແລະ ງວດທີ 2 ມີ 2 ບ້ານ ຄື: ບ້ານໜອງປົ່ງ ແລະ ບ້ານໂພນຄ້ອງ. ແຕ່ຍັງບໍ່ຮູ້ວ່າ ທັງໝົດ ມີຈັກຄອບຄົວ.
ທ່ານກ່າວຕື່ມວ່າ ຄ່າຊົດເຊີຍ ຄວາມເສັຍຫາຍ ທີ່ປະຊາຊົນ ຢູ່ເມືອງໂພນໂຮງ ຈະໄດ້ຮັບ ອັນທີ 1 ແມ່ນຄ່າເຮືອນ ແລະ ສິ່ງປຸກສ້າງ, ອັນທີ 2 ແມ່ນຄ່າດິນນາ ແລະ ອັນທີ 3 ແມ່ນສວນ ແລະ ຕົ້ນໄມ້, ຊຶ່ງປະຊາຊົນ ຈະໄດ້ຮັບຜົລກະທົບ ທັງໝົດ 300 ປາຍຄອບຄົວ.
ປັດຈຸບັນ ການສ້າງທາງຣົດໄຟຄວາມໄວສູງ ລາວ-ຈີນ ຣະຫວ່າງ ນະຄອນຫຼວງວຽງຈັນ ແລະ ເມືອງໂພນໂຮງ ແຂວງວຽງຈັນ ມີຄວາມຄືບໜ້າ 60%. ແຕ່ໃນໄລຍະຣະດູຝົນນີ້ ໄດ້ຢຸດການສ້າງຊົ່ວຄາວ.
ສຳລັບ ປະຊາຊົນ 16 ຄອບຄົວ ຢູ່ບ້ານຫີນເຫີບໃຕ້ ເມືອງຫີນເຫີບ ທີ່ໄດ້ຮັບ ຜົລກະທົບ ຈາກໂຄງການ ສ້າງທາງຣົດໄຟ ລາວ-ຈີນ ນັ້ນ, ຫາກໍໄດ້ຮັບຄ່າຊົດເຊີຍ ຜ່ານການໂອນເງິນ ເຂົ້າບັນຊີທະນາຄານ ຈຳນວນທັງໝົດ 7.7 ຕື້ປາຍກີບ.