30 ຄອບຄົວ ຍັງບໍ່ໄດ້ຄ່າຊົດເຊີຍ ຈາ​ກ​ເຂື່ອນ​ນ້ຳ​ງື່ມ 4

ມະນີຈັນ
2018.10.05
f-namnguem4 ວັນທີ 25 ມົກຣາ 2018 ທາງການລາວ ມີພິທີວາງສີລາລຶກ ໂຄງການສ້າງເຂື່ອນນໍ້າງື່ມ 4 ທີ່ ເມືອງພູກູດ ແຂວງຊຽງຂວາງ
Screen captured : https://mem.gov.la/

ປະຊາຊົນຈໍານວນ 30 ຄອບຄົວໃນ 3 ບ້ານ ຢູ່ເມືອງພູກູດ ແຂວງຊຽງຂວາງ ທີ່ຈະໄດ້ຮັບຜົລກະທົບ ຈາກໂຄງການສ້າງເຂື່ອນ ໄຟຟ້າ ນໍ້າງື່ມ 4 ຍັງລໍຖ້າ ການຊົດເຊີຍ ຈາກທາງໂຄງການນັ້ນຢູ່ ແລະ ຈະບໍ່ຍອມຍ້າຍເຮືອນ ຫລື ເສັຽທີ່ດິນ ທໍາການຜລິດ ໃຫ້ແກ່ໂຄງການ ຖ້າຫາກບໍ່ໄດ້ຮັບ ຄ່າຊົດເຊີຍ ຢ່າງສົມເຫດສົມຜົລ, ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຫ້ອງການປົກຄອງເມືອງພູກູດ ຕໍ່ ວິ​ທ​ຍຸ ເອ​ເຊັຽ ເສ​ຣີ ໃນມື້ວັນທີ 5 ຕຸລານີ້:

"ທາງໄຟຟ້າ ເພິ່ນຍັງບໍ່ທັນ ໄດ້ມາຈ່າຍເງິນ ໃຫ້ຫັ້ນນະ ຖືວ່າ ການຊົດເຊີຍຂະເຈົ້າ ຖ້າວ່າ ໄດ້ເງິນຊົດເຊີຍ ຈ່າຍຮອດ ມືຂະເຈົ້າແລ້ວ ຂະເຈົ້າ ສິໂຍກຍ້າຍເຮືອນນັ້ນ ອອກຫັ້ນນະ ບໍ່ມີເງິນຊົດເຊີຍ ເຮືອນຫັ້ນຂະເຈົ້າ ບໍ່ມີເງິນ ທີ່ຈະມາປຸກ ເຮືອນໃໝ່ຫັ້ນນະ."

ແລະວ່າ ປັດຈຸບັນ ເຈົ້າໜ້າທີ່ ພາກສ່ວນກ່ຽວຂ້ອງ ຂອງເມືອງພູກູດ ໄດ້ໄປພົບພໍ້ ກັບປະຊາຊົນ ເພື່ອອະທິບາຍ ກ່ຽວກັບ ການຊົດເຊີຍ ທີ່ພວກຂະເຈົ້າຈະໄດ້ຮັບ ແຕ່ກໍມີ ຈໍານວນນຶ່ງ ຍັງກັງວົນຢູ່ ຢ້ານວ່າ ຈະໄດ້ຄ່າຊົດເຊີຍໜ້ອຍ ບໍ່ພໍ ທີ່ຈະໄປສ້າງຊີວິດ ຢູ່ບ່ອນໃໝ່ໄດ້.

ທ່ານເວົ້າວ່າ ທາງບໍຣິສັດ ຜູ້ຮັບຜິດຊອບ ໂຄງການສ້າງເຂື່ອນດັ່ງກ່າວ ໄດ້ເອົາຂໍ້ມູນ ຜົລກະ ທົບ ໃຫ້ຂະເຈົ້າຄິດໄລ່ແລ້ວ ແລະ ທັງຮັບປາກ ກັບທາງເມືອງວ່າ ຈະພະຍາຍາມ ໃຫ້ຄ່າຊົດເຊີຍ ພາຍໃນປີ 2018 ນີ້ ເພື່ອໃຫ້ປະຊາຊົນ ໄດ້ຍ້າຍອອກ ເພື່ອທາງໂຄງການ ຈະໄດ້ບຸກເບີກ ເນື້ອທີ່ສ້າງເຂື່ອນ ຕໍ່ໄປ.

ເຖິງຢ່າງໃດກໍຕາມ, ປະຊາຊົນທີ່ບໍ່ປະສົງ ອອກຊື່ ແລະ ສຽງທ່ານນຶ່ງ ເວົ້າວ່າ ຊາວບ້ານທີ່ໄດ້ຮັບຜົລກະທົບ ຈາກໂຄງການນີ້ ອາດໄດ້ຄ່າຊົດເຊີຍ ບໍ່ຫຼາຍ ຍ້ອນເປັນໂຄງການ ຂອງຣັຖບານ ຊຶ່ງມີງົບປະມານຈໍາກັດ ໃນການໃຫ້ ຄ່າຊົດເຊີຍ ບໍ່ຄື ໂຄງການ ຂອງຕ່າງປະເທດ ທີ່ໃຫ້ ຄ່າຊົດເຊີຍ ອ່າວຫລາຍແດ່.

ໂຄງການເຂື່ອນໄຟຟ້າ ນໍ້າງື່ມ 4 ໄດ້ເຣີ່ມກໍ່ສ້າງ ມາແຕ່ທ້າຍປີ 2017 ໂດຍມີຣັຖວິສາຫະກິຈໄຟຟ້າລາວ ເປັນຜູ້ລົງທຶນ ມູນຄ່າ 706 ລ້ານໂດລາສະຫະຣັຖ ແລະ ບໍຣິສັດກົລຈັກໜັກແຫ່ງຊາດ ຂອງຈີນ ເປັນຜູ້ຮັບເໝົາກໍ່ສ້າງ, ແລະຄາດວ່າ ຈະໃຊ້ເວລາການກໍ່ສ້າງສໍາເຣັດ ພາຍ​ໃນ 66 ເດືອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.