ຊາວລາວຮຽກຮ້ອງດຳເນີນ ຄະດີ ລາວຄຳ

ສຸພັດຕາ
2018.02.27
F-Laokham ບໍຣິສັດ ລາວຄໍາ ທີ່ປຶກສາທາງດ້ານການລົງທຶນ ສາຂາສວັນນະເຂດ ສປປ ລາວ
Public Domain

ຊາວລາວຜູ້ເສັຽຫາຍ ຈາກການສໍ້ໂກງຂອງບໍຣິສັດລາວຄຳ ທີ່ປຶກສາດ້ານການລົງທຶນ ຢາກໃຫ້ເຈົ້າໜ້າທີ່ ເລັ່ງດຳເນີນຄະດີ ຕໍ່ບໍຣິສັດໂດຍໄວ, ດັ່ງຊາວລາວຜູ້ນຶ່ງ ທີ່ຂໍສງວນຊື່ແລະສຽງ ກ່າວຕໍ່ຜູ້ສື່ຂ່າວເອເຊັຽເສຣີ ເມື່ອວັນທີ 26 ກຸມພາ ນີ້ວ່າ:

“ຢາກໃຫ້ເຈົ້າໜ້າທີ່ ເລັ່ງມືໃນການສະສາງຄດີສໍ້ໂກງນີ້ ແລະສົ່ງເງິນ ແລະຊັພສິນຄືນຜູ້ທີ່ໄດ້ຮັບຄວາມເສັຽຫາຍໂດຍໄວ ເພາະຄດີນີ້ ແມ່ນບໍ່ ຊັພຊ້ອນຫຼາຍ ແລະຊັພສິນສ່ວນໃຫຍ່ ກໍຢູ່ພາຍໃນປະເທສ, ສາມາດກວດສອບໄດ້ງ່າຍ. ບໍ່ຢາກໃຫ້ເປັນຄືກັນກັບ ຫຼາຍຄະດີຜ່ານມາ ເຊັ່ນວ່າ ຄະດີບໍຣິສັດລາວແມັກກີ້, ບໍຣິສັດເອຊ່ຽນເຟສ ແລະ ບໍຣິສັດ PS ທີ່ຜ່ານມາຫຼາຍປີແລ້ວ ຜູ້ທີ່ໄດ້ຮັບຄວາມເສັຽຫາຍ ຍັງບໍ່ໄດ້ຮັບເງິນ ຄືນເທື່ອ."

ຕໍ່ບັນຫານີ້, ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ສອບຖາມເຈົ້າໜ້າທີ່ກ່ຽວຂ້ອງ ໃນມື້ດຽວກັນ, ໂດຍເຈົ້າໜ້າທີ່ ຊີ້ແຈງວ່າ ພາກສ່ວນຮັບຜິດຊອບ ຄະດີນີ້ ກໍາລັງຮິບໂຮມຂໍ້ມູນ ແລະ ສືບສວນຄະດີນີ້ຢູ່:

“ພວກເຮົາກະກຳລັງດຳເນີນການສືບສວນສອບສວນ ຫັ້ນແຫຼະ ເພາະວ່າມັນກ່ຽວກັບ ເຣື້ອງບັນຊົມບັນຊີ ອີ່ຫຍັງຕ່າງໆ. ແນ່ນອນແຫຼະ ໂຕນັ້ນມັນຕ້ອງໄດ້ເບິ່ງ ຄືນຫັ້ນແຫຼະ ໄດ້ກວດສອບຣະອຽດ ກັບທະນາຄານ ບ່ອນຕ່າງໆ. ທະນາຄານຢູ່ປະເທສລາວ ໝົດທຸກທະນາຄານ, ຫັ້ນແຫຼະ. ເວົ້າເຣື້ອງການເຄື່ອນໄຫວ ເຈົ້າໄດ້ເງິນມາແນວໃດ ໄປແນວໃດ."

ທ່ານກ່າວຕື່ມວ່າ ຖ້າຈະໃຫ້ຣະບຸໄລຍະເວລາ ໃນການສະສາງຄະດີ ໃຫ້ຄັກແນ່ນັ້ນ ແມ່ນຍັງບໍ່ສາມາດເວົ້າໄດ້, ແຕ່ຖ້າຫາກຮິບໂຮມຂໍ້ມູນ ແລະຊັພສິນຕ່າງໆ ທີ່ຕົກເຮັ່ຽເສັຽຫາຍ ນັ້ນໄດ້ໄວ ກໍຈະສາມາດ ສົ່ງໃຫ້ພາກສ່ວນກ່ຽວຂ້ອງ ດຳເນີນການ ໂດຍໄວໄດ້.

“ໂຕນີ້ຊິເວົ້າເຣື້ອງເດືອນ ເຮົາບໍ່ສາມາດຊິອັນນັ້ນ, ແຕ່ວ່າຕາມກົດໝາຍມັນແທ້ໆ ມັນປະມານໝ້ອງມັນສາມາດຕໍ່ອອກໄດ້ ປະມານ 6 ເດືອນ ສາມາດຕໍ່ໄດ້ເທື່ອລະ 2 ເດືອນ. ຄັນມັນແຈ້ງແລ້ວ ເຮົາກະສາມາດສລຸບສົ່ງໄວຂຶ້ນ, ຫັ້ນນ່າ. ໂຕນັ້ນຖືວ່າຊັພສິນ ເຮົາກະໄດ້ອາຍັດດິນ ອາຍັດຫຍັງໄວ້."

ປະຈຸບັນ, ມີຜູ້ເສັຽຫາຍຈາກຄະດີການສໍ້ໂກງ ຂອງບໍຣິສັດລາວຄຳ ທີ່ປຶກສາດ້ານການລົງທຶນ ໄດ້ເຂົ້າມາແຈ້ງ ແລະເຮັດບົດບັນທຶກ ກັບເຈົ້າໜ້າທີ່ ກ່ຽວຂ້ອງແລ້ວ ປະມານ 60 ປາຍຄົນ, ແຕ່ຍັງບໍ່ສາມາດ ຄາດກະໃນເບື້ອງຕົ້ນໄດ້ເທື່ອ ວ່າມີມູນຄ່າ ການເສັຽຫາຍ ໜ້ອຍຫຼາຍປານໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.