ຊາວລາວສເນີໃຫ້ຫຼຸດ ຄ່ານໍ້າ ຄ່າໄຟ

ມະນີຈັນ
2020.03.27
F-Covid-market ການຄ້າຂາຍ ໄລຍະໂຄວິດ19-ທີ່ທຸກຄົນຕ້ອງໃສ່ ຜ້າອັດປາກອັດດັງ ທີ່ຕລາດແຫ່ງນຶ່ງ ທີ່ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ. ຖ່າຍເມື່ອ: ວັນທີ 25 ເດືອນ ມີນາ 2020
RFA/TS

ພໍ່ຄ້າແມ່ຄ້າຂາຍເຄື່ອງ ເປັນຕົ້ນ ຂາຍເກີບ ເສື້ອໄໝສິ້ນໄໝ ຢູ່ຕລາດເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ສເນີໃຫ້ພາກສ່ວນກ່ຽວຂ້ອງຫລຸດຄ່າ ນໍ້າປະປາ ຄ່າໄຟຟ້າລົງ ເດືອນລະເຄິ່ງນຶ່ງ ໃນໄລຍະຣາຍໄດ້ຫລຸດລົງ ຫລາຍ ຍ້ອນພຍາດໂຄວິດ-19 ຊຶ່ງທຸກມື້ນີ້ ຂາຍເຄື່ອງໄດ້ພຽງມື້ລະ 5-6 ແສນກີບ ຄືຫລຸດຈາກທີ່ເຄີຍໄດ້ມື້ລະ 3-4 ລ້ານກີບ ແຕ່ກ່ອນ, ດັ່ງຊາວຄ້າຂາຍນາງນຶ່ງ ກ່າວຕໍ່ RFA ໃນມື້ວັນທີ 27 ມີນາ ນີ້ວ່າ:

“ຄ່າໄຟນີ໊ ປົກກະຕິມັນກໍປະມານ ແສນປາຍເນາະ. ນໍ້າປະປາຂ້ອຍນີ໊ ແສນຫ້າຫລືແສນຫົກ ກໍມີເນາະ ຢ່າງຂີ້ຮ້າຍ ຫລຸດ 60 70 ກໍໄດ້ ແລ້ວຄອບຄົວຂ້ອຍ ຄອບຄົວນ້ອຍ ແລ້ວຊ່ວງນີ້ ບໍ່ໄດ້ຂາຍເຄື່ອງຫຍັງເລີຍ ເພາະວ່າພະຍາດໂຄວິດ-19 ນີ້ແຫລະ.”

ໃໝ່ລາວ ເພື່ອຄວາມຄຸມການແຜ່ຣະບາດ ຂອງໂຄວິດ-19 ເປັນຕົ້ນ ການເລືອກນາງສັງຂານ, ການຫົດນໍ້າຕາມຖນົນຫົນທາງ ເຮັດໃຫ້ສິ້ນ ເສື້ອ ທີ່ສັ່ງມາຂາຍໃຫ້ລູກຄ້າຍາມປີໃໝ່ລາວປີນີ້ ກໍຂາຍບໍ່ໄດ້.

ຢ່າງໃດກໍຕາມ ພໍ່ຄ້າແມ່ຄ້າຢູ່ຕລາດ ເມືອງຫ້ວຍຊາຍ ກໍຍັງພາກັນອອກມາຂາຍເຄື່ອງຕາມປົກກະຕິ ເນື່ອງຈາກແຕ່ລະມື້ ມີພາຣະໃຊ້ຈ່າຍ ຫລາຍພາຍໃນຄອບຄົວ ຮວມທັງຄ່ານໍ້າ ຄ່າໄຟ ຄ່າຢູ່ຄ່າກິນ ເຖິງແມ່ນວ່າ ອອກມາແລ້ວ ຈະຂາຍເຄື່ອງໄດ້ໜ້ອຍກໍຕາມ.

ແລະພໍ່ຄ້າຂາຍປານິນ ຢູ່ຕລາດແຂວງ ຈໍາປາສັກ ກໍເວົ້າຄືກັນວ່າ ຫາກເປັນໄປໄດ້ ຢາກສເນີໃຫ້ພາກສ່ວນກ່ຽວຂ້ອງ ຫລຸດຄ່ານໍ້າປະປາ ຄ່າໄຟຟ້າລົງເຄິ່ງນຶ່ງ ເພື່ອຊ່ອຍປະຊາຊົນ ໃນລະຍະທີ່ຣາຍໄດ້ຫລຸດລົງ ຕົນເອງກໍຂາຍປາບໍ່ໄດ້ດີ ຍ້ອນທາງການສັ່ງໂຈະ ກິຈກັມຊຸມແຊວ ໃນໄລຍະບຸນປີໃໝ່ລາວ ເຮັດໃຫ້ບໍ່ມີງານສລອງຕ່າງໆ, ລູກຄ້າກໍບໍ່ມາຊື້ປາຄືແຕ່ກ່ອນ:

“ຖ້າຫລຸດໄດ້ກໍດີແທ້ ຣາຍໄດ້ຫລຸດຫລາຍ ຍ້ອນສະຖານະການໂຄວິດ ຫັ້ນແຫລະ ເພິ່ນກະບຸນກິນອິຫຍັງຕ່າງໆ ເພິ່ນກໍບໍ່ໃຫ້ຈັດຫັ້ນນະ ບາດນີ້ຄົນກິນອິຫຍັງ ກໍຫລຸດລົງແຫລະໄລຍະນີ້ ຂາຍບໍ່ໄດ້ແລ້ວ."

ເຈົ້າໜ້າທີ່ຣັດວິສາຫະກິດ ນໍ້າປະປານະຄອນຫຼວງວຽງຈັນ ກ່າວວ່າປັດຈຸບັນຍັງບໍ່ມີແຜນທີ່ຈະຫຼຸດ ຄ່ານໍ້າປະປາໃຫ້ປະຊາຊົນ ໃນລະຍະ ໂຄວິດ-19 ຣະບາດນີ້ ຍ້ອນຍັງບໍ່ມີການປ່ຽນແປງ ຣະບຽບການ ເກັບຄ່ານັ້ນເທື່ອ. ຫາກຣັຖບານມີແຈ້ງການໃຫ້ຫລຸດ ກໍຈະປະຕິຕາມ:

“ບໍ່ສາມາດເຮັດດ້ວຍລໍາພັງ ໂຕເອງດ້ວຍບໍຣິສັດໂຕເອງ ທຸກຢ່າງຕ້ອງຂໍຄວາມເຫັນຈາກເພິ່ນ. ເພິ່ນອະນຸມັດເຮົາກໍປະຕິບັດ ເພິ່ນບໍ່ອະນຸມັດ ເຮົາກໍບໍ່ປະຕິບັດ.”

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ກະຊວງພະລັງງານ ແລະບໍ່ແຮ່ ທ່ານນຶ່ງ ກ່າວວ່າພາກສ່ວນກ່ຽວຂ້ອງຮັບຊາບເຖິງບັນຫາ ເສຖກິດທີ່ປະຊາຊົນ ປະເຊີນແລ້ວ, ເບື້ອງຕົ້ນ ພາກ ສ່ວນກ່ຽວຂ້ອງ ຢູ່ໃນຂັ້ນຕອນ ການຄົ້ນຄວ້າພິຈາຣະນາຣາຍລະອຽດ ເພື່ອຫລຸດຜ່ອນຄ່າ ໃຊ້ຈ່າຍໃຫ້ ປະຊາຊົນ ເປັນຕົ້ນຄ່ານໍ້າປະປາ ຄ່າໄຟຟ້າ ຄ່າໂທຣະສັບ. ຫາກໄດ້ຂໍ້ສລຸບອອກມາແນວໃດ ທາງການຈະມີແຈ້ງການ ອອກໃຫ້ປະຊາຊົນ ຮັບຮູ້ທົ່ວເຖິງກັນ, ທ່ານກ່າວ:

“ຖ້າເປັນໄປໄດ້ ເພິ່ນກໍສິມີແຈ້ງການ ຢ່າງເປັນທາງການອອກມາ ດຽວນີ້ເປັນຂໍ້ມູນເບື້ອງຕົ້ນຊື່ໆ ຣາຍຣະອຽດຢູ່ຣະຫວ່າງ ການພິຈາຣະນາ ການຫລຸດຜ່ອນ ຫລືວ່າການຍົກເວັ້ນຄ່າໄຟຟ້າ ຄ່ານໍ້າປະປາ ຄ່າໂທຣະສັບຕ່າງໆນັ້ນແຫລະ.”

ນອກຈາກສເນີໃຫ້ຫລຸດຄ່ານໍ້າປະປາຄ່າໄຟຟ້າລົງ ຍ້ອນຣາຍໄດ້ຫລຸດລົງແລ້ວ ປະຊາຊົນລາວ ຍັງຮຽກຮ້ອງໃຫ້ທາງການ ຊ່ອຍແກ້ໄຂບັນຫາ ຣາຄາຜ້າອະນາມັຍ ອັດດັງອັດປາກ ແພງ ແລະຄົນງານລາວ ຈໍານວນນຶ່ງ ກັບຈາກປະເທດໄທ ບໍ່ຢາກປະຕິບັດຕາມຣະບຽບ ທີ່ ທາງການ ກໍານົດອອກນັ້ນນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.