ເຈົ້າໜ້າທີ່ຂົນໄມ້ເຖື່ອນ ຖືກຈັບ

ຈໍາປາທອງ
2017.12.21
F-logs ໄມ້ຂະຍຸງ ທີ່ ເຈົ້າໜ້າທີ່ກວດກາປ່າໄມ້ ແຂວງອັດຕະປື ຍຶດໄວ້ຈໍານວນ 11 ທ່ອນ
ພາບຈາກ ຂ່າວອອນລາຍ ເຟສບຸກ

ເຈົ້າຫນ້າທີ່ຫນ່ວຍສະເພາະກິດ ຍຶດໄມ້ຂະຍູງ ທີ່ມີຄວາມຍາວ ປະມານ 7 ແມັດ 11 ທ່ອນ ທີ່ກວດພົບຢູ່ໃນຣົດຕູ້ ຂອງເຈົ້າຫນ້າທີ່ຕຳຣວດ ຄົນນຶ່ງ ຢູ່ແຂວງອັດຕະປື ທີ່ຈະຂົນຜ່ານດ່ານຊາຍແດນ ໄປວຽດນາມ. ຜູ້ຕ້ອງຫາຖືກ ກ່າວຫາວ່າ ພຍາຍາມຂົນໄມ້ ທ່ອນ ທີ່ຜິດກົດຫມາຍ ອອກນອກປະເທດ. ຕາມຂໍ້ມູນຈາກທາງການ ແຂວງອັດຕະປື, ໄມ້ຂະຍຸງຈຳນວນ ດັ່ງກ່າວ ຖືກເຈົ້າໜ້າທີ່ກວດພົບ ຢູ່ປ້ອມຍາມ ຕາມຖນົນ ໃນເຂດເມືອງໄຊສະຖານ ເມື່ອອາທິດທີ່ຜ່ານມາ. ໄມ້ມີມູນຄ່າຫຼາຍກວ່າ 166 ລ້ານກີບ ຫຼືປະມານ 20 ພັນໂດລາ ສະຫະຣັຖ. ເຈົ້າຫນ້າທີ່ ປ່າໄມ້ ແຂວງອັດຕະປື ເວົ້າວ່າ ການຄ້າໄມ້ ຜິດກົດໝາຍ ຍັງມີຫລາຍຢູ່ລາວ:

"ມັນຍັງມີຫລາຍເຂດໃນຫລາຍພື້ນທີ່ຢູ່ໃນລາວ ໃນແຂວງທີ່ເຄີຍສົ່ງໄມ້ອອກ ໃນມື້ກ່ອນ ຍັງລໍຖ້າຈັ່ງຫວະ ແບບນີ້ຢູ່ ຍ້ອນວ່າ ເຈົ້າຫນ້າທີ່ ຜູ້ທີ່ເຄີຍມີລາຍໄດ້ ຈາກພຶດຕິກັມ ດັ່ງກ່າວ ຈະບໍ່ເອົາຫົວຊາ ໃນຄຳສັ່ງຂອງທາງການ ຍ້ອນວ່າເຂົາເຄີຍໄດ້ກິນ ກັບອັນນີ້ ມາກ່ອນແລ້ວ ມື້ນຶ່ງເຂົາຂາດຣາຍໄດ້ ທີ່ເຄີຍໄດ້ ມັນເປັນການຕັດຕີນຕັດມືຂະເຈົ້າ."

ປັດຈຸບັນ ເຈົ້າໜ້າທີ່ແຂວງອັດຕະປື ກຳລັງສືບສວນສອບສວນ ກໍຣະນີໄມ້ຂະຍູງ 11 ທ່ອນ ນັ້ນຢູ່. ເມື່ອສືບສວນແລ້ວ ເຈົ້າຫນ້າທີ່ຈະສົ່ງ ຂໍ້ມູນ ໄປໃຫ້ກອງບັນຊາການຕຳຣວດ ແຂວງອັດຕະປື ເພື່ອດຳເນີນຄະດີ ຕາມກົດຫມາຍ. ຫນັງສືພີມ ຂອງທາງການ ລາວ ລາຍງານວ່າ ເຈົ້າຫນ້າທີ່ຕຳຣວດ ທີ່ຖືກກ່າວຫານັ້ນ ເປັນອະດີດ ຮອງຫົວຫນ້າດ່ານ ກວດຄົນເຂົ້າ-ອອກຢູ່ດ່ານພູເກືອ ແຂວງອັດຕະປື ຊຶ່ງເປັນດ່ານໄປ ວຽດນາມ.

ການຍຶດໄມ້ເຖື່ອນໄດ້ຄັ້ງນີ້ ເຮັດໃຫ້ເກີດມີຄວາມສົງສັຍເພີ້ມຂຶ້ນ ໃນການປະພຶດ ຂອງເຈົ້າຫນ້າທີ່ ແຂວງອັດຕະປື ໃນການຄ້າໄມ້ທ່ອນ ຊຶ່ງ ເມື່ອອາທິດກ່ອນ ເຈົ້າຫນ້າທີ່ປ່າໄມ້ ກໍຍຶດໄມ້ທ່ອນ ໄດ້ຈຳນວນ180 ແມັດກ້ອນ ຢູ່ໃກ້ຊາຍແດນລາວ-ວຽດນາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.