ໂຮງຮຽນບ້ານກົກງິ້ວ ຕ້ອງການ ຄວາມຊ່ອຍເຫຼືອ

ສຸພັດຕາ
2019.04.03
F-Phongsaly ໝູ່ບ້ານຊົນເຜົ່າ ຢູ່ ແຂວງຜົ້ງສາລີ
RFA

ໂຮງຮຽນບ້ານກົກງິ້ວ, ເມືອງຂວາ, ແຂວງຜົ້ງສາລີ ຊຶ່ງເປັນເຂດບ້ານຊົນເຜົ່າ, ຕ້ອງການ ຄວາມຊ່ອຍເຫຼືອຫຼາຍດ້ານ ເປັນຕົ້ນ: ເກີບ, ເຄື່ອງນຸ່ງນັກຮຽນ, ເຈັ້ຍສໍ ແລະ ປື້ມ ເພື່ອໃຫ້ ເດັກນນ້ອຍ ໄດ້ຮຽນໜັງສື, ຍ້ອນເຂດດັ່ງກ່າວ ຍັງເປັນເຂດພູດອຍ ຫ່າງໄກ ສອກຫລີກ, ຈິ່ງເຮັດໃຫ້ການຊ່ອຍເຫຼືອ ຈາກທາງການຫຼ້າຊ້າ ແລະ ບໍ່ຮອດຈັກເທື່ອ, ດັ່ງເຈົ້າໜ້າທີ່ທ້ອງຖິ່ນ ບ້ານກົກງິ້ວ ກ່າວໃນວັນທີ່ 1 ເມສາ ນີ້ວ່າ:

”ນັກຮຽນກໍທຸກຍາກ ພໍ່ແມ່ບາງຄົນ ກໍບໍ່ມີພຽງພໍ ເຂົາກໍຮຽນຕາມພາສາເຂົາ ເຂົາກໍບໍ່ໄດ້ນຸ່ງເຄື່ອງນັກຮຽນ, ຄືວ່າ ໂຮງຮຽນກໍທຸກຍາກແດ່ ມັນບໍ່ຄືໂຮງຮຽນບ່ອນອື່ນ ມັນຢູ່ເຂດຫ່າງໄກສອກຫລີກ ຢູ່ບ້ານນອກ ຄັນວ່າໄລ່ເມືອງຂວາແທ້ ກໍປະມານ 30 ປາຍຫລັກ ບ້ານນອກ.”

ບ້ານກົກງິ້ວ ເປັນບ້ານຊົນເຜົ່າຂະມຸ ມີປະຊາຊົນ 70 ປາຍຫລັງຄາເຮືອນ ມີເດັກນນ້ອຍໃນວັຍຮຽນ ປະມານ 49 ຄົນ ແລະ ມີສະພາບ ຄວາມເປັນຢູ່ ທຸກຍາກຫຼາຍ, ອາຊີບພໍ່ແມ່ ແມ່ນເຮັດໄຮ່ເຮັດສວນ ແລະ ຫາຂອງປ່າຂາຍ ຊຶ່ງກໍພໍແຕ່ຊື້ເຂົ້າກິນ ໃນຄອບຄົວ ບໍ່ພຽງພໍ ຈະຊື້ອຸປກອນການຮຽນ ໃຫ້ລູກຫຼານ ອາໃສການຊ່ວຍເຫຼືອ ຈາກທາງການ ແຕ່ກໍບໍ່ມາເຖິງຈັກເທື່ອ, ຍ້ອນຢູ່ເຂດພູດອຍ ຫ່າງໄກຈາກ ຕົວເມືອງ. ເຈົ້າໜ້າທີ່ ທ່ານນີ້ ບອກຕື່ມວ່າ ປັດຈຸບັນເຂົາເຈົ້າຢາກໃຫ້ມີໂຄງການ ດ້ານການສຶກສາ ຫຼື ມີຜູ້ໃຈບຸນມາ ບໍຣິຈາກເຄື່ອງໃຫ້ ເດັກນ້ອຍ ເພື່ອເຂົາເຈົ້າໄດ້ມີກໍາລັງໃຈຮຽນດີຂຶ້ນ:

“49 ຄົນເປັນຊົນເຜົ່າໝົດ ມັນຈໍາເປັນ ມັນບໍ່ມີຜູ້ໃດ ຄັນວ່າ ເຄື່ອງແທ້ ກໍຈໍານວນນຶ່ງ ແລ້ວກໍອຸປກອນການຮຽນ ກໍຈໍານວນນຶ່ງ ແນວນັ້ນ ຫັ້ນນະ ກໍແລ້ວແຕ່ເຂົາຊິຊ່ວຍແນວໃດ ຄັນຊ່ວຍບິກ ຊ່ວຍປື້ມ ກໍດີຄືກັນ ຄັນວ່າ ຊ່ວຍເຄື່ອງນຸ່ງກໍດີ ຊົນເຜົ່າໝົດ."

ທ່ານກ່າວໃນຕອນທ້າຍວ່າ ບ້ານກົກງິ້ວ ມີໂຮງຮຽນປະຖົມແຫ່ງດຽວໃນບ້ານ ຫຼັງຈາກຮຽນຈົບຊັ້ນຈົບ ປ.5 ແລ້ວ ນັກຮຽນກໍຈະບໍ່ໄດ້ຮຽນຕໍ່ ຍ້ອນໂຮງຮຽນຊັ້ນມັທຍົມຢູ່ໄກ ຣະຍະທາງເຖິງ 30 ປາຍຫຼັກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.