ຂ.ຜົ້ງສາລີຕ້ອງການ ພັທນາ

ຈໍາປາທອງ
2017.05.04
F-Phongsaly ແຂວງ ຜົ້ງສາລີ
Wikipedia

ແຂວງຜົ້ງສາລີ ເປັນແຂວງນຶ່ງ ໃນຈໍານວນ 5 ແຂວງທຸກຍາກ ທີ່ສຸດ ຂອງລາວ ແລະບໍ່ທັນມີການ ພັທນາຫຍັງຫລາຍ, ຍັງມີຫຼາຍ ບັນຫາ ຮວມທັງ ການຂາດເຂີນ ງົບປະມານ, ນ້ຳສະອາດ, ໄຟຟ້າ ຖນົນຫົນທາງ ແລະໂຄງຮ່າງ ພື້ນຖານ ອື່ນໆ ຂນະທີ່ແຜນ ພັທນາ ເສຖກິດ- ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 8 2016-20 ຂອງລາວ ທີ່ໄດ້ຖືກ ຮັບຮອງເອົາ ຢູ່ໃນ ກອງປະຊຸມ ໃຫຍ່ຄັ້ງທີ 10 ຂອງພັກ ປະຊາຊົນ ປະຕິວັດລາວ ເມື່ອທ້າຍເດືອນ ມົກກະຣາ 2016 ກຳນົດເອົາໄວ້ ເຖິງການ ຮັບປະກັນ ການພັທນາ ສປປລາວ ໃຫ້ຫລຸດພົ້ນ ອອກຈາກ ຖານາ ປະເທສ ດ້ອຍພັທນາ ໃນປີ 2020, ເຮັດໃຫ້ເສຖກິດ ແຫ່ງຊາດ ຂຍາຍຕົວ ຢ່າງຕໍ່ເນຶ່ອງ, ໝັ້ນທ່ຽງ ແລະມີ ຄຸນນະພາບ.

ໃນແຜນພັທນານັ້ນເວົ້າເຖິງ ການພັທນາເຂດແຄວ້ນ ແລະທ້ອງຖິ່ນທີ່ວ່າ ໃຫ້ມີຄວາມສອດຄ່ອງ ແລະສົມດູນ ໂດຍອີງໃສ່ ທ່າແຮງ, ຂໍ້ໄດ້ ປຽບ ແລະ ຈຸດພິເສດ ຂອງແຕ່ລະພາກ, ແຕ່ລະທ້ອງຖິ່ນ ເພື່ອສ້າງສໍາພັນ ເສຖກິດ ຣະຫວ່າງ ບ້ານ, ເມືອງ, ແຂວງ ແລະພາກຕ່າງໆ ຢ່າງມີຈຸດສຸມ ແລະ ມີປະສິດທິຜົລ. ແຕ່ໃນພາກປະຕິບັດ ຕົວຈິງ ຫຼາຍຄົນເວົ້າວ່າ ການພັທນາຢູ່ ສປປລາວ ບໍ່ເປັນໄປ ຕາມແຜນ ທີ່ວ່ານັ້ນ ພໍເທົ່າໃດ. ມັນສະແດງອອກ ຢູ່ໃນຄໍາເຫັນ ຂອງ ສະມາຊິກ ສະພາ ແຫ່ງຊາດ ຈາກເຂດເລືອກ ຕັ້ງຕ່າງໆ ໃນທົ່ວປະເທສ ທັງຈາກ ແຂວງ ຜົ້ງສາລີ, ອຸດົມໄຊ, ຫົວພັນ, ຊຽງຂວາງ, ຄໍາມ່ວນ.

ເວົ້າສະເພາະ ແຂວງຜົ້ງສາລີ ຊຶ່ງເປັນແຂວງນຶ່ງ ທີ່ທຸກຍາກ ທີ່ສຸດ ແລະໄດ້ຮັບການ ພັທນາ ທັງບໍ່ຫລາຍ ແລະບໍ່ໄປບໍ່ມາ ພໍເທົ່າໃດ ດັ່ງທີ່ ດຣ.ຈັນສີ ແສງສົມພູ ກັມການພັກແຂວງ, ສະມາຊິກ ສະພາແຫ່ງຊາດ ກ່າວຕໍ່ ກອງປະຊຸມ ສະພາ ໃນນາມ ຕາງໜ້າ ສະມາຊິກ ສະພາ ແຫ່ງຊາດ ເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ກ່ຽວກັບ ໂຄງການພັທນາ ແລະ ງົບປະມານ ທີ່ທາງ ຣັຖບາລ ຈັດສັນໃຫ້ ຕໍ່າທີ່ສຸດ ນັ້ນວ່າ: ສວຽງ...

ເວົ້າເຖິງເຣຶ່ອງນໍ້າລິນ, ນໍ້າສະອາດ ນັບທັງຢູ່ໃນເທສບານ ແຂວງຜົງສາລີ ເອງ ໃນຣະດູຮ້ອນ ແມ່ນບໍ່ພຽງພໍ ເຮັດໃຫ້ ຣາຄານໍ້າ ແພງຂຶ້ນ ແບບຄືວ່າ ຈະບໍ່ມີຄືຢູ່ ໃນແຂວງອື່ນ ໃນທົ່ວປະເທສ ດັ່ງທີ່ທ່ານ ກ່າວວ່າ: ສຽງ...

ທາງດ້ານຄົມມະນາຄົມ, ຖນົນຫົນທາງ ຣະຫວ່າງຕົວເມືອງ ໄປຫາບ້ານ ການເດີນທາງ ມີຄວາມຫຍຸ້ງຍາກ ຫລາຍ, ບໍ່ສາມາດ ສັນຈອນ ໄປມາ ໄດ້ສະດວກ ບໍ່ເວົ້າສະວ່າ ສອງສາມຣະດູ, ຣະດູດຽວ ກໍທຽວໄປມາຍາກ, ເປັນບັນຫາທີ່ ປະຊາຊົນ ຈົ່ມວ່າ ແລະ ຂໍສເນີຫລາຍ ໂດຍສະເພາະ ໃນເຂດຊາຍແດນ ທີ່ຕິດກັບ ປະເທຈີນ. ກ່ຽວກັບເຣຶ່ອງນີ້ ດຣ.ຈັນສີ ກ່າວວ່າ: ສຽງ...

ບັນຫາອື່ນອີກ ຄືໂຄງການກໍ່ສ້າງ ຈໍານວນນຶ່ງ ທີ່ພວມຈັດຕັ້ງ ປະຕິບັດ ຢູ່ແຂວງ ຜົ້ງສາລີ ຊຶ່ງທ່ານຂໍຮ້ອງໃຫ້ ຂແນງການ ທີ່ກ່ຽວຂ້ອງ ຂອງຣັຖບາລ ເບິ່ງຄືນຕື່ມ ຍ້ອນວ່າ ຄຸນນະພາບ ຂອງການ ກໍ່ສ້າງເສັ້ນທາງ ນັ້ນບໍ່ຢາກສູງ ເຮັດໃຫ້ການ ເດີນທາງໄປມາ ຫຍຸ້ງຍາກທີ່ສຸດ ດັ່ງທີ່ທ່ານໄດ້ ຍົກຕົວຢ່າງ ການກໍ່ສ້າງ ເສັ້ນທາງ ປາກນໍ້ານ້ອຍ: ສຽງ...

ພ້ອມກັນນັ້ນ ທ່ານກໍເວົ້າວ່າ ໂຄງການເປີດກວ້າງ ຫລືວ່າໂຄງການຂຍາຍເສັ້ນ ທາງ ແຕ່ຊາຍແດນປາກຄາ ທີ່ຕິດກັບປະເທສຈີນ ມາຫາ ບຸນເໜືອ ຍາວປະ ມານ 20 ປາຍກິໂລແມັດ ຊຶ່ງສ້າງຜົລກະທົບຕໍ່ປະຊາຊົນ ແຕ່ທາງໂຄງການບໍ່ມີ ທຶນທີ່ຈະໄປຊົດເຊີຍຄວາມເສັຍຫາຍ ຊຶ່ງປະຊາຊົນໄດ້ຮັບ, ມີແຕ່ທຶນຂຍາຍທາງ ດັ່ງທີ່ທ່ານກ່າວວ່າ: ສຽງ...

ເຣຶ່ອງໂຄງການຍົກຍ້າຍເທສບານ ແຂວງຜົ້ງສາລີ ທີ່ປະຕິບັດມາໄດ້ 6-7 ປີແລ້ວ ແຕ່ກໍຍັງບໍ່ມີຄວາມຄືບ ໜ້າພໍເທົ່າໃດ, ມີແຕ່ສ້າງ ຫ້ອງວ່າການແຂວງ ແລະຫ້ອງວ່າການສະພາແຫ່ງຊາດ. ນອກນັ້ນ ການກໍ່ສ້າງຍັງບໍ່ໄປບໍ່ມາ ຄືດັ່ງທີ່ທ່ານເວົ້າວ່າ: ສຽງ

ເວົ້າເຖິງເງິນທີ່ກູ້ຢືມຈາກຈີນ ເພື່ອເອົາມາໃຊ້ເຂົ້າໃນການພັທນາແຂວງນັ້ນ ດຣ. ຈັນສີ ແສງສົມພູ ໃນນາມສະມາຊິກສະພາແຫ່ງຊາດ ກໍບໍ່ຮູ້ວ່າຈັກໄປ ຮອດໃສ, ຍັງບໍ່ທັນໄດ້ນໍາໃຊ້ເທື່ອ ເຮັດໃຫ້ໂຄງການແກ່ຍາວ ຊັກຊ້າ. ແລະເຣຶ່ອງການ ຊໍາຣະໜີ້ສິນ ໃຫ້ສໍາເຣັດ 100% ຂອງການລົງທຶນ ຂອງຣັຖ ທີ່ ຣັຖບາລມີຮ່ວງເງິນ 400 ຕື້ກີບ ເພື່ອແກ້ໄຂໜີ້ສິນ ໂຄງການລົງທຶນ ຂອງຣັຖ ແລະນອກນັ້ນ ຍັງມີຫ່ວງ ເງິນອີກ 300 ຕື້ກີບ ເພື່ອແກ້ໄຂໜີ້ ພັນທະບັດ ແລະ ເຫັນວ່າ ການຊຳລະໜີ້ສິນ ຂອງຣັຖບາລ ສຳລັບໂຄງການ ທີ່ໄດ້ຖືກຈັດຕັ້ງປະຕິ ບັດສຳເຣັດ ມີຄວາມຊັກຊ້າ. ກ່ຽວກັບການຊໍາລະໜີ້ສິນນີ້ ທ່ານ ຈັນສີ ເວົ້າວ່າ: ສຽງ...

ເພື່ອຄວາມກະຈ່າງແຈ້ງ ກ່ຽວກັບບັນຫາຕ່າງໆ ທີ່ເກີດຂຶ້ນຢູ່ ແຂວງຜົ້ງສາລີ ທີ່ວ່ານັ້ນຕື່ມ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຍັງຫ້ອງວ່າການ ແຂວງ, ຜແນກແຜນການ ແລະການ ລົງທຶນ ແລະຜແນກຖແລງຂ່າວ ວັທນະທັມ ແລະທ່ອງທ່ຽວ ແຕ່ບໍ່ໄດ້ຮັບຄໍາຕອບ.

ຢ່າງໃດກໍຕາມ ສະມາຊິກສະພາແຫ່ງຊາດ ທີ່ປະຊຸມກັນຢູ່ໃນຂະນະນີ້ ກໍໄດ້ຮຽກຮ້ອງໃຫ້ຣັຖບາລ ເພີ້ມງົບປະມານ ເຂົ້າໃນການພັທນາ ເສຖກິດ-ສັງຄົມ, ເຂົ້າໃນການກໍ່ສ້າງ ໂຄງຮ່າງພື້ນຖານ ແກ່ແຕ່ລະແຂວງ ທີ່ມີຄວາມຈໍາເປັນ ແຕ່ຣັຖບາລ ສປປລາວ ຍັງຂາດເຂີນ ງົບປະມານນັ້ນຢູ່ຫລາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.