ລຳດັບ ເສຖກິຈລາວ ຫຼຸດລົງ

ພູ​ວົງ​ສ໌
2019.10.28
F-handicraft ແມ່ຄ້າ ແຂວງຈຳປາສັກ ທີ່ມາຂາຍສິນຄ້າ ຫັຖກັມ ໃນງານບຸນ ວັດພູຈຳປາສັກ.
RFA/TS

ເວທີ ເສຖກິຈໂລກ ໄດ້ອອກບົດຣາຍງານ ປະຈຳປີ ກ່ຽວກັບ ດັສນີ ຄວາມສາມາດ ໃນການແຂ່ງຂັນ ເມື່ອປຽບທຽບ ກັບສາກົນ ແລະ ໄດ້ຈັດລຳດັບ ໃຫ້ປະເທດລາວ ຢູ່ໃນລຳດັບ ທີ 113 ທີ່ຍັງຖືວ່າ ມີຫຼາຍຢ່າງຕ້ອງປັບປຸງ.

ພູວົງສ໌ ມີຣາຍງານ ມາສເນີທ່ານ ໃນອັນດັບຕໍ່ໄປ.

ເມື່ອວັນທີ 8 ຕຸລາ ທີ່ຜ່ານມານີ້, ເວທີ ເສຖກິຈໂລກ ຫຼື World Economic Forum ໄດ້ຣາຍງານ ກ່ຽວກັບ ຄວາມສາມາດ ໃນການແຂ່ງຂັນ ດ້ານເສຖກິຈ ຂອງປະເທດຕ່າງໆ ໃນໂລກ ປະຈຳປີ 2019 ນີ້ ແລະ ໄດ້ຈັດໃຫ້ ປະເທດລາວ ຢູ່ໃນລຳດັບ ທີ 113 ໃນຈຳນວນ ທັງໝົດ 141 ປະເທດ ຄື ຫຼຸດລົງຈາກປີກາຍ 1 ລຳດັບ ທີ່ຖືກຈັດ ໃຫ້ຢູ່ໃນລຳດັບ ທີ 112, ເຊິ່ງໝາຍຄວາມວ່າ ຕົກຢູ່ໃນ ກຸ່ມປະເທດ ທີ່ມີຄວາມສາມາດ ໃນການແຂ່ງຂັນ ດ້ານເສຖກິຈ ກັບປະເທດອື່ນໆ ໜ້ອຍທີ່ສຸດ ຫຼື ມີຫຼາຍຢ່າງ ຍັງຕ້ອງປັບປຸງ ຍ້ອນເງື່ອນໄຂຕ່າງໆ ໃນການດຳເນີນ ທຸຣະກິຈ ໃນລາວ ຍັງບໍ່ມີ ປະສິດທິພາບ.

ການຣາຍງານ ໃນປີນີ້, ເວທີ ເສຖກິຈໂລກ ໄດ້ທຳການປະເມີນ ໃນຫຼາຍໆ ຂແນງການ 12 ດ້ານ, ນັບຕັ້ງແຕ່ ສະຖາບັນ ຂອງພາກຣັຖ ແລະ ເອກຊົນ, ການບັງຄັບ ໃຊ້ສັນຍາ, ການປົກປ້ອງສິທທິ ຂອງນັກລົງທຶນ, ການດຳເນີນ ທຸຣະກິຈ ພາຍໃນປະເທດ, ການຄົມມະນາຄົມ, ທັກສະ ແລະ ຄວາມສາມາດ ຂອງແຮງງານ, ການສຶກສາ, ຄວາມໂປ່ງໃສ, ສິທທິ ເສເຣີພາບ ຂອງສື່ມວນຊົນ ພາຍໃນ ແລະ ອີກຫຼາຍໆດ້ານ, ເຊິ່ງໂດຍພາບລວມແລ້ວ ປະເທດລາວ ຍັງໄດ້ຄະແນນ ທີ່ຕ່ຳ ເມື່ອປຽບທຽບ ກັບຫຼາຍປະເທດ ໃນພາກພື້ນ.

ຕໍ່ບັນຫາດັ່ງກ່າວ, ເຈົ້າໜ້າທີ່ ສະຖາບັນຄົ້ນຄວ້າ ເສຖກິຈ ແຫ່ງຊາຕ, ກະຊວງແຜນການ ແລະ ການລົງທຶນ ກໍໄດ້ກ່າວ ຕໍ່ຜູ້ສື່ຂ່າວ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 17 ຕຸລາ ຜ່ານມານີ້ວ່າ ພື້ນຖານການລົງທຶນ ທາງເສຖກິຈ ໃນລາວ ຣະດັບ ມະຫາພາກ ຖືວ່າ ຍັງຂຍາຍໂຕສູງ ເມື່ອທຽບໃສ່ ປະເທດເພື່ອນບ້ານ, ແຕ່ລາວ ຍັງອ່ອນແອ ໃນການພັທນາ ເສຖກິດ ຈຸລະພາກ, ໂຕຢ່າງ ການຜລິຕສິນຄ້າ ອອກມາແລ້ວ, ແຕ່ພັດ ບໍ່ມີຕລາດ ຮອງຮັບ ທັງຢູ່ ພາຍໃນ ແລະ ຕ່າງປະເທດ, ດັ່ງທີ່ ທ່ານກ່າວວ່າ:

“ສະນັ້ນ, ຄັນຄອບຄົວ ມີການຜລິຕ ມີການສ້າງຣາຍຮັບ ມີຕລາດຮັບຮອງ, ປະຊາຊົນ ສ້າງເປັນກຸ່ມ-ເປັນກ້ອນ ມີການສົ່ງອອກ ໂດຍຜ່ານ ຮູບສະຫະກອນ ຜ່ານຮູບສະມາຄົມ. ຍົກໂຕຢ່າງ ສະມາຄົມ ກາເຟ ຢູ່ພູພຽງບໍລະເວນ ສາມາດສົ່ງອອກ ໄປຝຣັ່ງອີ່ຫຍັງຕ່າງໆ, ຫັ້ນນ່າ. ເຮົາຕ້ອງ ພະຍາຍາມ ສ້າງໃຫ້ມັນເປັນແບບລັກສະນະນັ້ນ, ຫັ້ນນ່າ.”

ທ່ານໄດ້ໃຫ້ ທັສນະ ຕື່ມວ່າ ຣັຖບານລາວ ກໍເລັງເຫັນ ບັນຫາ ໃນຈຸດນີ້ແລ້ວ ແລະ ພວມພະຍາຍາມສົ່ງເສີມ ການພັທນາສິນຄ້າ ໃຫ້ມີຄຸນນະພາບ ເພື່ອສ້າງ ຄວາມເຊື່ອໝັ້ນ ໃຫ້ຜູ້ບໍລິໂພຄ ແລະ ຫາຕລາດຮອງຮັບ ລວມເຖິງ ແຜນການສ້າງຕັ້ງ ສະຫະກອນ ແລະ ສະມາຄົມ ໃນແຂວງຕ່າງໆ, ໂຕຢ່າງສະມາຄົມ ກາເຟລາວ. ແຜນການພັທນາ ໂຄງຮ່າງພື້ນຖານຕ່າງໆ ເພື່ອເຂົ້າເຖິງ ປະຊາຊົນ ໃຫ້ໄດ້ທຸກພື້ນທີ່, ໂດຍສະເພາະບ້ານ ແລະ ເມືອງຫ່າງໄກ.

ຂນະດຽວກັນ, ຜູ້ຕາງໜ້າ ສະມາຄົມ ສິນຄ້າຫັຖ​ກັມລາວ ທີ່ນະຄອນຫຼວງວຽງຈັນ ໄດ້ກ່າວ ໃນມື້ດຽວກັນນັ້ນວ່າ ສິນຄ້າຫັຖ​ກັມລາວ, ໂດຍສະເພາະ ເຟີນິເຈີ້ໄມ້ ແລະ ເຄື່ອງຈັກສານ ໄດ້ຮັບຄວາມນິຍົມຫຼາຍໃນຕ່າງປະເທດ, ແຕ່​ປັດຈຸບັນ ພັດເກີດ ມີບັນຫາ ເພາະວ່າ ບໍ່ມີຜູ້ທີ່ມີ ຄວາມຮູ້-ຄວາມສາມາດ ທີ່ຈະຕິດຕໍ່ພົວພັນ ກັບຕ່າງປະເທດ ແລະ ຮ່ວມມື ກັບພາກຣັຖ ເຮັດໃຫ້ການສົ່ງສິນຄ້າ ຫັຖ​ກັມ ອອກໄປຂາຍຕ່າງປະເທດ ຍັງຖືກຈຳກັດ ແລະ ເຮັດໄດ້ ພຽງແຕ່ ກັບບາງປະເທດ ເທົ່ານັ້ນ ເປັນຕົ້ນແມ່ນຈີນ, ເກົາຫຼີໃຕ້ ແລະ ໄທ, ດັ່ງທີ່ ທ່ານກ່າວວ່າ:

“ເຮົາ ຍັງຂາດ ການປະສານງານ, ການຮ່ວມມື, ການໃຫ້ ຂໍ້ມູນຈາກຜູ້ມີ skill ຫັ້ນນ່າ. ກະເຮັດໄປ ຕາມມີຕາມເກີດ ເຮັດໄປຕາມ ແບບທັມມະດາ ຊື່ໆ, ກະຍາກ ຫັ້ນແຫຼະ ທີ່ວ່າ ເຮົາຈະສົ່ງອອກໄປ ໄດ້ຫັ້ນນະ.”

ນັກຊ່ຽວຊານ ດ້ານເສຖກິຈ ມະຫາພາກ ໃນລາວ ທ່ານນຶ່ງ ກໍໄດ້ແບ່ງປັນ ທັສະນະ ຂອງທ່ານ ຕໍ່ຜູ້ສື່ຂ່າວວິທຍຸ ເອເຊັຽ ເສຣີ ໃນວັນທີ 23 ຕຸລາ ນີ້ວ່າ ການຣາຍງານ ຂອງເວທີ ເສຖກິຈໂລກ ຕໍ່ປະເທດລາວ ໃນປີນີ້ ຖືວ່າ ມີລັກສະນະ ຄວາມເປັນຈິງ ເປັນຕົ້ນ ກໍແມ່ນ ໃນດ້ານການບັງຄັບ ໃຊ້ສັນຍາ ແລະ ການປົກປ້ອງສິທທິ ຂອງນັກລົງທຶນ ຍັງຂ້ອນຂ້າງອ່ອນ ແລະ ຣັຖບານ ຕ້ອງໄດ້ປັບປຸງ ໃນຈຸດນີ້ ຢ່າງຮີບດ່ວນ ເພື່ອສ້າງ ຄວາມເຊື່ອໝັ້ນ ໃນແກ່ ນັກທຸຣະກິຈ ທັງພາຍໃນ ແລະ ຕ່າງປະເທດ ແລະ ເປັນການດຶງດູດ ການລົງທຶນ ໃນພາບລວມ.

“ເຣື່ອງການບັງຄັບ ໃຊ້ສັນຍາບໍ່, ເຣື່ອງການປົກປ້ອງສິທທິ ການເປັນເຈົ້າຂອງ ຂອງນັກລົງທຶນ ຂອງທຸຣະກິຈ ຫັ້ນເນາະ, ມັນກະມີ ຄວາມສຳຄັນ. ແຕ່ວ່າ ໂຕນີ້ກະ ຢູ່ລາວ ມັນກະ ຂ້ອນຂ້າງອ່ອນ, ເວົ້າແລ້ວຂ້ອນຂ້າງອ່ອນ ໃນແງ່ ທີ່ວ່າ ຄື ໂຕຢ່າງ: ຜູ້ລົງທຶນ ກ່ອນເຂົາ ຊິລົງທຶນ ເຂົາຈະຕ້ອງ ເບິ່ງວ່າ ສົມມຸດວ່າ ຄັນທຸຣະກິຈ ຂ້ອຍລົ້ມລະລາຍ, ເຂົາເບິ່ງໄປຮອດ ຈຸດນັ້ນ, ຫັ້ນນ່າ. ແລ້ວທຸຣະກິຈ ມັນມີ ໜີ້ມີສິນ ແມ່ນບໍ່? ແລ້ວຄັນລົ້ມລະລາຍ ຫັ້ນນ່າ ຜູ້ລົງທຶນ ຖືກປົກປ້ອງ ຫຼາຍປານໃດ? ໂຕນີ້ ອ່ອນຫຼາຍ ຢູ່ລາວເຮົາ ໝາຍຄວາມວ່າ ຜູ້ຈະລົງທຶນ ເຂົາຕ້ອງເບິ່ງວ່າ ກົດໝາຍ ປົກປ້ອງສິທທິເຂົາ ໜ້ອຍຫຼາຍປານໃດ? ໃນກໍຣະນີ ລົ້ມລະລາຍ, ເຂົາຊິໄດ້ຄືນ ຈັກເປີເຊັນ? ເຂົາກະຢາກຮູ້ເດ. ເພາະວ່າ ຄັນເຂົາ ບໍ່ເຫັນການຄຸ້ມກັນເຂົາເຈົ້າ ທາງດ້ານກົດໝາຍ ຈັ່ງຊີ້ ເຂົາເຈົ້າ ກໍບໍ່ຫານລົງທຶນ ຫັ້ນນ່າ, ມັນກະເປັນ ຂໍ້ເສັຽໂຕນຶ່ງ.”

ໃນດ້ານການສຶກສາ, ອາຈານ ສອນວິຊາ ວັທນະທັມ ແລະ ສັງຄົມ ປະຈຳ ມະຫາວິທຍາລັຍ ສຸພານຸວົງສ໌, ແຂວງຫຼວງພຣະບາງ ກໍໃຫ້ ຄວາມເຫັນ ໃນມື້ວັນທີ 17 ຕຸລາ ວ່າ ການພັທນາ ເສຖກິຈ ທີ່ຈະສາມາດແຂ່ງຂັນໄດ້ ໃນຣະດັບສາກົນນັ້ນ, ຕ້ອງມີ ຫຼາຍອົງປະກອບສຳຄັນ ເປັນຕົ້ນ ການສຶກສາ ທີ່ຖືວ່າ ສຳຄັນທີ່ສຸດ, ເຊິ່ງຣັຖບານ ຕ້ອງພະຍາຍາມ ພັທນາຄົນ ໃນປະເທດ ໃຫ້ມີ ການສຶກສາດີ, ມີຄວາມຮູ້-ຄວາມສາມາດ ໃນດ້ານຕ່າງໆ ຄືດັ່ງທີ່ ບົດຣາຍງານ ຂອງເວທີເສຖກິຈໂລກ ໄດ້ສະທ້ອນ ອອກມານັ້ນ.

“ເພາະວ່າ ການພັທນາ ມັນຕ້ອງຄົບ ອົງປະກອບ ຂອງມັນໄດ້ເນາະ ຊາດໃດ ກະຕາມ ຄັນຫາກວ່າຄົນໄດ້ຮັບ ການສຶກສານີ້ນ່າ ເຂົາກໍຈະ ພັທນາ ກະໂຕຂະເຈົ້າເອງ ເພາະສະນັ້ນ ແຫຼະຈັ່ງວ່າ ສຸມໃສ່ບັນຫາຕົວນີ້ ກະໃຫ້ຫຼາຍທີ່ສຸດ ເພື່ອຢາກ ພັທນາຄົນ ໃຫ້ມັນໄດ້ ມາຕຖານນັ້ນ ແຫຼະເນາະ.”

ສອດຄ່ອງກັບ ອາຈານສອນ ວິຊາ ວັທນະທັມ ແລະ ສັງຄົມ ປະຈຳ ມະຫາວິທຍາລັຍ ສຸພານຸວົງສ໌, ແຂວງຫຼວງພຣະບາງ ນັ້ນ, ນັກຊ່ຽວຊານ ດ້ານເສຖກິຈ ມະຫາພາກ ໃນລາວ ກໍໄດ້ ແນະນຳວ່າ ພາກຣັຖຄວນປັບປຸງ ແລະ ລົງທຶນ ໃສ່ການສຶກສາ ສາທາຣະນະ ຢ່າງຮີບດ່ວນ ເພື່ອຍົກຣະດັບ ຄຸນນະພາບແຮງງານພາຍ ໃນປະເທດ ທັງຈະເປັນ ໂຕກະຕຸ້ນ ອັນດີ ໃນການດຶງດູດ ການລົງທຶນ ຈາກນັກລົງທຶນຕ່າງປະເທດ ແລະ ຫຼຸດຜ່ອນ ການອອກໄປ ຊອກວຽກເຮັດງານທຳ ຢູ່ນອກປະເທດ ຂອງຊາວໜຸ່ມລາວໃນວັຍແຮງງານ.

“ເຣື່ອງຄຸນນະພາບ ຂອງແຮງງານນີ້ ສຳຄັນຫຼາຍ ລະກະ ຂ້ອຍຄຶດວ່າ ຄວນເປັນຈຸດ ທີ່ວ່າ ຣັຖບານຄວນເອົາໃຈໃສ່ ລະກະ ຮີບດ່ວນ ແກ້ໄຂບັນຫາ ໂຕນີ້, ປັບປຸງເນາະ. ໂດຍລວມແລ້ວ ຫັ້ນນ່າ ການລົງທຶນທາງດ້ານ ການສຶກສາ ຢູ່ລາວຂ້ອນຂ້າງຕ່ຳ ເຮົາເວົ້າເຖິງ ການສຶກສາ ສາທາຣະນະ ໝາຍຄວາມວ່າ ການລົງທຶນ ຂອງຣັຖບານ ຄວນຈະ. ມັນມີຄວາມສຳຄັນ ຕັ້ງແຕ່ ຣະດັບປະຖົມຂຶ້ນໄປ ພຸ້ນລະ. ລະທີ່ຮູ້ຈາກການລົງທຶນ ຂອງຕ່າງປະເທດ ທີ່ເຂົາເຈົ້າເຂົ້າ ມາລົງທຶນ ຢູ່ເຂດເສຖກິຈ ພິເສດບໍ່, ຢູ່ສວັນນະເຂດ ຢູ່ຈຳປາສັກ ຢູ່ນະຄອນຫຼວງວຽງຈັນ ກະຄືກັນ, ແຕ່ລະຄົນ ກະມີປາກສຽງມາວ່າ ຄຸນນະພາບ ແຮງງານຂອງລາວນີ້ ຕ່ຳຫຼາຍ. ຫຼາຍໆຄົນ ຄົນລາວເຮົາ ເຍົາວະຊົນ ຢູ່ໃນເກນ ໃຊ້ແຮງງານ ນີ້ເນາະ ເຂົາເຈົ້າ ຈະໄປ ເມືອງໄທຍຫຼາຍ ເພາະວ່າ ຄ່າແຮງງານ ຈະສູງກວ່າ. ແລ້ວບາດນີ້ ສ່ວນທີ່ເຫຼືອ ຢູ່ໃນນີ້, ແມ່ນເຂົາເຈົ້າບໍ່ມີ skill (ທັກສະ), ບໍ່ມີຄວາມຮູ້-ຄວາມສາມາດ ທີ່ວ່າ ທຸຣະກິຈ ຈະສາມາດ ໃຊ້ໄດ້ໂລດ. ລະບາດນີ້ ມັນເຮັດໃຫ້ ຄ່າສິ້ນເປືອງ ສູງຂຶ້ນ ເພາະວ່າ ນັກລົງທຶນນີ້ ຕ້ອງໄດ້ ລົງທຶນ ກັບການເຮັດການເຝິກອົບຮົມ, ຫັ້ນນ່າ. ຈັ່ງວ່າ ຄັນຣັຖບານ ລົງທຶນ ກັບໂຕນີ້ ຫຼາຍຂຶ້ນ ມັນຈະຫຼຸດຜ່ອນ ຄ່າສິ້ນເປືອງ ຂອງເອກຊົນ ລະມັນກະຄວນ ຈະຊ່ອຍດຶງດູດ ການລົງທຶນ ເຂົ້າມາຫຼາຍ.”

ທັງໝົດນັ້ນ, ແມ່ນທັສນະ ແລະ ຂໍ້ແນະນຳ ຕ່າງໆ ຈາກຫຼາຍພາກສ່ວນ ຕໍ່ບົດຣາຍງານ ຂອງເວທີເສຖກິຈໂລກ ຫຼື World Economic Forum ທີ່ໄດ້ຣາຍງານ ກ່ຽວກັບ ຄວາມສາມາດ ໃນການແຂ່ງຂັນ ດ້ານເສຖກິຈ ຂອງປະເທດຕ່າງໆ ໃນໂລກປະຈຳປີ 2019 ນີ້ ແລະ ໄດ້ຈັດໃຫ້ ປະເທດລາວ ຢູ່ໃນລຳດັບທີ 113 ໃນຈຳນວນທັງໝົດ 141 ປະເທດ ຫຼື ເວົ້າອີກຢ່າງນຶ່ງວ່າ ຍັງຢູ່ ໃນລຳດັບ ທີ່ອ່ອນ.

ສບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.