ໄປເຮັດວຽກຢູ່ໄທເສັຽພາສີ ຢູ່ລາວ

ມະນີຈັນ
2015.10.22
F-workers ຄົນງານລາວ ທີ່ແຂວງບໍ່ແກ້ວ
RFA

ກະຊວງ ແຮງງານ ແລະ ສວັດດີການ ສັງຄົມ ຂອງລາວ ກຳລັງ ພິຈາຣະນາ ຍົກເລີກ ການ ເກັບເງິນ ຈາກ ຄົນງານລາວ ທີ່ ໄປ ເຮັດວຽກ ຢູ່ໄທ ພາຍຫລັງ ໄດ້ ຍິນຂ່າວ ຈາກ ປະຊາຊົນ ໃນຫລາຍ ແຂວງ ວ່າມີການ ເກັບເງິນ ໂດຍ ບໍ່ມີການ ປະຕິບັດ ຢ່າງ ເປັນ ເອກພາບ ກັນ, ແຕ່ລະ ເມືອງ ເກັບ ບໍ່ເທົ່າກັນ. ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ ກົມ ຄຸ້ມຄອງ ແຮງງານ ແລະ ສວັດດີການ ສັງຄົມ ທ່ານນຶ່ງ ໃນ ວັນທີ 21 ຕຸລາ 2015 ນີ້:

"ຄືວ່າ ເຮົາກຳລັງ ພິຈາຣະນາ ວ່າ ບໍ່ໃຫ້ເກັບ ເນື່ອງ ຈາກວ່າ ດຽວນີ້ ເຮົາກຳລັງ ເຮັດ ໜັງສື ລາຍງານ ໄປຍັງ ຫ້ອງວ່າການ ຣັຖບານ ໃຫ້ ຣັຖບານ ຍົກເລີກ ໃນການເກັບ ເງິນ ຕົວນີ້".

ສຳລັບ ເງິນ ທີ່ເກັບ ຈາກ ຄົນງານ ນີ້ ເປັນຂໍ້ ຕົກລົງ ຂອງ ແຕ່ລະ ແຂວງ ໂດຍມີ ເຈົ້າໜ້າທີ່ ຜແນກ ອາກອນ ຂອງແຂວງ ເປັນ ຜູ້ຈັດເກັບ ຊຶ່ງ ທາງ ກະຊວງ ແຮງງານ ບໍ່ໄດ້ມີ ສ່ວນ ກ່ຽວຂ້ອງ. ຄ່າ ເອກສານ ແລະ ຄ່າທຳນຽມ ຕ່າງໆ ກໍເປັນ ນະໂຍບາຍ ຂອງ ບໍຣິສັດ ຈັດຫາງານ ຊຶ່ງ ຮຽກເກັບ ຈາກຄົນງານ ທີ່ ໄປເຮັດວຽກ ຢູ່ ຕ່າງ ປະເທດ.

ທ່ານກ່າວ ຕໍ່ໄປວ່າ ແຕ່ລະ ແຂວງ ບໍ່ມີ ນະໂຍບາຍ ການ ເກັບເງິນ ທີ່ເປັນ ເອກພາບ. ຈຳນວນ ເງິນ ທີ່ ຮຽກເກັບ ກໍຂຶ້ນ ຢູ່ກັບ ຄວາມ ຈຳເປັນ ຂອງ ແຕ່ລະ ແຂວງ ແລະ ເຈົ້າໜ້າທີ່ ແຂວງ ຈະເປັນຜູ້ ບໍຣິຫານ ການໃຊ້ ເງິນ ເອງ.

ຢ່າງໃດກໍຕາມ ຫລັງຈາກ ທີ່ ມີ ປະຊາຊົນ ໃນ ຫຼາຍແຂວງ ຮ້ອງຮຽນ ເຣື່ອງ ການເກັບເງິນ ຄົນງານ ແບບ ບໍ່ເທົ່າກັນ ນັ້ນ ກະຊວງ ແຮງງານ ແລະ ສວັດດີການ ສັງຄົມ ຈຶ່ງ ສເນີໃຫ້ ມີການ ພິຈາຣະນາ ເຣື່ອງນີ້ ເພື່ອໃຫ້ ປະຕິບັດ ຢ່າງ ຍຸຕິທັມ:

"ເພິ່ນ ກຳລັງ ພິຈາຣະນາ ກັນຢູ່ ວ່າ ຄັນເກັບ ກໍຕ້ອງໃຫ້ ມີ ເອກສານ ອ້າງອີງ ແລ້ວ ກໍມີ ເອກພາບກັນ ທົ່ວ ປະເທດ ໃຫ້ເກັບ ຄັນວ່າເກັບ ກໍຕ້ອງ ເບິ່ງວ່າ ເອົາຕົວໃດ ມາເປັນ ອ້າງອີງ ໃນ ການເກັບ".

ປັຈຈຸບັນ ຫຼາຍແຂວງ ຂອງລາວ ຊຶ່ງ ມີຊາຍແດນ ຕິດກັບ ປະເທດ ໄທ ເຊັ່ນ ຈຳປາສັກ ໄຊຍະບູຣີ ສວັນນະເຂດ ກໍມີການ ເກັບເງິນ ຈາກ ຄົນງານ ທີ່ ໄປເຮັດວຽກ ຢູ່ໄທ ຈຳນວນ ບໍ່ເທົ່າກັນ ເຊັ່ນ ແຂວງ ໄຊຍະບູຣີ ເກັບເຖິງ 650 ພັນ ກີບ ຕໍ່ຄົນ ຕໍ່ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.