ຜູ້ຊາຍລາວຮູ້ໜັງສືຫຼາຍກວ່າ ແມ່ຍິງ


2013.09.16
F-silk ເຈົ້າຂອງ ທຸຣະກິດ ແຜ່ນແພ ຜ້າໃໝລາວ "ພູວຽງໃໝງາມ"
RFA/Manichanh

 

ຂໍ້ມູລຂອງອົງການ Global Witness ທີ່ສຶກສາກ່ຽວກັບສະຖິຕິການ ສຶກສາຂອງແມ່ຍິງໃນເຂດຕາເວັນອອກສ່ຽງໃຕ້ ຣະບຸວ່າຢູ່ສປປລາວ ອັຕຣາການຮູ້ໜັງສືຂອງຜູ້ຊາຍສູງກວ່າຜູ້ຍິງ 20 ເປີເຊັນ ແລະຕາມ ບົດຣາຍງານຂອງທະນາຄານໂລກໃນເດືອນມິນາປີ 2013 ກ່ຽວກັບ ການປະເມີນຄວາມສເມີພາບ ທາງເພດໃນລາວວ່າ ຄວາມສເມີພາບ ຣະຫວ່າງຍິງ-ຊາຍ ສໍາລັບເສຖກິດທີ່ສລາດ ຫລື smart econo -mics ແລ້ວສາມາດຊ່ວຍເພີ່ມພູລສມັຕພາບຂອງຜົລຜລິດ ປັບປຸງ ເປົ້າໝາຍ ການພັທນາ ໃຫ້ດີຂຶ້ນ ສໍາລັບລຸ້ນຄົນ ຕໍ່ໄປແລະຊ່ວຍໃຫ້ ສະຖາບັນຕ່າງໆ ພາຍໃນປະເທດ ມີຕົວແທນ ທີ່ສົມບູນຫລາຍຂຶ້ນ.

ແນວໂນ້ມທີ່ສໍາຄັນ ທະນາຄານໂລກກໍວ່າມີຮວມທັງແນວໂນ້ມ ທີ່ວ່າ ຂແນງການພາກເອກຊົນ ສ້າງໂອກາດໃຫ້ມີນັກທຸຣະກິດຊຶ່ງນັກທຸຣະ ກິດມືໃໝ່ 30 40 ສ່ວນຮ້ອຍ ເປັນແມ່ຍິງ. ຕາມຕລາດຊາຍແດນ ຕ່າງໆນັບມື້ ເຫັນສິນຄ້າ ແຜ່ນແພທີ່ຕໍ່າດ້ວຍມື ແລະ ເຄື່ອງຫັຖກັມ ທີ່ຜລິດ ດ້ວຍມືຂອງແມ່ຍິງ ເປັນສໍາຄັນ. ຜູ້ຍິງລາວ ຍັງພຍາຍາມ ສູ້ຊົນເພື່ອໃຫ້ມີ ຈໍານວນ ເທົ່າທຽມກັບເພດຊາຍ ໃນການມີຜູ້ຕາງໜ້າ ໃນ ສະຖາບັນສໍາຄັນ ທາງການເມືອງ ເຖິງຈະມີແມ່ຍິງ ໃນສະພາແຫ່ງຊາດ ຈໍານວນເພີ່ມຂຶ້ນ ເຖິງເກືອບ 20 ເປີເຊັນ ນັບແຕ່ປີ 1990 ເປັນຕົ້ນ ມາແລ້ວກໍຕາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.