ຂ.ຫຼວງພຣະບາງຫາທຶນ ຊ່ອຍ 41 ຄອບຄົວ
2018.10.30
ທາງການແຂວງຫລວງພຣະບາງ ພຍາຍາມ ຈັດຫາງົບປະມານ ສໍາລັບມາສ້າງເຮືອນໃໝ່ ໃຫ້ແກ່ປະຊາຊົນ ຈໍານວນ 41 ຄອບຄົວ ຢູ່ ບ້ານຫ້ວຍເຫລັກ ເມືອງງອຍ ໃຫ້ທັນພາຍໃນ ປີນີ້.
ປະຊາຊົນເຫຼົ່ານີ້ ສູນເສັຍເຮືອນຊານ ຍ້ອນເຫດດິນເຈື່ອນ ແລະ ນໍ້າປ່າໄຫລຊຸ ແຕ່ທາງການຍັງບໍ່ທັນ ຊາບຣາຍຣະອຽດ ກ່ຽວກັບ ຈໍານວນເງິນ ຢ່າງຄັກແນ່, ດັ່ງເຈົ້າໜ້າທີ່ ຫ້ອງການປົກຄອງ ເມືອງງອຍ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ່ 29 ຕຸລາ ນີ້ວ່າ:
“ກໍຢູ່ໃນປີນີ້ ແຫລະ ກໍຄາດໝາຍຢູ່ໃນປີນີ້ ກໍໃຫ້ລໍຖ້າ ວ່າຣະດົມທຶນຢູ່ ບໍ່ຮູ້ວ່າ ຊິເອົາທຶນມາແຕ່ໃສ ທຶນຮ່ວງນື່ງຈາກພັຍພິບັດ ຊຸດແລ້ວຫັ້ນ ກໍໄດ້ເອົາໄປຊ່ວຍ ມັນມີຫລາຍຈຸດທີ່ ຖຶຫຜົນກະທົບເນາະ.”
ທ່ານກ່າວຕື່ມວ່າ ທາງແຂວງເວົ້າວ່າ ສາເຫດ ທີ່ມີຄວາມຫຍຸ້ງຍາກ ໃນການຈັດຫາ ງົບປະມານສໍາລັບປຸກເຮືອນ ໃຫ້ປະຊາຊົນ ເຂດດັ່ງກ່າວ ກໍຍ້ອນປີນີ້ ຫລາຍເມືອງ ໃນແຂວງຫລວງພຣະບາງ ໄດ້ຮັບ ຜົນກະທົບ ຢ່າງໜັກໜ່ວງ ຈາກພັຍທັມມະຊາດ.
ທ່ານວ່າ ປັຈຈຸບັນ ປະຊາຊົນຈໍານວນ 41 ຄອບຄົວ ນັ້ນຍັງອາສັຍຢູ່ຕູບຊົ່ວຄາວ ແລະໄດ້ຮຽກຮ້ອງຂໍສັງກະສີ, ເຫລັກຕະປູ, ແລະວັສດຸ ກໍ່ສ້າງຕື່ມອີກ ເພື່ອມາປັບປຸງ ບ່ອນຢູ່ອາສັຍໃໝ່.
ກ່ອນໜ້ານີ້ ເຈົ້າໜ້າທີ່ຫ້ອງການ ປົກຄອງແຂວງຫຼວງພຣະບາງ ກ່າວວ່າການຈັດຫາງົບປະມານ ສ້າງເຮືອນໃໝ່ ອາດສໍາເຣັດໃນທ້າຍປີນີ້ ຫຼືຕົ້ນປີ 2019 ເພາະຕ້ອງໃຊ້ງົບປະມານ ຫລາຍຮ້ອຍ ລ້ານກິບ ແຕ່ທາງການ ຈະແຈກເຂົ້າສານ, ນໍ້າດື່ມ,ແລະເຄື່ອງໃຊ້ທີ່ຈໍາເປັນ ໃຫ້ແກ່ປະຊາຊົນ ທີ່ໄດ້ຮັບ ຜົນກະທົບຢູ່ເລື່ອຍໆ.
ເຫດນໍ້າປ່າໄຫລຊຸ ແລະດິນເຈື່ອນ ຢູ່ເມືອງງອຍ ທີ່ເກິດຂື້ນ ໃນຕົ້ນເດືອນກັນຍາ ທີ່ຜ່ານມາ ສ້າງຄວາມເສັຍຫາຍ ເປັນມູນຄ່າ 60 ປາຍຕື້ກິບ ນອກຈາກເຮືອນເສັຍຫາຍແລ້ວ ຍັງມີຣະບົບໄຟຟ້າ ນໍ້າປະປາ ນໍ້່າຣິນ ຕລອດຈົນສັດລ້ຽງ ໄດ້ຮັບຄວາມເສັຍຫາຍ ເຊັ່ນກັນ ແຕ່ທາງການຍັງບໍ່ສາມາດ ສ້ອມແປງໄດ້ໝົດ ຍ້ອນຂາດງົບປະມານ.