ເສຖກິຈພິເສດບໍ່ເຕັນ ຍັງບໍ່ ເໜັງຕີງ

ໄມຊູລີ
2018.11.14
ນັກລົງທຶນຈີນ ພຍາຍາມເຂົ້າມາລິເລີ້ມ ສ້າງຕັ້ງ ບໍຣິສັດ ໃນເຂດບໍ່ເຕັນແດນງາມ
RFA/AS

ໂຄງການກໍ່ສ້າງເຂດ ເສຖກິດພິເສດ ບໍ່ເຕັນ ແຂວງຫລວງນໍ້າທາ ມີນັກລົງທຶນ ທັງພາຍໃນ ແລະຈາກຕ່າງປະເທດ ເຂົ້າໄປລົງທຶນ ບໍ່ເຖິງ 10% ຂອງມູນຄ່າການລົງທຶນ ຄນະທີ່ຣັຖບານ ສປປລາວ ພຍາຍາມ ປັບປຸງກົດໝາຍ ເພື່ອດຶງດູດນັກລົງທຶນ ແຕ່ກໍບໍ່ປະສົບຜົນສໍາເຣັດ. ດັ່ງເຈົ້າໜ້າທີ່ ຜແນກແຜນການ ແລະການລົງທຶນ ແຂວງຫລວງນໍ້າທາ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ່ 13 ພຶສຈິກາ ນີ້ວ່າ:

“ໂອ້ ບໍ່ເຕັມແຫລ້ວ ມີຢູ່ ຍັງຫລາຍ  ຍັງຫລາຍສາຂາ, ຂົນສົ່ງ ເນາະ ກັບການຄ້າ ທ່ອງທ່ຽວ ຫາກໍລິເລີ້ມ ບຸກເບີກ ເນື້ອທີ່ປ່າ ໄວ້ໃຫ້ ນັກລົງທຶນຫັັ້ນແຫລະ ຄັນແມ່ນນົກ ກໍກໍາລັງສ້າງຮັງນົກ ໃຫ້ນົກມາໃຂ່ໃສ່.”

ທ່ານກ່າວຕື່ມວ່າ ໂຄງການ ໄດ້ບຸກກເບີກ ຂຍາຍເນື້ອທີ່ປ່າ ເພື່ອເພີ້ມຕື່ມ ກວ່າ 100 ເຮັກຕ່າ ເພື່ອຕຽມເນື້ອທີ່ໃຫ້ນັກລົງທຶນ ເຂົ້າມາສຶກສາ ຄວາມເປັນໄປໄດ້ ແລະ ສ້າງຕັ້ງຫ້າງຮ້ານ ແຕ່ປະກົດວ່າ ບໍ່ມີນັກລົງທຶນໃດ ໃຫ້ຄວາມສົນໃຈເທົ່າທີ່ຄວນ.

ໃນຂນະດຽວກັນ ຣັຖບານລາວ ໄດ້ປັບປຸງດໍາຣັດວ່າດ້ວຍ ເຂດເສຖກິດພິເສດ ເພື່ອຄຸ້ມຄອງແລະສົ່ງເສິມ ເຂດເສຖກິດພິເສດ ເພື່ອສ້າງ ຄວາມເຊື່ອໝັ້ນ ໃຫ້ກັບຜູ້ມາລົງທຶນ ເປັນຕົ້ນ: ຜູ້ກໍ່ສ້າງໂຮງງານ ເພື່ອທໍາການຜລິດ ສົ່ງອອກຕ່າງປະເທດ ຈະໄດ້ຮັບການ ຍົກເວັ້ນພາສີ ມູນຄ່າເພີ້ມ ແລະໄດ້ຮັບນະໂຍບາຍ ການຊົມໃຊ້ ກະແສໄຟຟ້າ ແລະນໍ້າປະປາ ເຂົ້າໃນການຜລິດ ໂດຍໃຫ້ເສັຍພຽງ 50%.

“ອັນນີ້ມັນຢູ່ໃນສັນຍາ ເວົ້າຈະແຈ້ງ ຣະຍະໆກໍແຮ່ງຫລາຍປີ ກໍແຮ່ງຄືນກໍາໄລ ໃນເບື້ອງຕົ້ນ ນີ້ກໍຍົກເວັ້ນເນາະ ຂ້າມ 4 ປີ ຍົກເວັ້ນ ບໍ່ເກັບຫຍັງ ເມື່ອເວລາໃດ ສະພາບມັນໄດ້ຈີຶ່ງ ເສັຍຄ່າເຊົ່າທີ່ນະໂຍບາຍ ພາສີກໍຫລຸດໄປ ຕາມທີ່ໄດ້ເຊັນສັນຍາກັນໄວ໊ ຣັຖບານ ຮອດຍາມກໍຕ້ອງ ໄດ້ປະຕິບັດ.”

ນັບແຕ່ ປີ 2003 ຜ່ານມາ ຣັຖບານລາວ ໄດ້ຕັ້ງເປົ້າໝາຍ ໃຫ້ເຂດເສຖກິດພິເສດ ບໍ່ເຕັນ ມີການລົງທຶນໃຫ້ໄດ້ 40 ບໍຣິສັດ ແລະ 55 ຫ້າງຮ້ານ ເພື່ອສ້າງວຽກເຮັດງານທໍາໃຫ້ປະຊາຊົນ 700 ຄົນ ແລະປະຕິບັດຕາມສັນຍາ ສັມປະທານ ໃຫ້ໄດ້ 6 ຕຶ້ກິບ ແຕ່ບໍ່ປະສົບ ຜົນສໍາເຣັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.