ຂ.ຫຼວງນໍ້າທາປະເຊີນ ບັນຫາ ຣົດເຖື່ອນ
2017.11.08
ບັນຫາຣົດທີ່ຖືກນໍາເຂົ້າແຂວງຫລວງນໍ້າທາ ແບບບໍ່ຖືກຕ້ອງຕາມກົດໝາຍ ມີມາຢ່າງຕໍ່ເນື່ອງ ເຖິງແມ່ນວ່າຈະມີຣະບຽບ ກົດໝາຍຫ້າມນຳເຂົ້າ ແບບບໍ່ໄດ້ຮັບອະນຸຍາດກໍ່ຕາມ ອັນສ້າງບັນຫາຫຍູ້ງຍາກໃຫ້ແຂວງນີ້ໃນການແກ້ໄຂ ຍ້ອນເປັນແຂວງທີ່ມີ ຊາຍແດນຕິດກັບຈີນ ແລະໃກ້ໄທ, ດັ່ງເຈົ້າໜ້າທີ່ຫ້ອງການ ໂຍທາທິການ ແລະຂົນສົ່ງ ທ່ານນຶ່ງ ໄດ້ເປີດເຜີຍ ຕໍ່ວິທຍຸເອເຊັຽເສຣີວ່າ:
"ການແກ້ໄຂກ່ຽວກັບລົດເຖື່ອນ ສະເພາະແຂວງຫລວງນໍ້າທາເຮົານີ້ ຢາກວ່າຍາກສົມຄວນ ເຖິງວ່າຈະມີ ແຈ້ງການຂອງຫ້ອງວ່າການ ສຳນັກ ງານນາຍົກກະຕາມ ແຕ່ວ່າມັນກະຍັງຫ້າມບໍ່ໄດ້ ແຂວງຫລວງນໍ້າທາ ເຮົານິມັນກະຕິດຊາຍແດນແດ່ ການຊື້ ການຂາຍກະງ່າຍ ສ່ວນຫລາຍ ແມ່ນ ມາທາງຈີນແລະກາມາທາງໄທເປັນຕົ້ນ”.
ທ່ານກ່າວອີກວ່າ ແຂວງຫລວງນໍ້າທາ ພົບຣົດທີ່ຖືກນຳເຂົ້າມາແບບບໍ່ຖືກຕ້ອງຕາມຣະບຽບກົດໝາຍ ທັງໝົດ 893 ຄັນ. ໃນນັ້ນມີຣົດ ບັນທຸກ 29 ຄັນ, ຣົດກະບະ 390 ຄັນ, ຣົດເກງ 362 ຄັນ, ຣົດຈິບ 61 ຄັນ, ຣົດຕູ້ 8 ຄັນ, ຣົດຕຸກໆ 1 ຄັນ ແລະຣົດຈັກ 42 ຄັນ. ເຖິງປະຈຸບັນ ໄດ້ແກ້ໄຂໄປແລ້ວ 350 ຄັນ, ສາມາດເກັບລາຍຮັບເຂົ້າງົບປະມານໄດ້ເກືອບ 9 ຕື້ກີບ
ການແກ້ໄຂບັນຫາຣົດເຖື່ອນ ຢູ່ແຂວງຫຼວງນໍ້າທາ ພົບຄວາມຫຍຸ້ງຍາກຫຼາຍຢ່າງ ເປັນຕົ້ນແມ່ນ ການປະຕິບັດລະບຽບກົດໝາຍ ຍັງບໍ່ເຄັ່ງຄັດ ແລະສ່ວນຫລາຍ ພາຫະນະທີ່ຖືກນຳເຂົ້າມານັ້ນ ເປັນ ຂອງພະນັກງານຣັດ ຈຶ່ງເຮັດໃຫ້ການແກ້ໄຂບັນຫາ ຫຍຸ້ງຍາກ, ດັ່ງທີ່ທ່ານກ່າວວ່າ:
"ມັນກະມີຫລາຍບັນຫາ ຄັນຖ້າວ່າເຮົາຊິຢືດ ກະເຮັດບໍ່ໄດ້ເພາະວ່າສ່ວນຫລາຍ ຈະເປັນລົດພະນັກງານລັດ ໝົດ ແຕ່ວ່າຜ່ານມາ ເຮົາກະໄດ້ ແຈ້ງການໄປແລ້ວວ່າ ເດືອນ 8 ຖ້າໃຜບໍ່ເຂົ້າມາເສັຽແມ່ນຈະໄດ້ຢືດ ແຕ່ ປະຈຸບັນແມ່ນຍັງເຮັດບໍ່ໄດ້ ຍ້ອນມີ ນະໂຍບາຍຫລາຍກ່ຽວກັບ ພະນັກງານ".
ຢູ່ ສປປ ລາວ ຣົດທີ່ຖືກນຳເຂົາແບບບໍ່ຖືກຕ້ອງ ຕາມລະບຽບກົດໝາຍ ແມ່ນມີຢູ່ທຸກແຂວງ ມີແຕ່ວ່າແຂວງຫລາຍ ແຂວງໜ້ອຍ ຂຶ້ນຢູ່ກັບ ການປະຕິບັດ ລະບຽບກົດໝາຍ ເຄັ່ງຄັດຫລືບໍ່ ປະຕິບັດມາຕການ ຕໍ່ຜູ້ລະເມີດແນວໃດ. ສຳລັບແຂວງບໍ່ແກ້ວ ຖ້າພົບເຫັນຣົດທີ່ຖືກ ນຳເຂົ້າ ມາແບບບໍ່ຖືກຕ້ອງ ຕາມລະບຽບກົດໝາຍ ແມ່ນຢືດເອົາໄວ້ ແລ້ວສົ່ງກັບຄືນປະເທດຕົ້ນທາງ. ໂດຍການປະຕິບັດຕາມຄຳສັ່ງແຈ້ງການ ຂອງ ຫ້ອງວ່າການ ສຳນັກງານ ນາຍົກຣັຖມົນຕຣີ ສະບັບເລກທີ 1943 ລົງວັນທີ 8 ທັນວາ 2016 ແລະສະບັບເລກທີ 142 ລົງວັນທີ 25 ມົກກະຣາ 2017 ກ່ຽວກັບການກຳນົດມູນຄ່າ ແຈ້ງເສັຽພາສີອາກອນ ແລະໃຫ້ແກ້ໄຂພາຫະນະ ທີ່ນຳເຂົ້າບໍ່ຖືກຕ້ອງ ໃນທົ່ວປະເທດ.